Ad

Ad

11 December 2015

ເກີດເຫດຄາດຕະກໍາຄົນຕ່າງປະເທດແລ້ວຊິງຊັບ

   ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍເດືອນພະຈິກຜ່ານມານີ້, ໄດ້ຮັບແຈ້ງຈາກພົນລະເມືອງວ່າມີຄົນຕ່າງປະເທດເສຍຊີວິດຢູ່ອາພາດເມັນແຫ່ງໜຶ່ງເຂດບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ໄດ້ນໍາກໍາລັງລົງສະຖານທີ່ເກີດເຫດ ແລະ ພົບເຫັນຍິງສາວນອນເສຍຊີວິດຢູ່ພາຍໃນຫ້ອງຄື: ນາງ ຢູດາຣິ ອາຍຸ 27 ປີສັນຊາດເກົາຫລີ, ຊຶ່ງເປັນເຈົ້າຂອງຫ້ອງເຊົ່າອາພາດເມັນດັ່ງກ່າວ, ຈາກນັ້ນເຈົ້າໜ້າທີ່ໄດ້ເກັບ ກໍາຫລັກຖານ ແລະ ເອົາຄໍາໃຫ້ການຈາກບຸກຄົນເພື່ອເລັ່ງຕິດຕາມຄົນຮ້າຍມາດໍາເນີນຄະດີຈົນມາຮອດວັນທີ 4 ທັນວານີ້, ເຈົ້າໜ້າທີ່ຈຶ່ງສາມາດຮູ້ຜູ້ຕ້ອງສົງໃສ ແລະ ຈັບຕົວຜູ້ກ່ຽວມາດໍາເນີນຄະດີຄື: ທ້າວ ອາທິດ ທອງວົງ ອາຍຸ 30 ປີສັນຊາດໄທ, ຢູ່ບ້ານເນີນພະ ເມືອງລະຍອງ ຈັງຫວັດລະຍອງ(ປະເທດໄທ).

          ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຜູ້ຕ້ອງຫາຮັບສາລະພາບວ່າ: ໄດ້ເຂົ້າມາລາວແຕ່ວັນທີ 11 ພະຈິກ 2015 ໂດຍມາພັກເຊົາຢູ່ເຮືອນທ້າວ ໜ້ອຍ ອາຍຸ 45 ປີຢູ່ບ້ານເວີນຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈາກນັ້ນໃນທ້າຍເດືອນພະຈິກຕົນໄດ້ເຂົ້າມາຫລິ້ນຢູ່ແຄມຂອງເຂດວັດຈັນ ແລະ ໄດ້ພົບຍິງສາວເກົາຫລີ ແລະ ໄດ້ມີການດື່ມສິ່ງມຶນເມົາ ແລະ ຜູ້ກ່ຽວໄດ້ຊວນໄປພັກຢູ່ຫ້ອງເຊົ່າດັ່ງກ່າວ ແລະ ໄດ້ສືບຕໍ່ດື່ມສິງມຶນເມົາ, ກ່ອນທີ່ຈະລົງມືກໍ່ເຫດຄາດຕະກໍາເພື່ອຊີງຊັບ, ຊຶ່ງປັດຈຸບັນ
ເຈົ້າໜ້າທີ່ພວມສະຫລຸບສໍານວນຄະດີສົ່ງຟ້ອງໄອຍະການ ແລະ ສານປະຊາຊົນຕັດສີນລົງໂທດຕາມກົດໝາຍ.

          ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນອາທິດຜ່ານມາແຕ່ວັນທີ 1-7 ທັນວານີ້ຢູ່ນະຄອນຫລວງວຽງຈັນໄດ້ມີປາກົດການຫຍໍ້ທໍ້ເກີດຂຶ້ນ 72 ເລື່ອງ, ທຽບໃສ່ອາທິດທ້າຍເດືອນພະ ຈິກແມ່ນເພີ່ມຂຶ້ນ 10 ກວ່າເລື່ອງ, ພົ້ນເດັ່ນແມ່ນສະພາບຫລັກຊັບພົນລະເມືອງມີ 27 ເລື່ອງ ແລະ ມີລົດເສຍ 17 ຄັນ.

No comments:

Post a Comment