Ad

Ad

10 December 2015

ລາວສະຫລອງເມືອງຫລວງພະບາງເປັນມໍລະດົກໂລກຄົບຮອບ 20 ປີ

ພິທີສະເຫລີມສະຫລອງເມືອງຫລວງພະບາງເປັນມໍລະດົກໂລກຄົບຮອບ 20 ປີ ( 9 / 12 / 1995 – 9 / 12 / 2015 ), ໄດ້ຈັດຂຶ້ນຢ່າງຄືກຄື້ນໃນວັນທີ 9 ທັນວານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ພັນລະຍາ, ມີບັນດາການນໍາພັກ-ລັດຂັ້ນສູງ, ທູຕານຸທູດ, ນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫລວງຫລາຍ.
ທ່ານເຈົ້າແຂວງຫລວງພະບາງໄດ້ກ່າວປາໄສໃນພິທີວ່າ: ເມືອງຫລວງພະບາງ, ໄດ້ຖືກຮັບ ຮອງປະກາດເປັນເມືອງມໍລະດົກໂລກຈາກອົງການອຸຍແນສໂກ(UNESCO)ໃນວັນທີ 9 ທັນວາ 1995 ເປັນແຫລ່ງມໍລະດົກແຫ່ງທໍາອິດຂອງ ສປປ ລາວ, ພາຍຫລັງຄົບຕາມຫລັກການ ແລະ ເງື່ອນໄຂຂອງອົງການດັ່ງກ່າວເຊັ່ນ: ມີອິດທິພົນຢ່າງສູງເໜືອການເວລາອັນຍາວນານກ່ຽວຂ້ອງກັບໂລກ, ມີສະຖາປັດຕິຍະກຳ,
ສິລະປະອັນເປັນເອກະລັກໂດດເດັ່ນດ້ານການວາງຜັງເມືອງ ແລະ ເປັນຕົວຢ່າງອັນຊັດເຈນຂອງຮູບແບບອາຄານສະຖານຫລືສະຖາປັດຕິຍະກຳທີ່ສະແດງໃຫ້ເຫັນເຖິງຂັ້ນຕອນສຳຄັນໃນປະຫວັດສາດ ແລະ ວັດທະນາທໍາຂອງມະນຸດ.
ທ່ານເຈົ້າແຂວງໃຫ້ຮູ້ວ່າ: ງານສະເຫລີມສະຫລອງວັນອັນມີຄວາມໝາຍສໍາຄັນດັ່ງກ່າວ, ແມ່ນໄດ້ດໍາເນີນມາແຕ່ວັນທີ 5-9 ທັນວາ 2015, ໂດຍຈັດໃຫ້ມີຫລາຍກິດຈະກໍາສໍາຄັນເປັນຕົ້ນ: ງານຕະຫລາດນັດກ່ຽວກັບເຄື່ອງຫັດຖະກໍາປຸງແຕ່ງ, ວາງສະແດງຮູບເງົາ, ສິລະປະວັນນະຄະດີ, ການສໍາມະນາພາຍໃນຫົວຂໍ້:“ການພັດທະນາເສດຖະກິດການທ່ອງທ່ຽວຕິດພັນກັບການອານຸລັກມໍລະດົກ”, “ການປົກປັກຮັກສາ ແລະ ອານຸລັກຄຸນຄ່າເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງແລະການປຶກສາຫາລືວິທີປົກປັກຮັກສາມໍລະດົກໂລກຫລວງພະບາງ ດັ່ງນີ້ເປັນຕົ້ນ. ນອກຈາກນີ້,

ຍັງມີພິທີບາສີສູ່ຂວັນຊ້າງຫລາຍເຊືອກ, ຂະບວນແຫ່ກ້ອນກໍາລັງຕ່າງໆ, ຂະບວນແຫ່ຊ້າງ ແລະ ອື່ນໆ, ເຊິ່ງແຕ່ລະກິດຈະກໍາລ້ວນແຕ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດກໍຄືມວນຊົນເຂົ້າຮ່ວມຊົມເປັນຈໍານວນຫລາຍ, ໂດຍສະເພາະການສໍາມະນາໃນຫົວຂໍ້: “ການປົກປັກຮັກສາອານຸລັກຄຸນຄ່າເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງ ແລະ ການພັດທະນາການທ່ອງທ່ຽວຕິດພັນກັບການອານຸລັກມໍລະດົກໂລກເຫັນວ່ານັກວິຊາການດ້ານມໍລະດົກທັງພາຍໃນ ແລະ ຕ່າງປະ ເທດໄດ້ມີຄໍາຄິດເຫັນທີ່ຄ້າຍຄືກັນວ່າ: ຄວາມຍືນຍົງທາງດ້ານຂອງມໍລະດົກຈະນຳຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດກໍຄືປະຊາຊົນ, ສະນັ້ນ ທຸກພາກສ່ວນຕ້ອງມີສ່ວນໃນການປົກປັກຮັກສາ ແລະ ອານຸລັກມໍລະດົກທາງດ້ານເອກະລັກ ແລະ ວັດທະນາທໍາຮີດຄອງປະເພນີອັນດີງາມນີ້ໄວ້ໃຫ້ຄົງຢູ່ກັບຊາດລາວຕະຫລອດໄປ.

No comments:

Post a Comment