ກະຊວງແຮງງານ
ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ຕະຫລອດໄລຍະ 40 ປີຜ່ານມາ, ໂດຍໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກພັກ ແລະ ລັດຖະບານ,
ຂະແໜງການແຮງງານ ແລະ
ສະຫວັດດີການສັງຄົມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍດ້ານແຮງງານ ແລະ ສະຫວັດດີການສັງຄົມ,
ໂດຍສະເພາະໄດ້ພັດທະນາກໍາລັງແຮງງານລາວໃຫ້ມີສີມື, ມີຄວາມຮູ້ຄວາມສາມາດ, ຄວາມຊໍານິຊໍານານ,ມີຄວາມມານະອົດທົນ ແລະ
ມີທັດສະນະຄະຕິ ແລະ
ລະບຽບວິໄນທີ່ດີ, ເຮັດໃຫ້ພົນລະເມືອງລາວໄດ້ມີວຽກເຮັດງານທໍາ, ມີລາຍໄດ້ທີໝັ້ນຄົງ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍອັນຊອບທໍາຕາມລະບຽບກົດໝາຍນັບມືດີຂຶ້ນ. ແຕ່ຄຽງຄູ່ກັບຜົນງານດັ່ງກ່າວກໍເຫັນວ່າມີຂໍ້ຄົງຄ້າງຫລາຍຢ່າງທີ່ຂະແໜງການດັ່ງກ່າວຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂເປັນຕົ້ນແມ່ນກົນໄກການຄຸ້ມຄອງການພັດທະນາສີມືແຮງງານຍັງບໍ່ທັນເປັນລະບົບເອກະພາບ ແລະ ບໍ່ທັນສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ, ຂະນະດຽວກັນຫລາຍຂະແໜງການບໍ່ໄດ້ສ້າງຕຳແໜ່ງງານໃຫ້ແຮງງານພາຍໃນຫລາຍເທົ່າທີ່ຄວນ, ແຕ່ພັດນໍາເຂົ້າ ແລະ
ນໍາໃຊ້ແຮງງານຕ່າງປະເທດຫລາຍ, ໃນຂົງເຂດອຸດສາຫະກຳສ່ວນຫລາຍແມ່ນຫັນໄປສູ່ການນຳໃຊ້ທຶນເປັນຕົ້ນຕໍແຕ່ການພັດທະນາສີມື ແລະ ການນຳໃຊ້ແຮງງານທ້ອງ
ຖິ່ນບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ, ແບບແຜນການດຳລົງຊີວິດຂອງຜູ້ອອກແຮງງານທີ່ອີງໃສ່ການຜະລິດກະສິກຳພໍກຸ້ມຕົນເອງໄດ້ກາຍເປັນອຸປະສັກຕໍ່ການຍົກສູງຄຸນນະພາບທາງດ້ານສີມືຂອງກຳລັງແຮງງານ, ຜູ້ອອກແຮງງານສ່ວນຫລາຍມີການຍົກຍ້າຍໄປມາເພື່ອຊອກຫາເຮັດວຽກທີ່ບໍ່ຕ້ອງການສີມືແລະປະສົບການສູງພໍເທົ່າໃດເພື່ອຫາລາຍໄດ້ພໍກຸ້ມກິນ. ນອກຈາກນີ້ຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດຍັງເປັນຊ່ອງຫວ່າງເຮັດໃຫ້ແຮງງານຫລັ່ງໄຫລເຂົ້າສູ່ຕົວເມືອງ ແລະ ອອກໄປເຮັດວຽກຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ.
ສ່ວນການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານເປັນຕົ້ນ: ການກວດກາແຮງງານຢູ່ບັນດາຕົວເມືອງໃຫຍ່ຍັງບໍ່ທັນເຮັດໄດ້ຢ່າງທົ່ວເຖິງ, ການສົ່ງເສີມການມີວຽກເຮັດງານທຳ, ການປັບປຸງຍົກລະດັບເງິນເດືອນ, ຄ່າແຮງງານບໍ່ທັນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ອອກແຮງງານໃນແຕ່ລະໄລຍະ, ສະພາບແວດລ້ອມໃນສະຖານທີ່ເຮັດວຽກສ່ວນຫລາຍຍັງບໍ່ທັນດີເທົ່າທີ່ຄວນເປັນຕົ້ນ: ລະບົບການປ້ອງກັນອຸປະຕິເຫດບໍ່ທັນເຂັ້ມງວດ ແລະການຈັດ ຕັ້ງກວດສຸຂະພາບໃຫ້ຜູ້ອອກແຮງງານບໍ່ທັນຕໍ່ເນື່ອງສໍາລັບລະບົບການຈັດຕັ້ງປະກັນສັງຄົມຍັງບໍ່ທັນມີຄວາມຄ່ອງຕົວ, ນິຕິກຳກ່ຽວກັບປະກັນສັງຄົມຍັງມີເນື້ອໃນບໍ່ຊັດເຈນ, ຊ້ຳຊ້ອນ, ກອງທຶນປະກັນສັງຄົມແຫ່ງລັດຍັງບໍ່ທັນສາມາດສ້າງຕັ້ງຂຶ້ນໄດ້, ບໍ່ທັນມີການໄລ່ລຽງເງິນສົມທົບລະຫວ່າງຜູ້ປະກັນຕົນ ແລະ ຜູ້ໃຊ້ແຮງງານຕາມລະບຽບກຳນົດໄວ້, ເຊິ່ງເປັນຜົນກະທົບຕໍ່ຄວາມຍືນຍົງສຳລັບການໃຊ້ຈ່າຍອຸດໜູນປະກັນສັງຄົມປະເພດຕ່າງໆຂອງພາກລັດ, ການກຳນົດອັດຕາມອບເໝົາປິ່ນປົວສຸຂະພາບຍັງບໍ່ທັນມີຄວາມດຸ່ນດ່ຽງກັນລະຫວ່າງອັດຕາເງິນມອບເໝົາປິ່ນປົວແລະການໃຊ້ຈ່າຍປິ່ນປົວສຸຂະພາບ, ການຈັດລະບົບບໍລິການ, ຄຸນນະພາບ
ແລະ ຈັນຍາບັນຂອງຜູ້ໃຫ້ບໍລິການປິ່ນປົວສຸຂະພາບຍັງມີລັກສະນະຈຳກັດ, ຂະນະດຽວກັນການຂະຫຍາຍອັດຕາການປົກຄຸມຂອງການປະກັນສັງຄົມພາກວິສາຫະກິດຍັງຊັກຊ້າ, ລັດວິສາຫະກິດແລະວິສາຫະກິດທີ່ໃຫຍ່ຈຳນວນໜຶ່ງບໍ່ໃຫ້ການຮ່ວມມືໃນການປະຕິບັດລະບຽບປະກັນສັງຄົມທີ່ກຳນົດໄວ້.
ການຄຸ້ມຄອງພະນັກງານທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນຍັງບໍ່ເປັນລະບົບ, ເຊິ່ງເປັນຜົນສະທ້ອນເຮັດໃຫ້ການເກັບກຳຂໍ້ມູນຂຶ້ນບັນຊີສະຖິຕິໃໝ່ໃນຈຳນວນເປົ້າໝາຍຕ່າງໆບໍ່ຊັດເຈນ ແລະ ບໍ່ຖືກຕ້ອງກັບຄວາມເປັນຈິງ, ພະນັກງານທີ່ຮັບຜິດຊອບວຽກນະໂຍບາຍ ແລະ
ເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍຈຳນວນໜຶ່ງບໍ່ເຂົ້າໃຈຕໍ່ເນື້ອໃນຂອງນິຕິກຳຢ່າງເລິກເຊິ່ງແລະໜັກແໜ້ນເຮັດໃຫ້ການປະຕິບັດນະໂຍບາຍຕໍ່ບາງເປົ້າໝາຍບໍ່ແທດເໝາະກັບຕົວຈິງ,ຊ້ຳຊ້ອນ, ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກບໍ່ໄດ້ຮັບການແກ້ໄຂນະໂຍບາຍຫລືແກ້ໄຂຊັກຊ້າເຮັດໃຫ້ເກີດມີການປຽບທຽບຊັ່ງຊາ ແລະ ຈົ່ມວ່າ, ເກີດມີຄວາມຂັດຂ້ອງ ແລະ ວິ້ງເຕັ້ນແລ່ນເອກະສານຂອງບຸກຄົນ, ອັນກໍໃຫ້ເກີດມີປາກົດການປອມແປງເອກະສານ, ເຮັດໃຫ້ຄົນບໍ່ດີສວຍໂອກາດຫາຜົນປະໂຫຍດສ້າງຄວາມສັບສົນໃຫ້ແກ່ການປະຕິບັດວຽກງານນະໂຍບາຍບໍ່ໜ້ອຍ. ນອກຈາກນີ້ການປະຕິບັດວຽກງານສັງຄົມສົງເຄາະໃນໄລຍະຜ່ານມາສ່ວນຫລາຍແມ່ນການຊ່ວຍເຫລືອບັນເທົາທຸກສຸກເສີນ ແລະ ໂດຍກົງຕໍ່ຜູ້ປະສົບໄພພິບັດ, ຜູ້ດ້ອຍໂອກາດແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດແຕ່ຂັ້ນຕອນການດຳເນີນງານຍັງຊັກຊ້າ ແລະ ບໍ່ທັນທົ່ວເຖິງ,
ການປ້ອງກັນ, ຮັກສາ
ແລະພັດທະນາຄວາມສາມາດຂອງຜູ້ຮັບບໍລິການໃຫ້ສາມາດແກ້ໄຂບັນຫາດ້ວຍຕົນເອງຍັງເຮັດໄດ້ໜ້ອຍ.
No comments:
Post a Comment