Ad

Ad

11 December 2015

ສານປະຊາຊົນແຂວງຫົວພັນຕັດສິນ​ປະຫານ​ຊີວິດ​ຜູ້​ຄ້າ​ຢາ​ເສບ​ຕິດ 3 ຄົນ

    ເມື່ອບໍ່ດົນມານີ້, ສານປະຊາຊົນ​​ແຂວງຫົວພັນ,​ ໄດ້ຕັດສິນປະຫານຊີວິດຜູ້ຄ້າຂາຍຢາເສບຕິດ 3 ຄົນຄື: ​ທ້າວ ລີເພັງມົວ ອາຍຸ 28 ປີ, ທ້າວ ສົງວື ອາຍຸ 26 ປີຢູ່ບ້ານນາໄກ່ແລະ ທ້າວເຢ່ເຮີ ອາຍຸ 19 ປີຢູ່ບ້ານພູວຽງ ເມືອງວຽງໄຊ ແຂວງຫົວພັນໃນຂໍ້ຫາຄ້າຂາຍຢາເສບຕິດ, ຊຶ່ງພວກກ່ຽວຖືກເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ຈັບຕົວໄດ້ເມື່ອກາງເດືອນພຶດສະພາ 2014 ຜ່ານມາ, ໃນຂະນະເອົາຢາເສບຕິດໄປສົ່ງໃຫ້ລູກຄ້າຢູ່ເຮືອນພັກແຫ່ງໜຶ່ງໃນເຂດເມືອງດັ່ງກ່າວ, ພ້ອມຂອງກາງເຮໂຣອິນ 18 ແທ່ງ, ນໍ້າໜັກ 7 ກິໂລ ແລະ ຢາບ້າຈໍານວນ 2 ພັນເມັດ,
ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ ແລະ ສັ່ງໃຫ້ສານຕັດສິນລົງໂທດດັ່ງກ່າວ, ສ່ວນລົດກະບະວີໂກ້, ​ໂທລະສັບມືຖືໜຶ່ງໜ່ວຍແລະເງິ 200 ​ໂດລາສະຫະລັດຂອງພວກກ່ຽວທີ່ນໍາ​​ໃຊ້ເຂົ້າໃນການເຄື່ອນໄຫວຄ້າຂາຍຢາເສບຕິດແມ່ນຮີບເປັນຂອງລັດ.

No comments:

Post a Comment