Ad

Ad

10 December 2015

ສະພາຮັບຮອງກົດໝາຍວ່າດ້ວຍສະພາແຫ່ງຊາດສະບັບປັບປຸງ

ກົດໝາຍວ່າດ້ວຍສະພາແຫ່ງຊາດສະບັບປັບປຸງໃໝ່ໄດ້ຖືກຮັບຮອງຈາກສະພາແຫ່ງຊາດຢ່າງເປັນເອກະສັນໃນຕອນເຊົ້າວັນທີ 9 ທັນວານີ້, ເຊິ່ງເປັນມື້ທີສາມຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊູດທີ VII.
ກ່ອນຈະມີການພິຈາລະນາ, ຄົ້ນຄວ້າຮັບຮອງເອົາກົດໝາຍດັ່ງກ່າວຂອງສະມາຊິກສະພາແຫ່ງຊາດ, ທ່ານສາສະດາຈານ ດຣ ດາວວອນ ຫວ່າງວິຈິດ ຄະນະປະຈໍາປະທານກໍາມາທິການກົດໝາຍສະພາແຫ່ງຊາດໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດເທື່ອນີ້ແມ່ນປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກກໍຄືການບູລະນະອົງການອໍານາດລັດໃຫ້ມີຄວາມເຂັ້ມ ແຂງ ແລະ ສອດຄ່ອງກັບການຂະຫຍາຍຕົວທາງດ້ານ
ເສດຖະກິດ-ສັງຄົມໃນໄລຍະໃໝ່ຕາມທິດສ້າງລັດປົກຄອງດ້ວຍກົດໝາຍ ແລະ ຮັບປະກັນດ້ານສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ. ທັງຈະເປັນບ່ອນອິງໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງສະພາແຫ່ງຊາດໃນຖານະເປັນອົງການຕົວແທນແຫ່ງສິດແລະ ຜົນປະໂຫຍດຂອງປະຊາຊົນບັນດາ ເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ອົງການນິຕິບັນຍັດ, ມີພາລະບົດບາດຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ແລະ ຕິດຕາມກວດກາອົງການລັດໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ແລະ ມະຕິກອງປະຊຸມສະພາແຫ່ງຊາດ.

ທ່ານ ດາວວອນ ກ່າວວ່າ: ກົດໝາຍວ່າດ້ວຍສະພາແຫ່ງຊາດສະບັບປັບປຸງໃໝ່ແມ່ນມີທັງໝົດ 9 ພາກ,17 ໝວດ ແລະ 104 ມາດຕາ ແລະ ເນື້ອໃນທີ່ໄດ້ປັບປຸງຂອງກົດໝາຍສະບັບນີ້ເຫັນວ່າລະ ອຽດ, ຄົບຖ້ວນ, ຊັດເຈນສາມາດປະຕິບັດໄດ້ເພື່ອຮັບປະກັນໃຫ້ການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກໃຫ້ອໍານາດລັດປົກຄອງລັດດ້ວຍກົດໝາຍຢ່າງແທ້ຈິງແບະຮັກສາໄດ້ພາລະບົດບາດ, ສິດ ແລະ ໜ້າທີ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດມີປະສິດທິຜົນ.

No comments:

Post a Comment