Ad

Ad

6 November 2015

ລາວ-ຮົງ​ກາລີ​​ຫາລືການຮ່ວມມືວຽກງານສະພາແຫ່ງຊາດ

 ໃນວັນທີ 5 ພະຈິກນີ້, ທີ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມຄະນະ, ໄດ້ຕ້ອນຮັບແລະ ພົບປະກັບທ່ານລາຊໂລໂກເວປະທານສະພາແຫ່ງຊາດ ຮົງກາລີ ພ້ອມຄະນະ,​​ເພື່ອປືກສາຫາລືແລກປ່ຽນຄໍາຄິດຄໍາເຫັນແລະປະສົບປະການກ່ຽວກັບການປະຕິບັດໜ້າທີ່ຂອງສອງສະພາແຫ່ງຊາດ,​​ໃນໂອກາດທີ່ທ່ານແລະ ຄະນະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວຢ່າງເປັນທາງການແຕ່ວັນທີ 4-6 ພະຈິກນີ້.
ໃນໂອກາດພົບປະ, ສອງຝ່າຍໄດ້ພ້ອມກັນຕີລາຄາແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການປະຕິບັດໜ້າທີ່ຂອງອງສະພາແຫ່ງຊາດໃນໄລຍະຜ່ານມາ​, ເຊິ່ງເຫັນວ່າສອງສະພາແຫ່ງຊາດລາວ-ຮົງກາລີໄດ້ມີການສະໜັບສະໜູນເຊິ່ງກັນແລະ ກັນໃນເວທີພາກພື້ນແລະ ສາກົນຢ່າງຕໍ່ເນື່ອງ​, ອັນໄດ້ປະກອບສ່ວນສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງລັດຖະບານແລະ ປະຊາຊົນສອງຊາດເຮັດໃຫ້ການຮ່ວມມືດ້ານຕ່າງໆໄດ້ຮັບການພັດທະນາດີຂຶ້ນຕາມລໍາດັບ. ໃນໂອກາດພົບປະດັ່ງ
ກ່າວ, ທ່ານນາງປານີ ຢາທໍ່ຕູ້ ຍັງໄດ້ສະເໜີໃຫ້ສອງສະພາແຫ່ງຊາດລາວແລະ ຮົງກາລີ ຄວນມີການແຕ່ງຕັ້ງຄະນະມິດຕະພາບລັດຖະສະພາຂອງຕົນເພື່ອເປັນເສນາທິການໃນການປະສານງານແລະແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະ ກັນກ່ຽວກັບວຽກງານຕ່າງໆຂອງສະພາແຫ່ງຊາດ, ໃຫ້ສະພາແຫ່ງຊາດຮົງກາລີພິຈາລະນາຄວາມເປັນໄປໄດ້ໃນການແລກປ່ຽນບົດຮຽນກ່ຽວກັບການພັດທະນາຄວາມສາມາດຂອງສະມາຊິກສະພາແຫ່ງຊາດແລະ ການຊຸກຍູ້ສົ່ງເສີມການພັດທະນາຊັບພະຍາກອນມະນຸດໃນຂົງເຂດນິຕິບັນຍັດ ​ແລະ ພາສາອັງກິດໃຫ້ແກ່ສະພາແຫ່ງຊາດລາວ,​ ສະເໜີໃຫ້ປະທານສະພາຮົງກາລີຊຸກຍູ້ລັດຖະບານຮົງກາລີເພີ່ມທະວີການຮ່ວມມືຊ່ວຍຊຸກຍູ້ບັນດານັກລົງທຶນ, ນັກທ່ອງທ່ຽວຂອງຮົງກາລີເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫລາຍຂຶ້ນຕາມຂະແໜງການທີ່ສອງຝ່າຍມີທ່າແຮງ, ສອງສະພາແຫ່ງຊາດສືບຕໍ່ຮ່ວມມືກັນໃນເວທີສາກົນ, ໂດຍສະເພາະສະຫະພັນລັດຖະສະພາສາກົນ(IPU), ອາເຊັບ(ASEP) ​ແລະ ອື່ນໆເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການປະກອບສ່ວນເສີມສ້າງສັນຕິພາບ, ມິດຕະພາບແລະ ການຮ່ວມມືເພື່ອການພັດທະນາໃນຂົງເຂດແລະ ​ໃນໂລກ.         

No comments:

Post a Comment