Ad

Ad

9 December 2015

ຄາດ​ຕະກອນ​ນັກທຸລະກິດ​ຈີນ ຢູ່​ເມືອງ​ຈຳ​ພອນ ​ແມ່​ນນັກຮຽນ​ມີ​ອາຍຸພຽງ 14 ປີ

     ກອງບັນຊາການ ປກສແຂວງສະຫວັນນະ​​ເຂດໃຫ້ຮູ້ວ່າ: ທ້າວເມກສະໝອນແລະ ນາງ ພອນໄຊ ທັງສອງຢູ່ບ້ານແກ້ງກອກທົ່ງແລະແກ້ງກອກເໜືອ, ​ເມືອງຈຳພອນ ​​ແຂວງສະຫວັນເຂດ ຊຶ່ງຄະດີດັ່ງກ່າວເກີດຂຶ້ນເມື່ອວັນທີ 18 ຕຸລາຜ່ານມານີ້, ທ້າວ​ ​ເມກສະໝອນ ອາຍຸ 14 ປີ ນັກຮຽນໄດ້ໃຊ້ມີດ 2 ດວງເຂົ້າໄປຫ້ອງຄົນຈີນ ຊື່ທ້າວ ຊຽງລິນເຊົາເຊິ່ງເປັນນັກທຸລະກິດທີ່ມາຄ້າຂາຍຢູ່ບ້ານດັ່ງກ່າວ, ​ໃນຂະນະພວມນອນຫລັບຢູ່ຜູ້ດຽວແລ້ວເດັກຜູ້ນັ້ນໄດ້ໃຊ້ມີດດັ່ງກ່າວຄາດຕະກຳຈົນເສຍຊີວິດແລ້ວກໍໄປເອີ້ນເອົານາງ ພອນໄຊ ຫລື ລີ້ເພື່ອມາງັດເອົາເງິນໃນຕູ້ນີລະໄພ (ຕູ້ເຊັບ) ​ໄດ້ເງິນສົດຈຳນວນ 74 ລ້ານກວ່າກີບແລະເງິນບາດໄທ 331.900 ບາດ ພ້ອມໂທລະສັບມືຖືໄອ​​​​​​ໂຟນ 5s 1 ໜ່ວຍແລ້ວພວກກ່ຽວທັງສອງໄດ້ນຳເງິນແລະ ມີດທີ່ໃຊ້ຄາດຕະກຳນັ້ນໄປຝັງດິນໄວ້ຢູ່ທົ່ງນາາງເຮືອນທ້າວ ເມກສະໝອນເພື່ອອຳພາງຄະດີ.


     ຜ່ານການສືບສວນທັງສອງຮັບສາລະພາບວ່າ: ​ໄດ້ຮ່ວກັນວາງແຜນຄາດຕະກຳນັກທຸລະກິດໂຊກຮ້າຍຄົນນີ້ມາກ່ອນແລ້ວເພື່ອຢາກໄດ້ໂທລະສັບໄອ​​ໂຟນ 5s, ລົດຈັກ CBR ​ແລະເງິນຄຳໄປໃຊ້.

No comments:

Post a Comment