Ad

Ad

6 November 2015

ລາວຄາດ​ວ່າ​ຈະ​ມີລາຍ​ຮັບຈາກ​​ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 1 ຫຼາຍກວ່າ 4.800 ຕື້​ກີບ​ໃນ​ໄລຍະ 27 ປີ

ໂຄງການກໍ່ສ້າງເຂື່ອນໄຟ້ຟ້ານ້ຳງຽບ 1 ມີກຳລັງຕິດຕັ້ງ290 ເມກາວັດ​, ຊຶ່ງດຳເນີນການກໍ່ສ້າງຢູ່ລະຫວ່າງກາງແຂວງບໍລິຄຳໄຊແລະແຂວງໄຊສົມບຸນ, ໂດຍພາຍ​​ໃຕ້ການຄວບຄຸມແລະດຳເນີນງານຂອງບໍລິສັດໄຟຟ້າ​​ນ້ຳງຽບ 1 ເຊິ່ງປະກອບມີ 3 ຂາຮຸ້ນໃຫຍ່ຄື: ບໍລິສັດກັນໄຊການໄຟຟ້າແຫ່ງປະເທດຍີ່ປຸ່ນ( Kansai Electric Power ), ການໄຟຟ້ຝ່າຍຜະລິດແຫ່ງປະເທດໄທ ( EGAT ) ແລະ ວິສາຫະກິດຖືຮຸ້ນລາວ. ຊຶ່ງໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ເດືອນກັນຍາ 2014 ຜ່ານມາແລະ ມາຮອດປັດຈຸບັນໄດ້ສຳເລັດແລ້ວ 27% ​ໂດຍບໍລິສັດຜູ້ລົງທຶນໄດ້ຮັບສຳປະທານ 27 ປີ​ ​ແລະຄາດວ່າ ສປປ ລາວ ຈະມີລາຍຮັບຫຼາຍກວ່າ 600 ລ້ານໂດລາສະຫະລັດ ປະມານ 4.800 ຕື້ກີບຈາກພາສີພະລັງງານ,ອາກອນຕ່າງໆ ແລະ ເງິນປັນຜົນຈ່າຍໃຫ້ວິສາຫະິດຖືຮຸ້ນລາວ.

ທ່ານ ໂຊຈິ ຊຸດຊຸຍ ( Shoji Tsutsui ) ຮອງອຳນວຍການບໍລິຫານ​​ພະແນກການກໍ່ສ້າງຂອງບໍລິສັດເຂື່ອນໄຟຟ້ານ້ຳງຽບ 1 ກ່າວໃນພິທີວ່າຍແລວນ້ຳງຽບເພື່ອເລີ່ມສ້າງເຮືອນຈັກຜະລິດໄຟຟ້າຫຼັກຂອງເຂື່ອນໃຫຍ່ວ່າ:​ ​ເຂື່ອນໄຟຟ້ານ້ຳງຽບ 1 ປະກອບມີການກໍ່ສ້າງເຂື່ອນ 2 ເຂື່ອນ ແລະ ເຮືອນຈັກຜະລິດໄຟຟ້າ 2 ຫລັງທີ່ຕັ້ງຢູ່ນ້ຳງຽບເມືອງບໍລິຄັນແຂວງບໍລິ
ຄຳໄຊ, ເຂື່ອນໃຫຍ່​ (ຫຼືວ່າເຂື່ອນຫຼັກ)​ມີລວງສູງ 140 ແມັດ, ສ້າງອ່າງກັກນ້ຳທີ່ມີເນື້ອທີ່ 67 ກິໂລຕາແມັດເຊິ່ງຈະກວມເອົາເນື້ອທີ່ຈຳນວນໜຶ່ງຂອງແຂວງໄຊສົມບູນ. ​ເຂື່ອນໃຫຍ່ມີເຮືອຈັກຜະລິດໄຟຟ້າປະມານ 272 ເມກາວັດເພື່ອສົ່ງອອກຂາຍໂດຍຜ່ານສະຖານີສາຍສົ່ງກະແສ່ໄຟຟ້ານາບົງ. ນ້ຳທີ່ຖືກປ່ອຍອອກຈາກເຂື່ອນໃຫຍ່ຈະໄຫຼໄປ​​ອ່າງກັກນ້ຳສຳຮອງ ແລະ ໃນນີ້ຈະມີເຮືອນຜະລິດໄຟຟ້າສຳຮອງທີ່ຈະຜະລິດໄຟຟ້າ​​ໄດ້ປະມານ 18 ເມກາວັດເພື່ອຊົມໃຊ້ພາຍໃນປະເທດ. ຊຶ່ງເຂື່ອນໄຟຟ້າແຫ່ງນີ້ຈະເລີ່ມຜະລິດກະແສໄຟຟ້າໃນຕົ້ນປີ 2019 ທີ່ຈະມາເຖິງແລະ ປັດຈຸບັນວຽກງານອຸບມຸງທີ່ມີຄວາມຍາວ  625 ແມັດກໍສຳເລັດການກໍ່ສ້າງແລ້ວ ແລະ ໄດ້ເລີ່ມອວ່າຍແລວນ້ຳໄດ້ຢ່າງສົມບູນ,ວຽກງານຂຸດຄົ້ນໃນບໍລິເວນເຂື່ອນໃຫຍ່ທັງຝັ່ງຊ້າຍ ແລະ ຝັ່ງຂວາ​, ວຽກງານກໍ່ສ້າງໂຮງງານປະສົມຊີມັງແບບທຳມະດາ ແລະ ແບບອັດແໜ້ນຂະໜາດໃຫຍ່, ໂຮງງານບົດຫີນ ແລະ ລະບົບສາຍສົ່ງເບຕົ່ງ​,​ ສະໜາມກໍ່ສ້າງເຂື່ອນກໍ່ສຳເລັດແລະ ມີຄວາມຄືບໜ້າເປັນຢ່າງດີ. ພິທີອວ່າຍນ້ຳງຽບໄຫຼຜ່ານອຸບມຸງເພື່ອສ້າງເຮືອນຈັກຜະລິດໄຟຟ້າຫຼັກໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້, ໂດຍເຂົ້າຮ່ວມໃນຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ເຈົ້າເມືອງ-ເມືອງບໍລິຄັນ, ມີຜູ້ຕ່າງໜ້າບໍລິສັດຜູ້ຮັບເໝົາ ແລະ ຜູ້ຖືຮຸ້ນລາວເຂົ້າຮ່ວມນຳດ້ວຍ.

No comments:

Post a Comment