Ad

Ad

15 October 2015

ນາຍົກລັດຖະມົນຕີ​ ທອງສິງ ທໍາມະວົງ ເນັ້ນໃຫ້ຂະແໜງກ່ຽວຂ້ອງເລືອກເອົາໂຄງການລົງທຶນທີ່ມີປະສິດທິຜົນ

             ໃນໂອກາດໂອ້ລົມຕໍ່ກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດສົກປີ 2015-2016 ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໃນວັນທີ 13 ຕຸລານີ້, ທ່ານໄດ້ເນັ້ນວ່າ: ການ​ອະນຸ ມັດ​ກາ​ນລົງ​ທຶນໃນຕໍ່ໜ້ານີ້, ຕ້ອງຮັບປະກັນປະສິດທິພາບ ​ແລະ ຄຸນ​ນະພາ​ບມັນ, ໝາຍວ່າຕ້ອງຮູ້​ເລືອກເຟັ້ນ​ເອົາ​ຜູ້​ລົງທຶນ​ທີ່​ມີ​ປະສົບ​ການ, ມີ​ຄວາມ​ສາມາດ, ມີທຶນຮອນ​ແທ້ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງ​ສາກົນ, ເດັດຂາດ​ບໍ່​ອະນຸມັດແບບ​ຊະຊາຍ​ຈົນບໍ່ສາມາດຄຸ້ມ​ຄອງ​ໄດ້, ທັງນີ້ກໍ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຍາວ ແລະ ອີກອັນໜຶ່ງແມ່ນໃຫ້ ຫລີກລ້ຽງ​ບັນຫາ​ຜູ້​ລົງທຶນເຂົ້າມາໃນຮູບແບບ​ຈັບ​ຈອງ​ໂຄງການ​ເພື່ອ​ຂາຍ​ຕໍ່ ຫລື ແກ່ຍາວ​ເວລາ, ພ້ອມ​ນັ້ນ​ກໍ​ຕ້ອງສ້າງສິ່ງ​ດຶງ​ດູດການ​ລົງທຶນໃຫ້ຫລາຍກວ່າເກົ່າ ​ແລະ ນໍາເອົາ​ຜົນ​ປະ​ໂຫຍ​ດມາສູ່ປະຊາຊົນ​ຢ່າງ​ແທ້​ຈິງ, ສ້າງ​ເງື່ອນ​ໄຂ​ທີ່​ສະດວກ, ວ່ອງ​ໄວ ​ແລະ ໂປ່​ງ​ໄສ​​ບົນ​ພື້ນຖານ​ສ່ອດຄ່ອງກັບລະບຽບ​ກົດໝາຍ​ ແລະ ຮັບປະກັນ​ການ​ເຊື່ອ​ມໂຍງກໍ​ຄືການ​ແຂ່ງຂັນ​ໃນ​ອານຸພາກ​ພື້ນ, ສິ່ງສໍາຄັນແມ່ນຕ້ອງເຮັດໃຫ້​ເສດຖະກິດ​ມີ​ການ​ເຕີບ​ໂຕ​ທີ່​ມີ​ຄຸນນະພາບ, ມີ​ສະຖຽນ​ລະ​ພາບ, ມີ​ການ​ກະຈາຍ​ລາຍ​ໄດ້ ແລະ ປະກອບສ່ວນຍົກລະດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະກ້າວ.


             ທ່ານນາຍົກ ກ່າວຢໍ້າວ່າ: ໃນຕໍ່ໜ້ານີ້, ໃຫ້ທຸກ​ພາກສ່ວນເພີ່ມທະວີຄວາມ​ເອົາ​ໃຈ​​ໃສ່ຕິດຕາມ, ກວດກາ ​ແລະ ຄຸ້ມ​ຄອງບັນດາ​ໂຄງການ​ລົງທຶນ​ທີ່​ລັດຖະບານໄດ້​ອະນຸມັດ​ໄປ​ແລ້ວ​ໃຫ້​ເຂັ້ມງວດ​ກວ່າ​ເກົ່າເພື່ອໃຫ້ຮັບປະກັນດ້ານຄຸນນະພາບ, ປະສິດທິພາບ ແລະ ຄວາມໂປ່ງໃສ, ຂະນະດຽວກັນກໍຕ້ອງສ້າງ​ເງື່ອນ​ໄຂ​ອໍານວຍ​ຄວາມ​ສະດວກ ​ແລະ ມອບ​ສິດ​ຢ່າງ​ຈະ​ແຈ້ງ​ໃຫ້​ທ້ອງ​ຖິ່ນ, ​ມີ​ກົນ​ໄກ​ປະສານ​ງານ​ທີ່​ຊັດ​ເຈນ. ນອກຈາກນີ້, ກໍໃຫ້ສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະ ມົນຕີໃນການໂຈະ​ການ​ອະນຸມັດ​ຂໍ​ສໍາ​ປະທານ​ໃໝ່​ດ້ານ​ບໍ່​ແຮ່, ປູກ​ຢາງພາລາ ​ແລະ ​ໄມ້​ວິກຮອດ​ປີ 2020.

No comments:

Post a Comment