Ad

Ad

10 December 2015

ເປີດນຳໃຊ້ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາຢ່າງເປັນທາງການ

     ໃນວັນທີ 9 ທັນວາ 2015  ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີເປີດນໍາໃຊ້ໂຮງໄຟຟ້າ ຫົງສາ ໂຮງໄຟຟ້າພະລັງງານຄວາມຮ້ອນ ແຫ່ງທໍາອິດຂອງ ສປປ ລາວ ທີ່ເມືອງຫົງສາ ແຂວງໄຊຍະບູລີ ຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ  ບຸນຍັງ ວໍລະຈິດ ຮອງປະທານປະ ເທດ ແຫ່ງ ສປປ ລາວ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດ ຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະ ຊວງພະລັງງານ ແລະ ບໍ່ແຮ່, ທ່ານເຈົ້າແຂວງໄຊຍະບູລີ , ພ້ອມດ້ວຍຜູ້ແທນຂັ້ນສູງຈາກຣາຊະອານາ ຈັກໄທ ນໍາໂດຍທ່ານລັດຖະມົນຕີວ່າການກະຊວງພະລັງງານເຂົ້າຮ່ວມນຳດ້ວຍ.

     ໂຄງການໂຮງໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນເປັນການຮ່ວມມືສໍາຄັນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນມູນຄ່າລົງທຶນສູງເຖິງ 3.710 ລ້ານໂດລາສະຫະລັດ ເກືອບ 30.000 ຕື້ກີບ, ເຊິ່ງຖືວ່າເປັນມູນຄ່າສູງທີ່ສຸດໃນ ສປປ ລາວ ໃນປັດຈຸບັນ, ໂຄງການນີ້ ປະກອບມີ 3 ພາກສ່ວນເປັນຜູ້ຖືຮຸ້ນ ຄື: ລັດວິສາຫະກິດຖືຮຸ້ນລາວ  20%, ກຸ່ມບໍລິສັດ ບ້ານປູ  40% ແລະ ກຸ່ມບໍລິສັດ ຣາດຊະບູລີ ໂຮນດິງ 40%. ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ມີກໍາລັງການຜະ ລິດລວມ 1.878 ເມກາວັດໂດຍນໍາໃຊ້ຖ່ານຫີນເປັນເຊື້ອເພີງ ໃນປະລິມານ 14,3  ລ້ານໂຕນຕໍ່ປີ ເພື່ອຜະລິດໄຟຟ້າຈໍານວນ 13.000 ລ້ານກິໂລວັດໂມງຕໍ່ປີ. ດັ່ງນັ້ນ, ໂຮງໄຟຟ້າຫົງສາ ຈຶ່ງເປັນໂຮງໄຟຟ້າທີ່ມີກໍາລັງການຜະລິດສູງທີ່ສຸດໃນ ສປປ ລາວ ແລະ ດໍາເນີນກິດຈະການພາຍໃຕ້ສັນຍາ ການສຳປະທານເປັນເວລາ 25 ປີ ເລີ່ມຕັ້ງແຕ່ປີ 2016-2041. ຕາມແຜນພັດທະນາປະເທດຂອງລັດ ຖະບານລາວ ໃຫ້ກາຍເປັນ ໝໍ້ໄຟຂອງອາຊຽນ” (Battery of ASEAN) ແລະ ກ້າວສູ່ການເປັນປະເທດກໍາລັງພັດທະນາ ເພື່ອເສດຖະກິດ ແລະ ເພື່ອຄວາມໝັ້ນຄົງຂອງປະເທດຊາດໃຫ້ຍືນຍົງຕະ ຫລອດໄປ. ສຳລັບເຄື່ອງຜະລິດກະແສໄຟຟ້າໜ່ວຍທີໜຶ່ງ ໄດ້ເລີ່ມທຳການຜະລິດໃນເດືອນມິຖຸນາ ແລະ ໜ່ວຍສອງ ໄດ້ຜະລິດໃນເດືອນພະຈິກ 2015 ທີ່ຜ່ານມາ, ສ່ວນໜ່ວຍທີ່ສາມຈະສຳເລັດ ແລະ ດຳເນີນການຜະລິດໃນເດືອນ ມີນາ 2016 ແຕ່ລະໜ່ວຍມີກໍາລັງການຜະລິດ 626 ເມກາວັດ ເຊິ່ງກຳລັງການຜະລິດທັງໝົດຈະໄດ້ຈຳໜ່າຍໃຫ້ປະເທດໄທ 1.473 ເມກາວັດ ແລະ ໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ.

ທ່ານ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ສປປ ລາວ ມຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ, ມີແຫລ່ງນ້ຳທຳມະຊາດຫລວງຫລາຍ ເຊິ່ງສາມາດພັດທະນາພະລັງງານໄຟຟ້າ ໂດຍສະເພາະພະລັງງານໄຟຟ້ານໍ້າຕົກ ເຊິ່ງສາມາດກໍ່ສ້າງເຂື່ອນໄຟຟ້າ ທີ່ມີກຳລັງຕິດຕັ້ງໄດ້ຫລາຍກວ່າ 26.000 ເມກາວັດ, ປັດຈຸບັນ ມີໂຄງການໄຟຟ້າ ທັງພະລັງງານຄວາມຮ້ອນ ແລະ ພະລັງນ້ຳ 38 ແຫ່ງ, ມີກຳລັງຕິດຕັ້ງ 6.264  ເມກາວັດ, ມີກຳລັງການຜະລິດ 33.300 ລ້ານກິໂລວັດໂມງ/ປີ, ເມື່ອທຽບໃສ່ກ່ອນນີ້ໃນປີ 1975 ມີພຽງ 32,8 ເມກາວັດ, ເພີ່ມຂຶ້ນ 200 ເທົ່າຕົວ. ປັດຈຸ ບັນສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ແລ້ວເກືອບ 90% ຂອງຄອບຄົວໃນທົ່ວປະ ເທດ, ທຽບໃສ່ປີ 1975 ມີ 3,3%. ຜົນສຳເລັດຂອງການພັດທະນາໄຟຟ້າ ໂດຍສະເພາະໂຮງໄຟຟ້າພະລັງຄວາມຮ້ອນຫົງແຫ່ງນີ້ ແມ່ນການປະຕິບັດແນວທາງຍຸດທະສາດຂອງພັກ-ລັດຖະບານ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຍົກສູງການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ໂຄງການພະລັງຄວາມຮ້ອນຫົງສາ ຈະສາມາດສ້າງລາຍຮັບໃຫ້ລັດຖະບານປະມານ 2.300 ລ້ານໂດລາສະຫະລັດ ຕະຫລອດໄລຍະການສຳປະທານ 25 ປີ.

No comments:

Post a Comment