Ad

Ad

9 December 2015

ສົມ​ເດັດ​ພະ​​ເທບແຫ່ງຣາຊະ​ອານາຈັກ​ໄທຢ້ຽມຢາມລາວ

ໃນ​​ວັນທີ 8-9 ທັນວາ 2015 ນີ້ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມມາຣາຊະກຸມາລີແຫ່ງຣາຊະອານາຈັກໄທໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມການເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ການເດີນທາງມາຢ້ຽມຢາມ ສປປ ລາວຂອງສົມເດັດພະເທບແມ່ນມີຄວາມໝາຍສໍາຄັນຢ່າງສູງເຊິ່ງຊ່ວຍໃຫ້ປະຊາຊົນສອງຊາດລາວ-​ໄທມີຄວາມເຂົ້າອົກເຂົ້າໃຈກັນເລິກເຊິ່ງຂຶ້ນຕື່ມພ້ອມທັງເປັນການເພີ່ມທະວີສາຍພົວພັນມິດຕະພາບແລະ ການຮ່ວມມືໃນຫລາຍດ້ານລະຫວ່າງ ສປປ ລາວແລະ ຣາຊະອານາຈັກໄທ.
          ​ໃນຕອນເຊົ້ົາວັນທີ 8 ທັນວາ 2015 ​ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມມາຣາຊະກຸມາລີໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕນະຄອນຫລວງວຽງຈັນແລະ ຕ້ອນຮັບໂດຍທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທໍາ, ​ເຈົ້າຄອງນະຄອນຫລວງວຽງຈັນແລະ
ພະນັກງານທີ່ກ່ຽວຂ້ອງຫລັງຈາກນັ້ນໄດ້ເດີນທາງໄປຢ້ຽມຢາມໂຮງຮຽນຊົນເຜົ່າແລະ ວັດ ທະນະທໍາເດັກກໍາພ້າຫລັກ 67 ​ເພື່ອເຂົ້າຮ່ວມພິທີເປີດນໍາໃຊ້ອາຄານຮຽນຄອມພິວເຕີພ້ອມທັງມອບ​​ອຸປະກອນການຮຽນແລະເຄື່ອງກິລາຈໍານວນໜຶ່ງໃຫ້ແກ່ໂຮງຮຽນດັ່ງກ່າວພາຍຫລັງສໍາເລັດພາ ລະກິດໄດ້ເດີນທາງກັບນະຄອນຫລວງວຽງຈັນແລະໃຫ້ກຽດຕ້ອນຮັບໂດຍທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແລະເປັນເຈົ້າພາບຈັດງານລ້ຽງອາຫານທ່ຽງທີ່ໂຮງແຮມລາວພລາຊາ.
          ​ໃນຕອນບ່າຍ​​ວັນດຽວກັນສົມເດພະເທບໄດ້ເຂົ້າຢ້ຽມຄໍານັບທ່ານ ຈູມມາລີໄຊຍະສອນ ປະ ທານປະເທດປະເທດແຫ່ງ ສປປ ລາວເຊິ່ງການພົບປະເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນສະໜິດສະໜົມຮັກແພງຖານປະເທດບ້ານ​​ໃກ້ເຮືອນຄຽງທີ່ດີເຊິ່ງທ່ານປະທານປະເທດໄດ້ຕາງໜ້າໃຫ້ປະຊາຊົນລາວສະແດງຄວາມຂອບໃຈສົມເດັດພະເທບໃນການຊ່ວຍເຫລືອອັນລໍ້າຄ່າໃນໄລຍະຜ່ານມາ ​​ເປັນການປະກອບສ່ວນສໍາຄັນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວກໍຄືການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຂອງລາວໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

          ພາຍຫລັງສໍາເລັດການຢ້ຽມຄໍານັບປະທານປະເທດສົມເດັດພະເທບໄດ້ອອກເດີນທາງໄປຢ້ຽມຊົມສໍານັກພິມແລະ ຈໍາໜ່າຍປຶ້ມແຫ່ງລັດຂອງກະຊວງຖະແຫລງຂ່າວວັດທະນະທໍາແລະ ທ່ອງທ່ຽວຫລັງຈາກນັ້ນໄດ້ເດີນທາງໄປຍັງແຂວງຈໍາປາສັກໃຫ້ກຽດຕ້ອນຮັບໂດຍທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ​ເຈົ້າແຂວງຈໍາປາສັກແລະປະ ຊາຊົນຊາວແຂວງຈໍາປາສັກ. ​ໃນຕອນບ່າຍວັນດຽວກັນໄດ້ມີພິທີບາສີສູ່ຂວັນຕາມຮີດຄອງປະເພນີລາວແລະ ງານລ້ຽງອາຫານຄໍ່າທີ່ໂຮງແຮມຈໍາປາສັກແກຣນໃຫ້ແກ່ສັມເດັດພະເທບເຊິ່ງຈັດໂດຍທ່ານດຣ. ບຸນຖອງ ດີວິໄຊເຈົ້າແຂວງໆຈໍາປາສັກ.

No comments:

Post a Comment