Ad

Ad

10 December 2015

ສາທາຫາລື​ການຈັດຕັ້ງປະຕິບັດ​ວຽກ​ງານ​ສຸກ​ເສີນ​


  ​ໃນວັນທີ 9 ທັນວານີ້, ກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກໄດ້ຈັດກອງປະ ຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານສຸກເສີນດ້ານສາທາລະນະສຸກຂຶ້ນ, ທີ່ນະຄອນຫຼວງວຽງຈັນໂດຍການ​​ເຂົ້າຮ່ວມຂອງທ່ານ ສຈ. ດຣ. ​ເອກສະຫວ່າງ ວົງວິຈິດ ລັດຖະ ມົນຕີວ່າການກະຊວງສາທາລະນະສຸກແລະ ທ່ານ ດຣ ຈູລຽດໄຟໂຊຄ໌ (Dr Juliet Fleischl) ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ພ້ອມດ້ວຍຫົວໜ້າກົມ, ຮອງກົມຈາກ​​ກະຊວງ​, ສະຖາບັນ, ​ໂຮງໝໍແລະ ພະແນກສາທາ ລະນະສຸກແຂວງຕ່າງໆເຂົ້າຮ່ວມນຳດ້ວຍ.
    ​ທ່ານ ລັດເຖະມົນຕີວ່າການກະຊວງສາທາລະນະສຸກກ່າວໃນທີ່ປະຊຸມວ່າ: ​ເພື່ອສະເໜີແນວທາງແລະການແລກປ່ຽນຄວາມຄິດຄວາມເຫັນໃນການຈັດຕັ້ງປະຕິບັດວຽກງານສຸກເສີນດ້ານສາ ທາລະນະສຸກທັງຂັ້ນສູນກາງແລະ ຂັ້ນແຂວງ, ​ເພື່ອສະໜັບສະໜູນຄວາມອາດສາມາດຂອງຫ້ອງການສຸກເສີນດ້ານ
ສາທາລະນະສຸກລວມໄປເຖິງຂອດປະສານງານໃນວຽກງານດັ່ງກ່າວລະຫວ່າງກະຊວງສາທາລະນະສຸກກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງອື່ນໆແລະການກະກຽມສະກັດກັ້ນແລະ ຕອໂຕ້ສະພາວະສຸກເສີນດ້ານສາທາລະນະສຸກທີ່ເກີດຂຶ້ນໃຫ້ທັນເວລາແລະ ມີປະສິດທິພາບຢ່າງເປັນປົກກະຕິ, ພ້ອມນັ້ນກໍປຶກສາຫາລືໃນການສ້າງຕັ້ງຫ້ອງການປະຕິບັດງານສຸກເສີນດ້ານສາທາລະນະສຸກຂຶ້ນຢູ່ໃນລະດັບແຂວງແລະເມືອງ, ສ້າງຄວາມເຂົ້າໃຈພາລະບົດບາດຂອງຫ້ອງການປະຕິບັດງານສຸກເສີນດ້ານສາທາລະນະສຸກແລະ ຄວາມຕ້ອງການສຳລັບໃນລະດັບແຂວງເພື່ອເຊື່ອມໂຍງຂໍ້ມູນຂ່າວສຸກເສີນດ້ານສາທາລະນະສຸກລະຫວ່າງສູນກາງແລະ ທ້ອງຖິ່ນຢ່າງມີປະສິດທິພາບ.

ຜູ້ຕາງໜ້າອົງການອະນາໄມໂລກກ່າວວ່າ: ​ຫ້ອງປະຕິບັດສຸກເສີນມີບົດບາດເປັນຈຸດບັນຊາການແລະ ຄວບຄຸມສິ່ງອຳນວຍຄວາມສະດວກຕ່າງໆ, ຊຶ່ງເປັນສະຖານທີ່ປະຕິບັດງານໃນການຕອບໂຕ້ທຸກເຫດການດ້ານສາທາລະນະສຸກ, ທັງເປັນສະຖາທີ່ໃນການກະກຽມແຜນງານແລະ ດຳເນີນງານໃນແຕ່ລະວັນແລະ ຍັງ​​ເປັນການດຳເນີນງານທີ່ກຽວພັນກັບວຽກງານອື່ນໆເຊັ່ນ: ​ເຝົ້າລະວັງເພື່ອປະເມີນຄວາມສ່ຽງ, ການສະກັດກັ້ນແລະ ຄວບຄຸມການຕິດເຊື້ອ, ການບົ່ງມະຕິທາງດ້ານຫ້ອງວິເຄາະແລະ ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ, ​ເພື່ອຮັບປະກັນວ່າພວກເຮົາສາມາດຄວບຄຸມການລະບາດຂອງພະຍາດຊືມເຊື້ອແລະຕອບໂຕ້​​ໄດ້ທັນກັບເວລາ.  

No comments:

Post a Comment