Ad

Ad

6 November 2015

ນາຍົກເນັ້ນໃຫ້ຂະແໜງສຶກສາ-ກິລາເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ໃນຂະແໜງການໃຫ້ໝົດໄປ

ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໄດ້ເນັ້ນໃຫ້ກະຊວງສຶກສາທິການ ແລະ ກິລາ, ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນຂະແໜງການຕົນໃຫ້ໝົດໄປເທື່ອລະກ້າວ, ເພື່ອຕີຖອຍຫ່າງສຽງຈົ່ມວ່າທີ່ບໍ່ດີຈາກສັງຄົມ.
ບັນຫາດັ່ງກ່າວ, ໄດ້ຖືກຍົກຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາທີ່ສໍາເລັດລົງເມື່ອບໍ່ດົນມານີ້, ຊຶ່ງທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໄດ້ກ່າວວ່າ: ໃນໄລຍະຜ່ານມາເຖິງວ່າຂະແໜງການສຶກສາ ແລະ ກິລາ, ໄດ້ມີກຸ່ມຄົນບໍ່ຫວັງດີເຄື່ອນໄຫວໂຄສະນາເພື່ອຫວັງມ້າງເພທໍາລາຍ, ຍຸແຍ່ປັ່ນປ່ວນເຮັດໃຫ້ສັງຄົມມີຄວາມລະແວງສົງໄສ, ວິພາກວິຈານໃນທາງທີ່ບໍ່ດີ ແລະ ມີຫລາຍປາກົດ ການຫຍໍ້ທໍ້ເກີດຂຶ້ນໃນຂະແໜງການຕົນ, ໂດຍສະເພາະຢູ່ສະຖາບັນການສຶກສາຕ່າງໆເປັນຕົ້ນ: ການປອມແປງໃບປະສະນີຍະບັດ, ບັນຫາສິ່ງເສບຕິດໃນໂຮງຮຽນ, ການຫລິ້ນກີນຊຸມແຊວ ແລະ ມົ້ວສຸມໄປໃນທາງທີ່ບໍ່ຖືກຕ້ອງຂອງນັກສຶກສາ ແລະ ບັນຫາອື່ນໆ, ແຕ່ເຫັນວ່າຄະນະນໍາກະຊວງສຶກສາ ແລະ ກິລາ, ກໍຄືຄູອາຈານໄດ້ເອົາໃຈໃສ່ສະກັດກັ້ນ
ແລະ ຕ້ານປາກົດການຫຍໍ້ທໍ້ໃຫ້ຫລຸດໜ້ອຍລົງເທື່ອລະກ້າວ, ດ້ວຍການເປີດບັ້ນແຂ່ງຂັນຮັກຊາດພັດທະນາໃນຫລາຍຮູບການເຊັ່ນ: ຂະບວນການສອນດີ-ຮຽນເກັ່ງຕາມ 5 ຫລັກມູນການສຶກສາວາງອອກ, ຫລາຍສະຖາບັນການສຶກສາກາຍເປັນໂຮງຮຽນຕົວແບບ, ໂຮງຮຽນຄຸນນະພາບ, ປອດຢາເສບຕິດ ແລະ ອື່ນໆ, ສະນັ້ນ ໃນອະນາຄົດຕໍ່ໜ້ານີ້, ຊຶ່ງຈະມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍຫລາຍຢ່າງຕໍ່ພາລະກິດປົກປັກຮັກສາແບະສ້າງສາພັດທະນາປະເທດຊາດ, ພວກເຮົາຕ້ອງສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂຫລາຍດ້ານເປັນຕົ້ນ: ປັບປຸງບັນຫາຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຂອງຄູອາຈານ, ນັກຮຽນ-ນັກສຶກສາໃຫ້ຖືກຕ້ອງສອດຄ່ອງກັບແບບແຜນດໍາລົງຊີວິດທີ່ດີ, ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງຊາດ, ຍົກສູງຄຸນະພາບການສຶກສາໃຫ້ດີກວ່າເກົ່າ ແລະ ບັນຫາສໍາຄັນແມ່ນຕ້ອງເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າບັນດາປາກົດການຫຍໍ້ທໍ້ຕ່າງໆໃນຂະແໜງສຶກສາທີ່ເຫັນວ່າມີລັກສະນະເພີ່ມຂຶ້ນເຊັ່ນ: ບັນຫາຢາເສບຕິດ, ການຝ່າຝືນກົດລະບຽບຂອງນັກຮຽນ-ນັກສຶກສາ, ສະພາບຫລີ້ນກິນຟູມເຟືອຍ, ບໍ່ເອົາໃຈໃສ່ສຶກສາຮໍ່າຮຽນເຫັນວ່າຍັງມີຫລາຍ. ດັ່ງນັ້ນ ບັນຫາທີ່ບໍ່ດີດັ່ງກ່າວນີ້ຕ້ອງໄດ້ຮັບການແກ້ໄຂຢ່າງເດັດຂາດ ແລະ ເປັນຮຸບປະທໍາຫລາຍກວ່າເກົ່າ.

No comments:

Post a Comment