Ad

Ad

6 October 2015

ຫາລືການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ

ເມື່ອທ້າຍອາທິດຜ່ານມານີ້, ຢູ່ແຂວງສະຫວັນນະເຂດ, ໄດ້ມີກອງປະຊຸມຖອດຖອນບົດຮຽນ ແລະ ປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ, ໂດຍການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງແລະບັນຫາຢາເສບຕິດ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍເພື່ອສະຫລຸບຕີລາຄາແລະຖອດຖອນບົດຮຽນຜົນຂອງການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄວບຄຸມ, ສະກັດກັ້ນແລະຕ້ານຢາເສບຕິດແລະ ການປູກຝິ່ນ-ປູກກັນຊາ, ພ້ອມນັ້ນ​,​ ຍັງໄດ້ປຶກສາຫາລືກ່ຽວກັບວິທີການ,ມາດຕະການສະກັດກັ້ນການປູກຝິ່ນແລະ ແກ້ໄຂບັນຫາສິ່ງເສບຕິດໃນໜຶ່ງປີຜ່ານມາ.

ປັດຈຸບັນຜູ້ທີ່ມີຄວາມສ່ຽງພົວພັນ​ ​ແລະເສບຢາເສບຕິດ​​ແມ່ນມີລັກສະນະເພີ່ມຂຶ້ນຫລາຍໃນເຂດຕົວເມືອງແລະແຜ່ລະບາດໄປເຖິງພື້ນທີ່ຫ່າງໄກສອກຫລີກ, ທຸລະກັນດານ, ປາກົດວ່າມີຄົນເສບຢາບ້າ, ການຊື້-ຂາຍ, ການຂົນສົ່ງ, ນຳຜ່ານແລະເສບຢາເສບຕິດທີ່ແຜ່ລະບາດໄປສູ່ກຸ່ມຄົນໄວໜຸ່ມຢ່າງຮຸນແຮງກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້, ຄວາມບໍ່ສະຫງົບແລະຄວາມບໍ່ເປັນລະບຽບຕໍ່ສັງຄົມແລະ ເຖິງຂີດໝາຍທີ່ຈະເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ບັນຫາຢາເສບຕິດຢູ່ປະເທດເຮົາແມ່ນໜຶ່ງໃນບັນດາປາກົດການຫຍໍ້ທໍ້ແລະເປັນເຄື່ອງມືຫັນປ່ຽນໂດຍສັນຕິຂອງສັດຕູ,​ ເຊິ່ງທຸກພາກສ່ວນທົ່ວສັງຄົມຈະຕ້ອງໄດ້ຮ່ວມກັນແກ້ໄຂລວມເຖິງໃຫ້ຄຳແນະນຳຕໍ່ກຸ່ມສ່ຽງໂດຍສະເພາະໄວໜຸ່ມ-​ເຍົາວະຊົນໃຫ້ເຫັນຜົນຮ້າຍຂອງຢາເສບຕິດຫລາຍຂຶ້ນ.

No comments:

Post a Comment