Ad

Ad

6 October 2015

ເລີ່ມລົງມືກໍ່ສ້າງທາງແຕ່ໄຟແດງດົງໂດກຫາໄຟແດງຕານມີໄຊເປັນທາງເບຕົງ

ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງ ຈັນເດດສົງຄາມ ທໍາມະວົງ ໄດ້ໃຫ້ສໍາພາດໜັງສືພິມລາວພັດທະນາໃນວັນທີ 5 ຕຸລານີ້ວ່າ: ການກໍ່ສ້າງເສັ້ນທາງເບຕົງແຕ່ 4 ແຍກໄຟແດງດົງໂດກຫາ 4 ແຍກໄຟແດງບ້ານຕານມີໄຊໄດ້ເລີ່ມລົງມືແລ້ວເມື່ອທ້າຍອາທິດຜ່ານມາ, ໃນຄວາມຍາວ 2,5 ກິໂລແມັດ, ປູເບຕົງອັດແໜ້ນໜາປະມານ 23 ຊັງຕີແມັດ ແລະ ມີຄວາມກວ້າງ 28 ແມັດ, ໃນມູນຄ່າ 10 ລ້ານໂດລາສະຫະລັດ ຫລື ປະມານ 80 ຕື້ກີບ, ໂດຍນໍາໃຊ້ງົບປະມານຈາກແຫລ່ງທຶນສໍາລັບປັບປຸງພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນຈໍານວນ 95 ລ້ານໂດລາສະຫະລັດ, ທີ່ກູ້ຢືມຈາກທະນາຄານເອັກຊີມແບງ (EXIM BANK)ສປ ຈີນ ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນກາງປີ 2016 ນີ້. ປັດຈຸບັນພວມດໍາເນີນການຍົກຍ້າຍເສົາໄຟຟ້າ, ນໍ້າປະປາ ແລະມ້າງສິ່ງກີດຂວາງອອກຈາກແລວເຂດກໍ່ສ້າງໃຫ້ສໍາເລັດໂດຍໄວ.


ທ່ານ ເດດສົງຄາມ ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວແຕ່ເດີມມີຄວາມກວ້າງພຽງ 12 ແມັດ, ເປັນທາງປູຢາງທໍາມະດາ ແລະ ນໍາໃຊ້ມາຫລາຍກວ່າ 10 ປີແລ້ວ ແລະ, ເປັນເສັ້ນທາງສາຍໜຶ່ງມີຄວາມສໍາຄັນຕໍ່ການສັນຈອນຂອງພາ ຫະນະເຂົ້າ-ອອກລະຫວ່າງຊານເມືອງ ແລະ ຕົວເມືອງ, ທັງເປັນເສັ້ນທາງເຊື່ອມຕໍ່ການລໍາລຽງຂົນສົ່ງສີນຄ້າລະຫວ່າງພາກໃຕ້ຫາພາກເໜືອໃນແຕ່ລະວັນ ແລະ ປັດຈຸບັນການສັນຈອນໄປມາບົນເສັ້ນທາງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນເສັ້ນທາງຊຸດໂຊມເປ່ເພໜັກໜ່ວງ, ມີຫລາຍຍ່ານເປັນຂຸມເລິກເມື່ອມີຝົນຕົກກໍເປັນບວກເປີະເປື້ອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງ່ໄປເປັນບໍລິເວນກວ້າງ, ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ການດໍາລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງ ແລະ ຜູ້ສັນຈອນໄປມາ, ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນຮີບດ່ວນເພື່ອກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ມີມາດ ຕະຖານ ແລະ ສວຍງາມ.

No comments:

Post a Comment