ຕະຫຼອດ
40 ປີຜ່ານມາພັກ-ລັດຖະບານໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຍຸດທະສາດຂອງຕົນ, ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະລັ່ງໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດໃຫ້ນັບມື້ດີຂຶ້ນ, ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ທັງປຸກລະດົມ, ຊຸກຍູ້ສົ່ງເສີມທ່າແຮງໃນການຜະລິດເປັນສິນຄ້າ, ຮ່ວມມືກັບຫຼາຍພາກສ່ວນ,ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ
ແລະ ຕ່າງປະເທດ, ລະດົມທືນຮອນເຂົ້າໃນການພັດທະນາໂຄງລ່າງພື້ນຖານ, ສ້າງເສດຖະກິດ-ສັງຄົມນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ.
ທ່ານ ຫານ
ຊະນະສີສານ ປະທານສະມາຄົມຫັດຖະກຳລາວໄດ້ໃຫ້ສຳພາດວ່າ: ໃນນາມຕາງໜ້າໃຫ້ຊາວຊ່າງຫັດຖະກຳລາວ, ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງທີ່ເວລາໃດພັກ-ລັດຖະບານກໍເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ,ໂດຍສະເພາະການເປີດໂອດ
ກາດສົ່ງເສີມສ້າງວຽກເຮັດງານທຳໃນຫຼາຍຮູບແບບ, ທັງມີນະໂຍບາຍທີ່ສອດຄ່ອງ ແລະ ໃຫ້ໂອກາດຜູ້ຜະລິດໄດ້ມີການພັດທະນາສືມື
ແລະ ຜົນງານອອກສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດເວົ້າລວມ, ເວົ້າສະພາບກໍແມ່ນການສົ່ງເສີມດ້ານສີມືຫັດຖະກຳ, ກໍຄືສິນຄ້າຫັດຖະກຳຂອງລາວ, ຊຶ່ງໃນເມື່ອກ່ອນຄົນລາວຜະລິດເຄື່ອງຫັດຖະກຳແມ່ນເພື່ອໃຊ້ສອຍ ແລະ ນຳໃຊ້ໃນພິທີກຳທາງສາສະໜາ ແລະ ຖ້າຫາກຜະລິດຫຼາຍກໍຈະແຈກຢາຍໃຫ້ຍາດພີ່ນ້ອງ,,ແຕ່ຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ, ຈຶ່ງໄດ້ມີການປຸກລະດົມປະຊາຊົນ, ກໍຄືຊາວຊ່າງຫັດຖະກຳຜະລິດເຄື່ອງຫັດຖະກຳທີ່ເກົ່າແກ່ຂື້ນມາເພື່ອເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວ, ພ້ອມນັ້ນກໍຍັງໃຫ້ໂອກາດແກ່ຊາວຊ່າງຫັດຖະກຳໄດ້ພັດທະນາສືມື
ແລະນຳສິນຄ້າຂອງຕົນມາວາງສະແດງ ແລະ ຂາຍໂດຍການຈັດງານມະຫາກຳສືມືຫັດຖະກຳຂື້ນທຸກປີເລີ່ມແຕ່ປີ 2003 ເປັນຕົ້ນມາ ແລະ ສັງເກດເຫັນວ່າເຄື່ອງຫັດຖະກຳມີຈຳນວນເພີ່ມຂື້ນໃນທຸກໆປີ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຢ່າງແຜ່ຫຼາຍເຊັ່ນ: ເຄື່ອງຫັດຖະກຳຈັກສານ, ຜ້າໄໝ,ເຄື່ອງປະດັບ, ເຄື່ອງປັ້ນດິນເຜົາ ແລະ ອື່ນໆ, ນອກຈາກການສົ່ງເສີມພາຍໃນແລ້ວ, ທາງສະມາຄົມຫັດຖະກຳລາວຍັງມີການພົວພັນຮ່ວມມືກັບຕ່າງປະເທດ, ເພື່ອສ້າງຫັດຖະກຳໃໝ່ໆທີ່ມີການປະສົມປະສານຂື້ນມາ,
ເປັນຕົ້ນແມ່ນການນຳຜ້າໄໝລາວໄປຕັດຊຸດປະຈຳຊາດຂອງປະເທດຕ່າງໆກໍເຫັນວ່າໄດ້ຮັບຄວາມນິຍົມເປັນຢ່າງດີ
ແລະ ຖືເປັນບາດກ້າວໃໝ່ຂອງຫັດຖະກຳລາວສູ່ຕະຫຼາດໃນພາກພື້ນ, ຊຶ່ງສາມາດເວົ້າໄດ້ວ່າວຽກງານສືມືຫັດຖະກຳຂອງລາວມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວມາ, ແນວໃດກໍຕາມຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍໂຕດັ່ງກ່າວການຜະລິດຫັດຖະກຳຂອງລາວເຫັນວ່າຍັງມີສິ່ງທ້າທາຍເປັນຕົ້ນແມ່ນທາງດ້ານວັດຖຸດິບທີ່ຈະນຳມາຜະລິດຫັດຖະກຳແມ່ນນັບມືຫຼຸດໝ້ອຍລົງເປັນຕົ້ນແມ່ນໄມ້ປ່ອງ, ຫວາຍ ແລະ ອີກບັນຫາໜຶ້ງແມ່ນຄວາມເປັນເອກະລັກ, ເນື່ອງຈາກການຜະລິດຫັດຖະກຳໄລຍະຜ່່ານມາແມ່ນຍັງບໍ່ທັນມີການຂຶ້ນທະບຽນ, ຈົດລິຂະສິດວ່າເປັນພູມເປັນຍາຂອງຄົນລາວ, ຈຶ່ງເຮັດໃຫ້ເຮັດຫັດຖະກຳລາວບໍ່ເປັນທີ່ຮູ້ຈັກແຜ່ຫຼາຍເທົ່າທີ່ຄວນ.
ປະທານສະມາຄົມຫັດຖະກຳລາວກ່າວອີກວ່າ: ໃນຕໍ່ໜ້າສະມາຄົມຫັດຖະກຳລາວຈະສືບຕໍ່ສົ່ງເສີມປະຊາຊົນ, ກໍຄືຊາວຊ່າງຫັດຖະກຳໃນການຜະລິດຫັດຖະກຳ ແລະ ອັນສຳຄັນແມ່ນຈະສຸມໃສ່ເຮັດວຽກການຕະຫຼາດ ແລະ ການໂຄສະນາ, ເພື່ອເຮັດແນວໃດໃຫ້ເຄື່ອງຫັດຖະກຳຂອງລາວເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະ ສາມາດຂາຍໄດ້ເມື່ອຜະລິດອອກມາ, ເຖິງຢ່າງໃດກໍດີຍ້ອນຄວາມເອົາໃຈໃສ່ຂອງພັກ-ລັດຖະບານ, ທີ່ເຫັນຄວາມສຳຄັນຂອງວຽກງານສີມືຫັນຖະກຳ, ໂດຍສະເພາະແມ່ນນະໂຍບາຍຕ່າງໆ, ຈຶ່ງເຮັດໃຫ້ຊາວຊ່າງຫັດຖະກຳຂອງລາວມີການພັດທະນາທາງດ້ານສືມື
ແລະຄຸນນະພາບ, ເຮັດໃຫ້ຜົນງານສີມືຫັດຖະກຳຂອງລາວນັບມື້ຂະຫຍາຍຕົວ ແລະ ກາຍເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ແລະ ຖືເປັນຜົນງານໜຶ່ງທີ່ຂຳນັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 40 ປີທີ່ຈະໜູນວຽນມາອີກວາລະໜຶ່ງ, ປັດຈຸບັນສະມາຄົມຫັດຖະກຳລາວມີສະມາຊິກຫຼາຍກວ່າ 100 ຫົວໜ່ວຍທຸລະກິດ, ໃນນັ້ນໄດ້ແບ່ງອອກເປັນຫຼາຍຂະແໜງຄື: ຂະແໜງຕ່ຳຜ້າ, ໄມ້ປ່ອງ, ຕີເງິນ, ເຄື່ອງປັ້ນດິນເຜົ່າ ແລະອື່ນໆ.
No comments:
Post a Comment