ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ເດັກໃນເກນອາຍຸໄດ້ເຂົ້າເຖິງການສຶກສາໃນສະພາບແວດລ້ອມທີ່ປາສະຈາກຄວາມຮຸນແຮງ, ບໍ່ໃຫ້ມີການລົງໂທດເດັກດ້ວຍການຂ້ຽນຕີ, ມີການນັບຖືເຊິ່ງກັນ ແລະ ກັນເນື່ອງຈາກວ່າການການສຶກສາເປັນປັດໃຈສຳຄັນທາງດ້ານການປ່ຽນແປງທີ່ສາມາດທັບມ້າງວົງຈອນຄວາມຮຸນແຮງ, ຊຶ່ງບໍ່ສະເພາະແຕ່ຕໍ່ເດັກເທົ່ານັ້ນ, ແຕ່ຍັງເປັນວົງຈອນຄວາມຮຸນແຮງລະຫວ່າງຜູ້ໃຫຍ່ດ້ວຍກັນ, ທັງເປັນການຮັບປະກັນໃຫ້ເດັກທີ່ຖືກເຄາະຮ້າຍໃຫ້ໄດ້ຮັບການປົກປ້ອງ, ເຂົ້າເຖິງຂະບວນຍຸດຕິທຳ, ດັ່ງນັ້ນ ຄະນະກຳມະທິການເພື່ອແມ່ ແລະເດັກແຫ່ງຊາດຈຶ່ງໄດ້ວາງແຜນງານເພື່ອແກ້ໄຂຄວາມຮຸນແຮງດັ່ງກ່າວແຕ່ນີ້ຫາປີ
2020 ໂດນປະກອບມີ 5 ໂຄງການໃຫຍ່ຄື:
ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນເຮືອນ ແລະ
ຄອບຄົວຂອງເດັກ,ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນ ແລະ ສະຖາບັນການສຶກສາ, ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນຊຸມຊົນ,
ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນສະຖານທີ່ອອກແຮງງານແລະ ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນສະຖານທີ່ໃນລະບົບດູແລເດັກ ແລະ ສະຖານທີ່ໃນລະບົບຍຸຕິທຳ,
ເພື່ອສາມາດຊ່ວຍຫຼຸດຜ່ອນຄວາມຮຸນແຮງຕໍ່ເດັກໃນປະເທດເຮົາໃຫ້ມີຜົນດີຂຶ້ນ.
ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດໃຫ້ຮູ້ວ່າ: ອີງຕາມຜົນສຳສຳຫຼວດດັ່ດສະນີໝາຍສັງຄົມ (LSIS) ໃນປີ
2013 ຊີ້ໃຫ້ເຫັນວ່າ: 76% ຂອງເດັກອາຍຸ 2-14 ປີແມ່ນເຄີຍປະສົບການກັບຮ້າຍດ່າທີ່ສົ່ງຜົນກະທົບທາງດ້ານຈິດໃຈ,
ການລົງໂທດດ້ວຍການຂ້ຽນຕີເກີດຂຶ້ນໃນຄອບຄົວເດັກຊາຍ 77%, ເດັກຍິງ 74%, ການລົງໂທດດ້ວຍວິທີຮຸນແຮງຍັງຖືວ່າສູງໃນທຸກລະດັບການສຶກສາຂອງຫົວໜ້າຄອບຄົວ ແລະ 1 ໃນ 5 ຂອງປະຊາກອນກຸມຮັ່ງມີ.
No comments:
Post a Comment