Ad

Ad

9 November 2015

ລາວ ​ແລະ​ ສະຫະພາບ​ເອີ​ຮົບ​ຮ່ວມ​ສົນທະນາ​ດ້ານ​ວຽກງານການ​ປົກຄອງ

ສປປ ລາວແລະ ສະຫະພາບເອີຣົບ ( ອີຢູ ) ​ໄດ້ຈັດການພົບປະສົນທະນາຄັ້ງທີ 6 ຂອງຄະນະເຮັດວຽກບໍ່​​ເປັນທາງການດ້ານການປົກຄອງແລະ ສິດທິມະນຸດທີ່ນະຄອນຫຼວງວຽງຈັນ,ໃນວັນທີ 6 ພະຈິກ 2015 ພາຍໃຕ້ການເປັນປະທານຂອງທ່ານ ພູໂຂງ ສີສຸລາ ຫົວໜ້າກົມສົນທິສັນຍາແລະ ກົດໝາຍ, ກະຊວງການຕ່າງປະເທດແລະ ທ່ານ ຣານີເອຣີ ຊາບາຕຸກຊິ ( Ranieri Sabatucci ), ຫົວໜ້າໜ່ວຍງານຮັບຜິດຊອບອາຊີຕາເວັນອອກສ່ຽງໃຕ້, ສຳນັກງານການຕ່າງປະເທດສະຫະພາບເອີຣົບ,ໂດຍມີຕົວ​​ແທນຝ່າຍລາວຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຢຸດຕິທຳ, ກະຊວງພາຍໃນ, ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ, ສະພາ​​ແຫ່ງຊາ, ສູນກາງແນວລາວສ້າງຊາດ, ສະຫະພັນ​​ແມ່ຍິງ, ສະພາການຄ້າແລະ ອຸດສາຫະກຳແຫ່ງຊາແລະ ຕົວແທນຝ່າຍອີຢູຈາກບຣຸກແຊນ, ຫ້ອງການຕົວ​​ແທນອີຢູປະຈຳ ນະຄອນຫຼວງວຽງຈັນ, ສະຖານທູດຝຣັງ, ອັງກິດ, ​​ເຢຍລະມັນ, ຊູແອັດ, ​ໂປໂລ, ປະຈຳລາວເຂົ້າຮ່ວມ.

 ​           ໃນການພົບປະສົນທະນາຄັ້ງນີ້,​ ທັງສອງຝ່າຍໄດ້​​ແຈ້ງໃຫ້ກັນຊາບກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຕາມຜົນກອງປະຊຸມຄັ້ງຜ່ານມາທີ່ຈັດຂຶ້ນໃນເດືອນພຶດສະພາ 2014 ທີ່ບຣຸກແຊນ, ປະເທດເບນຊິກ, ຊຶ່ງເຫັນວ່າ ສປປ ລາວໄດ້ປະຕິບັດຕາມນະໂຍບາຍສົ່ງເສີແລະ ປ້ອງກັນສິດທິມະນຸດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດດ້ວຍຜົນສຳ​​ເລັດເປັນກ້າວໆມາ, ໂດຍຕັ້ງໜ້າປະຕິບັດພັນທະຂອງຕົນຕໍ່ສົນທິສັນຍາສາກົນວ່າດ້ວຍສິດທິມະນຸດທີ່ໄດ້ເຂົ້າເປັນພາຄີ, ໂດຍສະເພາະໄດ້ເອົາໃຈໃສ່ວຽກງານຈັດກອງປະຊຸມເຜີຍ​​ແຜ່ສົນທິສັນຍາສາກົນວ່າດ້ວຍສິດທິທະນຸດໃຫ້​​​ແກ່ເຈົ້າໜ້າທີ່ຂັ້ນສູນກາງແລະ ທ້ອງຖິ່ນໄດ້ຢ່າງກວ້າງຂວາງ.
    ຄະນະຜູ້​​ແທນຝ່າຍລາວຍັງ​​ໄດ້​​ແຈ້ງໃຫ້ຝ່າຍອີຢູ ຊາບກ່ຽວກັບຜົນການທົບທວນຄືນປະຈຳໄລຍະດ້ານສິດທິມະນຸ ( UPR ) ທີ່ ສປປ ລາວໄດ້ລາຍງານຕໍ່ກອງປະຊຸມ ສປຊໃນເດືອນທີທຸນາ 2015 ​ແລະ ສະພາບໂດຍລວມຂອງການຮ່ວມືດ້ານສິດທິມະນຸດໃນພາກພື້ນອາຊີແລະ ການກະກຽມ​​ເປັນປະທານອາຊຽນໃນປີ 2016 ຂອງ ສປປ ລາວ.ນອກຈາໄດ້ແຈ້ງສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດດ້ານສິດທິມະນຸດຂອງອີຢູໃຫ້ກອງປະຊຸມຊາບແລ້ວ, ຝ່າຍອີຢູ ຍັງໄດ້​​ແຈ້ງກ່ຽວກັບການຮ່ວມມືດ້ານການປົ​​ກຄອງ ​​ແລະ ສິດທິມະນຸດ, ການຮ່ວມມືໃນການພັດທະນາສັງຄົມໃນອີຢູແລະ ການ​​ແກ້ໄຂບັນຫາຊາວອົບພະຍົບທີ່ຫລັ່ງໄຫລເຂົ້າພາກພື້ນເອີລົບໃນປັດຈຸບັນ.

     ກອງປະຊຸມສົນທະນາດ້ານສິດທິມະນຸດຂອງຄະນະເຮັດວຽກບໍ່ເປັນທາງການລະຫວ່າງລາວ-ອີຢູແມ່ນກົນໄກໜຶ່ງຂອງຄະນະກຳມາທິການຮ່ວມມືສອງຝ່າຍລະຫວ່າງລາວ-ອີຢູ, ເຊິ່ງຈັດຂຶ້ນເພື່ອສົ່ງເສີ, ສ້າງຄວາເຂົ້າອົເຂົ້າໃຈເຊິ່ງກັນແລະ ກັນໃນການປະຕິບັດດ້ານສິດທິມະນຸດ ​​ແລະ ການປົກຄອງໂດຍຜ່ານການສົນທະນາແລກປ່ຽນຂໍ້ມູນຂ່າວສານ, ປະສົບການແລະ ບົດຮຽນທີດີນຳກັນ, ໃນວຽກງານສິດທິມະນຸດຂອງທັງສອງຝ່າຍເພື່ອປະກອບສ່ວນໃຫ້​​ແກ່ການຮ່ວມມືລະຫວ່າງ ສປປ ລາວແລະ ອີຢູໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຂຶ້ນເລື່ອຍໆ.

No comments:

Post a Comment