Ad

Ad

11 December 2015

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງສະບັບໃໝ່

         
ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບໃໝ່ ໄດ້ຖືກຮັບຮອງຈາກສະພາ ແຫ່ງຊາດຢ່າງເປັນເອກະສັນ, ໃນຕອນເຊົ້າວັນທີ 10 ທັນວານີ້, ເຊິ່ງເປັນມື້ທີສີ່ຂອງ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊູດທີ VII. ກ່ອນຈະມີການພິຈາລະນາຮັບຮອງເອົາການສ້າງຮ່າງກົດໝາຍສະບັບນີ້,ທ່ານ ດຣ. ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ຂຶ້ນສະເໜີກ່ຽວກັບຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບໃໝ່ນີ້ວ່າ: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແມ່ນການຜັນຂະຫຍາຍເນື້ອໃນຂອງລັດຖະທຳມະນູນສະບັບປັບປຸງປີ 2015 ນີ້ ໃຫ້ປະກົດຜົນເປັນຈິງ ທັງເປັນການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນຕໍ່ໜ້າ, ເຊິ່ງມັນຮຽກຮ້ອງໃຫ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງຕາມທິດສາມສ້າງລະ ຫວ່າງອົງການອຳນາດລັດຂັ້ນສູນກາງກັບທ້ອງຖິ່ນ ເພື່ອເພີ່ມທະວີຄວາມເປັນເຈົ້າການຮັບຜິດຊອບຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມພາລະບົດບາດຂອງອົງການຕົນ ໂດຍສະເພາະສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າເປັນອົງການອຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດບາດພິຈາລະນາຮັບຮອງເອົານິຕິກຳທີ່ສຳຄັນ, ຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການລັດໃນທ້ອງຖິ່ນຕົນ, ພ້ອມທັງເປັນການສືບຕໍ່ບູລະນະປັບປຸງກົງຈັກລັດຂັ້ນທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂວງຂຶ້ນຕາມແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກເຮົາ ໃນການສ້າງໃຫ້ທ້ອງຖິ່ນມີສ່ວນຮ່ວມທີ່ສຳຄັນກ່ຽວກັບການພັດທະນາທ້ອງຖິ່ນຕົນໃຫ້ຫລາຍຂຶ້ນບົນພື້ນຖານການອີງໃສ່ເງື່ອນໄຂ ແລະ ທ່າແຮງຕົວຈິງຂອງແຕ່ລະທ້ອງຖິ່ນ ໃນການເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດກົນໄກເສດຖະກິດຕະຫລາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົົນຕິດພັນກັບການຈຳກັດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການສໍ້ລາດບັງຫລວງ, ການສວຍໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ການລະເມີດກົດໝາຍ ແລະ ລະບຽບການອື່ນໆ ທີ່ສ້າງຄວາມເສຍຫາຍອັນໃຫຍ່ຫລວງໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າຢູ່ທ້ອງຖິ່ນຕ່າງໆ. ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບດັ່ງກ່າວ ກ່າວວ່າ: ພາຍຫລັງທີ່ສະພາແຫ່ງຊາດຮັບຮອງກົດໝາຍສະບັບນີ້ ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມເພີ່ງພໍໃຈຫລາຍ ທີ່ມີຜູ້ແທນທີ່ຕົນເລືອກເອົານັ້ນ ໄດ້ຢູ່ໃກ້ກັບທ້ອງຖິ່ນ, ຮາກຖານຂອງຕົນຊຶ່ງມີຄວາມສະດວກສະບາຍໃນການຕິດຕໍ່ພົວພັນ ການເປັນຂົວຕໍ່ໃຫ້ແກ່ການປະຕິບັດສິດເປັນເຈົ້າຂອງປະຊາຊົນຕໍ່ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ບົດບາດຂອງສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ຮັບການເຄົາລົບ ແລະ ຍົກສູງຂຶ້ນ, ການຊຸກຍູ້ປະຊາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດການຂະບວນການພັດ ທະນາຕ່າງໆຢູ່ທ້ອງຖິ່ນເຊັ່ນ: ຂະບວນການຜະລິດສິນຄ້າ, ຂະບວນການລົບລ້າງຄວາມທຸກຍາກ, ຂະບວນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ ຂະບວນການອື່ນໆ ກໍຈະຂະຫຍາຍຕົວໄວຂຶ້ນ ແລະ ໄດ້ຮັບໝາກຜົນດີກວ່າເກົ່າ ຍ້ອນວ່າການປົກຄອງທ້ອງຖິ່ນໄດ້ຕິດແທດປະຊາຊົນຫລາຍຂຶ້ນ, ປະຊາຊົນມີສ່ວນຮ່ວມໃນການຕິດຕາມກວດກາການບໍລິຫານຂອງບັນດາອົງການລັດທ້ອງຖິ່ນຫລາຍຂຶ້ນ. ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບໃໝ່ນີ້ ປະກອບມີ: 9 ພາກ, 16 ໝວດ ແລະ 99 ມາດຕາ,

No comments:

Post a Comment