Ad

Ad

10 December 2015

ສົມ​ເດັດ​ພະ​ເທບຢ້ຽມຢາມ​ສູນ​ລ້ຽງ​ງົວ​ໜອງ​ຫີນ ​ເມືອງ​ປາກ​ຊ່ອງ

​​          ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ​, ຕາມການເຊື້ອເຊີນຂອງທ່ານທອງລຸນສີສຸລິດຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ.​ ໃນວັນທີ 9 ທັນວານີ້, ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາລີແຫ່ງຣາຊະອານາຈັກ ໄທ, ໄດ້ເດີນ ທາງໄປຢ້ຽມຊົມສູນລ້ຽງງົວໜອງຫີນ, ເມືອງປາກຊ່ອງ, ເຊິ່ງຕ້ອນຮັບໂດຍທ່ານ ດຣ ບຸນມີ ພອນສະຫວັນ ອະທິການບໍດີມະຫາວິທະຍາໄລຈໍາປາສັກ, ພ້ອມດ້ວຍອໍານາດການປົກຄອງແຂວງ.
ສູນລ້ຽງງົວດັ່ງກ່າວ, ແມ່ນສ້າງເປັນສູນທົດລອງປູກພືດຜັກ, ໝາກໄມ້ເມືອງໜາວ, ດອກໄມ້, ລ້ຽງສັດແລະເພາະພັນສັດເຊັ່ນ: ງົວ,​ ແບ້,​ ເປັດ,​ ໄກ່ແລະ ປາເປັນສູນຄົ້ນຄວ້າວິໄຈໃຫ້ແກ່ນັກຮຽນ​-ນັກ
ສຶກສາຂອງມະຫາວິທະຍາໄລຈໍາປາສັກ, ເຊິ່ງມີເນື້ອທີ່ 32 ​ເຮັກຕາ, ໃນໂອກາດນີ້ສົມເດັດພະເທບກໍໄດ້ປູກຕົ້ນໄມ້ຮ່ວມກັບທ່ານເຈົ້າແຂວງຈໍາປາສັກໄວ້ເປັນທີ່ລະນຶກ.

ຫລັງຈາກນັ້ນ, ພະເທບໄດ້ເດີນທາງໄປຢ້ຽມຢາມໂຮງໝໍເມືອງປາກຊ່ອງ, ໂດຍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງໂຄງການພັດທະນາໂຮງໝໍດັ່ງກ່າວພາຍໃຕ້ຂອບການຮ່ວມມືທາງດ້ານວິຊາການລາວ-​ໄທຈາກທ່ານສິງທອງລາບພິເສດພັນຮອງຫົວໜ້າກົມຮ່ວມມືລະຫວ່າງປະເທດ, ໃນໂອກາດນີ້ພະເທບໄດ້ມອບອຸປະກອນການແພດຈໍານວນໜຶ່ງໃຫ້ໂຮງໝໍດັ່ງກ່າວ ແລະ ໃນ​​ໂອ ກາດດຽວກັນ, ສົມເດັດພະເທບຍັງໄດ້ເດີນທາງໄປສະຖານທີ່ຜະລິດກະສິກໍາທີ່ນັກລົງທຶນໄທມາລົງທຶນແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທໍາມະຊາດຢູ່ໃນເຂດເມືອງປາກຊ່ອງໃນຕອນຄ່ຳວັນດຽວກັນ, ສົມເດັດພະເທບໄດ້ເດີນທາງກັບຄືນປະເທດໄທດ້ວຍຄວາມສະຫວັດດີພາບ.

No comments:

Post a Comment