Ad

Ad

10 December 2015

ສະພາຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງປີ 2015

ສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງໃໝ່ປີ 2015 ຢ່າງເປັນເອກະສັນໃນຕອນຄໍ່າວັນທີ 8 ທັນວານີ້, ພາຍຫລັງໄດ້ພ້ອມກັນພິຈາລະນາຮ່າງລັດຖະທໍາມະນູນດັ່ງກ່າວມາເປັນເວລາສອງວັນ, ຂະນະທີ່ສະມາຊິກສະພາແຫ່ງຊາດຫລາຍທ່ານໃຫ້ທັດສະນະຄ້າຍຄືກັນວ່າ: ລັດຖະທໍາມະນູນສະບັບໃໝ່ນີ້ຈະເປັນພື້ນຖານໃນການສ້າງບັນດານິຕິກໍາຕ່າງໆຂອງລາວເພື່ອໃຫ້ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດດ້ວຍກົດໝາຍມີຄວາມເຂັ້ມແຂງ ແລະ ນໍາໃຊ້ໄດ້ຢ່າງຍາວນານ.

ວັນທີ 8 ທັນວານີ້, ຊຶ່ງເປັນມື້ທີສອງຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII, ໂດຍໃນພາກເຊົ້າ ແລະ ບ່າຍຂອງມື້ດັ່ງກ່າວ, ແມ່ນການພິຈາລະນາ, ຄົ້ນຄວ້າຂອງສະມາຊິກສະພາແຫ່ງຊາດເພື່ອປະກອບຄໍາຄິດຄໍາເຫັນຕໍ່ຮ່າງລັດຖະທໍາມະນູນສະບັບປັບປຸງໃໝ່ປີ
2015 ຕາມຄໍາເຫັນເຈາະຈີ້ມຂອງທ່ານປະທານສະພາ, ໂດຍສະເພາະແມ່ນດ້ານໂຄງປະກອບຂອງລັດຖະທໍາມະນູນທີ່ໄດ້ເພີ່ມເຂົ້າໃໝ່ 3 ໝວດຄື: ໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ໝວດທີXI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກໍາມະການເລືອກຕັ້ງ, ສ່ວນດ້ານເນື້ອໃນແມ່ນພິຈາລະນາເຖິງຄວາມເໝາະສົມຂອງຄໍາສັບບາງປະໂຫຍກເຊັ່ນ: ໃນມາດຕາ 13 ຂອງໝວດ II ວ່າເສດຖະກິດແຫ່ງຊາດຂອງ ສປປ ລາວ ແມ່ນເສດຖະກິດຕະຫລາດຕາມທິດສັງຄົມນິຍົມຊຶ່ງປະກອບດ້ວຍຫລາຍພາກສ່ວນເສດຖະກິດທີ່ຄົງຕົວຢ່າງຍາວນານ, ມີຄວາມສະເໝີພາບ, ທັງແຂ່ງຂັນ ແລະ ຮ່ວມມືກັນພາຍໃຕ້ກົດໝາຍ, ມາດຕາ 52 ວ່າດ້ວຍສະພາແຫ່ງຊາດເປັນອົງການສູງສຸດແຫ່ງອໍານາດລັດ, ສິດຂອງລັດຖະບານໃນການໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດແລະການໃຫ້ສັນຊາດລາວຄືນ(ໃນປັດຈຸບັນແມ່ນສິດຂອງຄະນະປະຈໍາສະພາແຫ່ງຊາດ) ຫລືສິດຕົກລົງໃຫ້ນາມມະຍົດພົນລະເມືອງກິດຕິມະສັກ, ການກໍານົດສິດຕົກລົງຂອງປະທານປະເທດຕໍ່ກັບການອະໄພຍະໂທດຕາມການສະເໜີຂອງລັດຖະບານ (ໃນປັດຈຸບັນແມ່ນສິດຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ), ສິດຕົກລົງແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕໍາແໜ່ງຜູ້ພິພາກສາຂອງສານປະຊາຊົນສູງສຸດ, ຮອງປະທານສານທະຫານຂັ້ນສູງ ແລະ ຜູ້ພິພາກສາທ້ອງຖິ່ນ, ພາຍຫລັງທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຮັບຮອງເອົາຕາມການສະເໜີຂອງປະທານສານປະຊາຊົນສູງສຸດເພື່ອໃຫ້ຄະນະປະຈໍາສະພາສະແຫ່ງຊາດຕົກລົງຫລືສິດຕົກລົງແຕ່ງຕັ້ງ, ຍົກຍ້າຍຫລືປົດຕໍາແໜ່ງສະພາຜູ້ພິພາກສາສານປະຊາຊົນສູງສຸດແມ່ນສິດພິຈາລະນາຕົກລົງຈາກກອງປະຊຸມສະພາແຫ່ງຊາດດັ່ງນີ້ເປັນຕົ້ນ ແລະ ຜ່ານການພິຈາລະນາຄົ້ນຄວ້າແຕ່ລະບັນຫາສໍາຄັນດັ່ງກ່າວຂອງສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ມີການປະກອບຄໍາເຫັນຢ່າງເປັນເອກະພາບວ່າ: ການຈັດວາງແລະເພີ່ມຕື່ມ 3 ໝວດເຂົ້າໃນໂຄງສ້າງລັດຖະທໍາມະນູນສະບັບນີ້ແມ່ນເໝາະສົມສອດຄ່ອງດີ, ສ່ວນເນື້ອໃນທີ່ໄດ້ຮັບການປັບປຸງ, ເພີ່ມຕື່ມໃນບາງໝວດ, ບາງມາດຕາກໍເຫັນວ່າມີລັກສະນະລະອຽດ, ຄົບຖ້ວນ, ຊັດເຈນ, ສ່ອງແສງໃຫ້ເຫັນຈະແຈ້ງກ່ຽວກັບຈຸດໝາຍໃນການສ້າງລະບອບປະຊາທິປະໄຕປະຊາຊົນພາຍໃຕ້ການນໍາພາຂອງພັກໃນການສ້າງປະຖົມປັດໃຈກ້າວຂຶ້ນສູ່ລະບອບສັງຄົມນິຍົມ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນໃນໄລຍະໃໝ່, ພ້ອມທັງຮັບປະກັນໃຫ້ການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ໃຫ້ອໍານາດລັດປົກຄອງລັດດ້ວຍກົດໝາຍຢ່າງແທ້ຈິງ ແລະ ຮັກສາໄດ້ບົດບາດ, ສິດ ແລະ ໜ້າທີ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດມີປະສິດທິຜົນ.

No comments:

Post a Comment