Ad

Ad

10 December 2015

ເຈົ້າໜ້າທີ່ ປກສ ຫລວງພະບາງຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ຂ່າວ-ພາບ : ຫນັງສືພິມ ປກສ
ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ປກສແຂວງຫລວງພະບາງ, ​ໄດ້ນຳກຳລັງເຂົ້າປິດລ້ອມກວດຄົ້ນເຮືອນ​​ທ້າວ ທອງວິນ ອາຍຸ 47 ປີແລະ ນາງ ຊວານອາຍຸ 40 ປີ, ທັງສອງເປັນຜົວ​​ເມຍກັນ, ຢູ່ບ້ານນາຊອນ , ເມືອງໂພນທອງແຂວງຫລວງພະບາງ, ພາຍຫລັງມີພົນລະ ເມືອງດີແຈ້ງວ່າເຮືອນຫລັງດັ່ງກ່າວເປັນແຫລ່ງຄ້າຂາຍຢາເສບຕິດລາຍໃຫຍ່ ແລະ ຜ່ານການກວດຄົ້ນໃນເຮືອນພົບເຮໂຣອິນຈໍານວນ 20 ​ແທ່ງຊຸກເຊື່ອງໄວ້ຢູ່ຫ້ອງນອນຈຶ່ງໄດ້ຢືດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ເຮໂຣອີນດັ່ງກ່າວແມ່ນຊື້ມານໍາຂະບວນການຄ້າຢາເສບຕິດພາຍໃນແຂວງຫລວງພະບາງເພື່ອຈະເອົາໄປສົ່ງໃຫ້ລູກຄ້າຢູ່ປະເທດໃກ້ຄຽງ, ແຕ່ຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ ແລະ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ຈະຂະຫຍາຍຜົນເພື່ອຈັບຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍໂດຍໄວ.


     ​ເຈົ້າໜ້າທີ່ເປີດເຜີຍວ່າ: ຄູ່ຜົວເມຍຄ້າຢາເສບຕິດຄະດີນີ້, ເປັນເປົ້າໝາຍ​​ຕິດຕາມມາດົນ ແລະ ຈົນໄດ້ຮັບແຈ້ງຈາກພົນລະເມືອງດີວ່າພວກກ່ຽວມີຢາເສບຕິດຊຸກເຊື່ອງໄວ້ພາຍໃນເຮືອນ, ຈຶ່ງນໍາກໍາລັງເຂົ້າຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment