Ad

Ad

11 December 2015

ແນະ​ນະ​ໃຫ້​ສື່​ມວນ​ຊົນ​ເອົາ​ໃຈ​ໃສ່​ໂຄສະນາ​ປຸກລະດົມ​ຂະ​ບວນການ​ຢອດ​ຢາ​ກັນ​ພະຍາດ​ໂປ​ລີ​ໂອ

          ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ຮ່ວມ​ກັບກະຊວງ​ສາທາລະນະ​ສຸກ ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ຂໍ້​ມູນ​ກ່ຽວ​ກັບພະຍາດດັ່ງກ່າວ​ໃຫ້​ແກ່​ສື່​ມວນ​ຊົນ​ທົ່ວໃນວັນທີ 10 ທັນວານີ້ ຢູ່ຫໍວັດທະນະທຳແຫ່ງຊາດ ​ເພື່ອ​ນໍາ​ໄປ​ໂຄສະນາ​ ໃຫ້​ປະຊາຊົນ​ນໍາ​ເອົາ​ລູກ​ຫລານ​ໄປ​ຮັບ​ຢາ​ວັກ​ຊິນ​ ກັນ​ພະຍາດ​ໂປ​ລິ​ໂອ ​ໃຫ້​ເດັກນ້ອຍ​ຕໍ່າ​ກວ່າ 15 ປີ​ໃນທົ່ວ​ປະ​ເທດ  ​ເປັນ 3 ຮອບ,  ​ຫ່າງ​ກັນຮອບລະ 1 ​ເດືອນ ​ໂດຍ​ບໍ່​ເສຍ​ຄ່າ ຕາມ​ສະຖານ​ທີ່​ບໍລິການ​ສາທາລະນະ​ສຸກ​ໃກ້​ບ້ານ​ ຫລື ນໍາ​ໜ່ວຍ​ແພດ​ເຄື່ອນ​ທີ່​ ​ເຊິ່ງ​ທົ່ວ​ປະ​ເທດ​ຈະ​ເປີດຮອບ​ການ​ສັກ​ຢາ-ຢອດ​ຢາ​ ພ້ອມ​ກັນ​ໃນ​ວັນ​ທີ 21-31 ທັນວາ 2015 ນີ້; ​ສຳລັບໃນ​​ເດືອນມັງກອນ​ປີ 2016 ​ຈະ​ເລີ່ມ​ໃນ​ວັນ​ທີ 21-31 ​ແລະ ​ໃນ​ເ​ດືອນກຸມພາ ​ແມ່ນ​ຈະ​ເລີ້ມ ​ແຕ່​ວັນ​ທີ 21-28, ​ໃນ​ນັ້ນ ສຳລັບ​ເດືອນ​ມີນາ ​ແມ່ນ​ວັນ​ທີ 21-31 ​ແມ່ນຈະສຸມໃສ່ 75 ​ເມືອງ ​ທີ່​ມີ​ຄວາມ​ສ່ຽງ​ສູງ.


ພະຍາດ​ໂປ​ລິ​ໂອ​ ແມ່ນ​ພະຍາດ​ຊຶມ​ເຊື້ອ​ຮ້າຍ​ແຮງ​ຊະນິດ​ໜຶ່ງທີ່​ມີ​ສາຍ​ເຫດ​ມາ​ຈາກ​ເຊື້ອ​ຈຸລະ​ໂລກ​​ໂປ​ລິ​ໂອ ​ເຊິ່ງສາມາດ​ເຮັດ​ໃຫ້​ຄົນ​ທີ່​ຕິດ​ເຊື້ອ​ມີ​ອາການ​ລ່ອຍ​ກະທັນຫັນ ​ແລະ ອາດ​ເສຍ​ຊີວິດ​ໄດ້ພະຍາດ​ດັ່ງກ່າວ​ສາມາດ​ສົ່ງ​ເຊື້ອ​ຈາກ​ຄົນຫາ​ຄົນໂດຍ​ສໍາ​ພັດ​ກັບ​ອາຈົມ​ຂອງ​ຄົນ​ທີ່​ຕິດ​ເຊື້ອ. ​ໃນ​ປັດຈຸບັນ​ນີ້​ ​ໄດ້​ມີ​ການ​ພົບ​ພະຍາດ​ໂປ​ລິ​ໂອ ຢູ່​ໃນ ສປປ ລາວ. ພະຍາດ​ນີ້ ​ແມ່ນ​ບໍ່​ສາມາດ​ປິ່ນປົວ​ໃຫ້​ກັບ​ຄືນ​ເປັນ​ປົກກະຕິ​ໄດ້​ຄື​ເກົ່າ, ​ແຕ່​ສາມາດ​ປ້ອງ​ກັນ​ດ້ວຍ​ການ​ຢອດ​ຢາ​ວັກ​ຊີ​ນກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້​ເດັກ​ແຕ່​ຕອນ​ຍັງ​ນ້ອຍ​ເມື່ອ​ໄດ້​ຢອດ​ຄົບ 3 ຄັ້ງ ​ແລ້ວ​ເດັກນ້ອຍ​ກໍ​ຈະ​ຖືກ​ປ້ອງ​ກັນ​ຕະຫລອດ​ຊີວິດ. 

No comments:

Post a Comment