Ad

Ad

9 December 2015

ຮອງນາຍົກລັດຖະມົນຕີສົມສະຫວາດເລັ່ງສະຫວັດສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

 ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ທັງເປັນປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ, ທ່ານຮອງນາຍົກ ລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ແຕ່ວັນທີ4-6 ທັນວາຜ່ານມານີ້.
ໃນໂອກາດນີ້, ຄະນະກຳມະການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ພາຍໃຕ້ການນຳພາຂອງຮອງນາຍົກລັດຖະມົນຕີທັງສອງ, ໄດ້ຈັດກອງປະຊຸມພົບປະຫາລືກັນຂຶ້ນທີ່ຫ້ອງວ່າການລັດຖະບານຫວຽດນາມໃນຕອນເຊົ້າວັນທີ 6 ທັນວາ 2015 ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຮ່ວມມືລະຫວ່າງສອງປະເທດແຕ່ປີ 2011-2015, ພ້ອມກັນນັ້ນກໍຄົ້ນຄວ້າທິດທາງການຮ່ວມມື
ລະຫວ່າງສອງປະເທດແຕ່ປີ 2016-2020 ເພື່ອແນໃສ່ກະກຽມລາຍງານຕໍ່ການພົບປະປະຈຳປີຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການຮ່ວມມືລະຫວ່າງສອງລັດຖະບານລາວ-ຫວຽດນາມ, ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້.
ພ້ອມນີ້, ທ່ານຮອງນາຍົກລັດຖະມົນທັງສອງ, ຍັງໄດ້ເປັນເອກະພາບກັນຕີລາຄາວ່າແຕ່ປີ 2011-2015 ການຮ່ວມມືລະຫວ່າງສອງປະເທດໄດ້ຮັບຜົນສຳເລັດໃນຫລາຍດ້ານ, ເຊິ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການຮັດແໜ້ນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ເຖິງວ່າສອງປະເທດຈະປະສົບຄວາມຫຍຸ້ງຍາກຫລາຍປະການກໍຕາມ, ພ້ອມທັງມີຄວາມຊົມຊື່ນຍິນດີທີ່ເຫັນວ່າການຮ່ວມມືສອງຝ່າຍໄດ້ຂະຫຍາຍຕົວຢ່າງໜັກແໜ້ນ, ກວມເອົາທຸກໆຂົງເຂດນັບມື້ເຂົ້າສູ່ລວງເລິກ, ແທດກັບຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຕາງໜ້າພັກ-ລັດຖະບານ ແລະປະຊາຊົນລາວສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ-ລັດ ຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າແກ່ພາລະກິດປົກປັກຮັກສາແລະສ້າງສາປະເທດຊາດຂອງສປປລາວຕະຫລອດມາ.

No comments:

Post a Comment