Ad

Ad

9 December 2015

ເ​ຈົ້າໜ້າ​ທີ່ຮຽກຮ້ອງ​ຜູ້​ປົກຄອງ​ຮ່ວມ​ສະກັດ​ກັ້ນ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ໃຫ້​ມີ​ປະສິດທິ​ຜົນ

   
 ​ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໄດ້ອອກມາຮຽກຮ້ອງຜ່ານສື່ມວນຊົນເຖິງຜູ້ປົກຄອງໃຫ້ເພີ່ມທະວີການສຶກສາອົບຮົມແລະ ຕັກເຕືອນລູກຫລານຂອງຕົນບໍ່ໃຫ້ອອກເຄື່ອນໄຫວກໍຄວາມບໍ່ສະຫງົບໃຫ້ສັງຄົມຢ່າງເດັດຂາດ, ​ໂດຍສະເພາະການເຂົ້າຮ່ວມກຸ່ມແກ້ງຂີ່ລົດກວນເມືອງອັນເປັນໜໍ່ແໜງຂອງການກໍ່ຄວາມວຸ້ນວາຍ​​ໃຫ້ແກ່ສັງຄົມ, ​ພ້ອມຢໍ້າຫາກຈັບໄດ້ຈະດຳເນີນມາດຕະການຢ່າງເຂັ້ມງວດ.

     ທ່ານ ພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫລວດຈະລາຈອນ ນະ ຄອນຫລວງວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 7 ທັນວານີ້ວ່າ: ​ໃນໄລຍະຜ່ານມາ, ​ເຈົ້າໜ້າທີ່ພວກເຮົາໄດ້ພົບເຫັນ​​ໄວໜຸ່ມ ອາຍຸປະມານ 14-17ປີ ຈຳນວນໜຶ່ງໄດ້ມາເຕົ້າໂຮມກັນເປັນກຸ່ມກ້ອນ ຫລື ​​ເອີ້ນວ່າ​: ກຸ່ມແກ້ງກວນເມືອງແລະໄດ້ພາກັນຂີ່ລົດຈັກເປັນພຶງເປັນ​​ແພ, ​ຂັບຂີ່
ໄວແຂ່ງຂັນກັນ, ໄປຕາມຖະໜົນ​​ເສັ້ນທາງໃນຕົວເມືອງນະຄອນຫລວງວຽງຈັນ ສົ່ງສຽງດັງ ລົບກວນຜູ້ລັບຜູ້ນອນຢ່າງອຶກກະທຶກ, ​ສ່ວນຫລາຍພວກເຂົາຈະໃຊ້ລົດຈັກເປັນຈຳນວນຫລາຍແຕ່ 100 ຄົນຂຶ້ນໄປ, ອັນໄດ້ສ້າງຄວາມ​​ເດືອດຮ້ອນແລະ ລຳຄານໃຫ້ແກ່ປະຊາຊົນຜູ້​​​ໃຊ້ລົດໃຊ້ຖະໜົນ​​ທີ່ສັນຈອນໄປມາຕາມເສັ້ນທາງ​​ດັ່ງກ່າວ, ຊຶ່ງຜິດຕໍ່ລະບຽບກົດໝາຍກຳນົດໄວ້, ຊຶ່ງປະກົດການ​​​ນີ້ ມັກຈະມີຂຶ້ນທຸກໆທ່ຽງຄືນ​​ຂອງວັນສຸກ, ​ເສົາແລະ ວັນອາທິດໂດຍພວກເຂົາຈະໃຊ້ລົດສຽງດັງ, ຂັບຂີ່ໄວ, ຍົກລໍ້ແລະ ອື່ນໆ​. ຕໍ່ປະກົດການດັ່ງກ່າວ ທາງຄະນະບັນຊາຕຳຫລວດຈະລາຈອນແຕ່ລະຂັ້ນ ກໍຄືກະຊວງປກສກໍໄດ້​​ເອົາໃຈໃສ່ແກ້ໄຂດ້ວຍຫລາຍວິທີການແຕ່ກໍຍັງມີໃຫ້ເຫັນ​. ດັ່ງນັ້ນ ທາງຂັ້ນເທິງຈຶ່ງໄດ້ແນະນຳໃຫ້​​ເຈົ້າໜ້າທີ່ຈະລາຈອນ ບັນດາເມືອງຄື: ເມືອງຈັນທະບູລີ, ​ໄຊ​​ເສດຖາ, ສີສັດຕະນາກແລະ ກອງພັນປ້ອງກັນ​​ເຄື່ອນທີ່ ລົງໄປປະຈຳຢູ່ແຕ່ລະຈຸດທີ່ມີປະກົດການດັ່ງກ່າວຢ່າງເຂັ້ມງວດເພື່ອມ້າງກຸ່ມແກ້ງກວນເມືອງດັ່ງກ່າວ, ພ້ອມກັນນີ້ກໍຮຽກຮ້ອງໃຫ້ທົ່ວສັງຄົມໂດຍສະເພາະພໍ່ແມ່ຜູ້ປົກຄອງ, ຄູ-ອາຈານໄດ້​​ເອົາໃຈ​​ໃສ່ສຶກສາອົບຮົມລູກຫລານຂອງຕົນບໍ່ໃຫ້ໄປເຂົ້າຮ່ວມກຸ່ມກ້ອນດັ່ງກ່າວແລະ ສະກັດກັ້ນການເກີດອຸປະຕິເຫດ​​ໃຫ້ມີປະສິດທິຜົນ.

No comments:

Post a Comment