Ad

Ad

30 October 2015

ສະພາບ​ອາກາດຈະ​ຮ້ອນ​ຂຶ້ນ​ເລັກໜ້ອຍ

     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນວັນທີ 30 ຕຸລານີ້, ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບສອງກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ປົກຄຸມດ້ວຍກຳລັງອ່ອນ, ​ລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດສູງຂຶ້ນເລັກໜ້ອຍຢູ່ແຕ່ລະພາກ, ​ແຕ່ອາກາດຢູ່ແຂວງພາກເໜືອດ້ານຕາເວັນອອກ, ​ແຂວງໄຊສົມບູນ, ພູພຽງບໍລະເວນປາກຊ່ອງຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າແລະມີໝອກບາງປົກຫຸ້ມຢູ່ທົ່ວໄປ.
     + ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 28-30.
     ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປແລະ ອຸນຫະພູມຈະຮ້ອນຂຶ້ນໃນຕອນກາງເວັນຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ຫລວງພະບາງແລະໄຊຍະບູລີ. ອຸນຫະພູມຕ່ຳສຸດ 19-21 ອົງສາແລະ ສູງສຸດ 32-34 ອົງສາ.

     + ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນກາງເວັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 31-33 ອົງສາ. ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນກາງເວັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 32-34 ອົງສາ. ​ແຂວງໄຊສົມບູນ: ອາກາດຍັງສືບຕໍ່ເຢັນແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 14-16 ອົງສາແລະ ສູງສຸດ 26-28 ອົງສາ.

     + ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນກາງເວັນ. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 32-34 ອົງສາ. ​ເຂດປາກຊ່ອງ, ນິຄົມ 34: ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 12-14 ອົງສາແລະ ສູງສຸດ 26-28 ອົງສາ.

No comments:

Post a Comment