Ad

Ad

10 December 2015

ມອບ​ລາງ​ວັນ​ວັນນະກຳ​​ແມ່​ນ້ຳຂອງໃຫ້​ນັກ​ປະພັນ​ຜູ້​ທີ່​ຂຽນ​ບົດ​ດີ​ເດັ່ນ

        
ວັນທີ 9 ທັນວານີ້, ສະມາຄົມນັກປະພັນລາວໄດ້ຈັດພິທີມອບລາງວັນວັນນະກຳແມ່ນ້ຳຂອງປະ ຈຳປີ 2015 ຂຶ້ນ, ຢູ່ຫໍວັດທະນະທຳແຫ່ງ ຊາດ, ​ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາວພູວົງລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼ່ງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ,​ ​ແລະ ນັກປະພັນຈາກປະເທດໄທ, ຫວຽດນາມ, ຈີນ, ກຳປູເຈຍແລະ ມຽນມ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານນາງ ຜິວລາວັນ ຫຼວງວັນນາ ຮັກສາການປະທານສະມາຄົມນັກປະພັນລາວ​​ໄດ້ກ່າວ​​ໃນພິທີວ່າ:​ ນັບແຕ່ປີ 2007 ​ເປັນຕົ້ນມາແລະ ປີນີ້​​ເປັນຄັ້ງທີ 6 ​ແລ້ວ, ຊຶ່ງລາວໄດ້ຮັບກຽດເປັນເຈົ້າພາບ​ ​ແລະ ມີນັກກາວີຈຳນວນ 12 ທ່ານ ຈາກ 6 ປະເທດທີ່ໄດ້ຮັບລາງວັນອັນຊົງກຽດນີ້ຄື: ຈາກປະເທດໄທ 2 ທ່ານ ,
ຫວຽດນາມ 2 ທ່ານ, ກຳປູເຈຍ 2 ທ່ານ, ຈີນ 2 ທ່ານ, ມຽນມ້າ​ 1 ທ່ານແລະ ລາວ 3 ທ່ານ ຄື:(1) ພະ​​ໄພວັນ ມາລາວົງ, (2) ທ່ານ ຈັນທະພອນ ວັນນະຈິດ,(3) ທ່ານ ຄຳແພງ ອ່ອນສາ ,ສຳລັບບົດຂຽນທີ່​​ໄດ້ຮັບລາງວັນໃນຄັ້ງນີ້ປະກອບມີ: ບົດປະພັນ​​​ເລື່ອງສັ້ນ,​ ເລື່ອງຍາວແລະ ບົດກາວີ,ຊຶ່ງລ້ວນແລ້ວແຕ່ໄດ້ຮັບການຄັດເລືອກຈາກຄະນະກຳມະການຂອງແຕ່ລະປະເທດ,​ ໂດຍພາຍໃຕ້ຄຳຂັວນທີ່ວ່າ: ” ສັນຕິພາບ, ການຮ່ວມມື, ມິດຕະພາບແລະ ການພັດທະນາ”.

ຮັກສາການສະມາຄົມນັກປະພັນລາວກ່າວວ່າ: ລາງວັນວັນນະກຳແມ່ນ້ຳຂອງກໍ່ຕັ້ງຂຶ້ນ​​ໃນປີ 2006  ທີ່ຈະຄອນໂຮ່ຈີມິງ ປະເທດຫວຽດນາມ,​ ໂດຍ​​ແມ່ນສະມາຄົມນັກປະພັນຫວຽດນາມ, ລາວແລະ ກຳປູເຈຍ ເປັນຜູ້ລິເລີ່ ໂດຍແນ່​​ໃສ່​​ຊຸກຍູ້ສົ່ງເສີມການພົວພັນມິດຕະພາບແລະ ການຮ່ວມມືລະຫວ່າງສະມາຄົມນັກປະພັນ 6 ປະ​​ເທດລຸ່ມແມ່ນ້ຳຂອງໃຫ້ເຂົ້າສູ່ລວງເລິກ​ ​ແລະ ກວ້າງຂວາງກວ່າເກົ່າໃນການປະດິດສ້າງເພື່ອໃຫ້ໄດ້ມາຊຶ່ງບົດປະພັນທີ່ມາຄຸນຄ່າທາງສັງຄົມນັບມື້ມີຈຳນວນຫຼວງຫຼາຍ.

No comments:

Post a Comment