Ad

Ad

10 December 2015

ອົງ​ການ​ກາ​ແດງ​ລາວຍົກ​ລະ​ດັບ​ຄວາມ​ຮູ້​ວຽກ​ງານໂຄ​ສະ​ນາ-ຂ່າວ​ສານ

ໃນວັນທີ 8 ທັນວານີ້, ອົງການກາແດງລາວໄດ້ຈັດຊຸດຝຶອົບຮົມວຽກງານໂຄສະນາ-ຂ່າວສານຂຶ້ນທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຮ.ຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ,​ ມີທ່ານຫົວໜ້າ​​ກາແດງແຂວງວຽງຈັນ ແລະ ຜູ້ຕາງໜ້າຄະນະກຳມະການກາແດງສາກົນ (ICRC), ພ້ອມດ້ວຍສຳມະນາກອນເຂົ້າຮ່ວມເປັນຈໍານວນຫລາຍ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານໃນດ້ານເຕັກນິກ, ວິທີການຂຽນຂ່າວໃຫ້ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ເນື້ອ​ໃນ, ມີຄວາມກະທັດຮັດ, ຊັດເຈນ
ຍິ່ງຂຶ້, ໂດຍການຢຶດຖືຈັນຍາບັນຂອງນັກຂ່າວເປັນສຳຄັນ, ຮຽນຮູ້ວິທີການຖ່າຍຮູບ​​ພາບໃຫ້ໄດ້ຄຸນນະພາບ, ມາດ​ຕະຖານ ແລະ ສາມາດນຳໃຊ້ລົງ​ໃນ​ວາລະສານ​ ແລະ ສິ່ງ​ພິມ​ຕ່າງໆໄດ້ ແລະ ຮູ້ວິທີການນຳໃຊ້ສື່ສັງຄົມອອນລາຍຢ່າງເໝາະສົມ.
ນອກຈາກນັ້ນ, ນັກສຳມະນາກອນຍັງ​​ໄດ້ແລກປ່ຽນຄວາມຄິດຄວາມເຫັນ,​ ປະສົບ​ການໃນການເຮັດວຽກ ແລະ ປຶກສາຫາລື​​ການແກ້ໄຂບັນຫາຕ່າງໆທີ່ມັກເກີດຂຶ້ນໃນເວລາເຮັດວຽກຕົວຈິງ​.

ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜຸນຈາກຄະນະກຳມະການກາແດງສາກົນ (ICR C) ແລະ ດຳເນີນໄປເປັນເວລາ 2 ວັນ​.

No comments:

Post a Comment