Ad

Ad

18 December 2015

ພິທີຊາປານະກິດສົບພຣະອາຈານດຣມະຫາຜ່ອງສະມາເລີກຈະຈັດຂຶ້ນຢ່າງສົມກຽດໃນວັນທີ 20 ທັນ ວານີ້ທີ່ເດີນທາດຫລວງ

ໃນວັນທີ 17 ທັນວານີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ສາຍທອງ ແກ້ວດວງດີ ໄດ້ຖະແຫລງຕໍ່ສື່ມວນຊົນຢູ່ທີ່ວັດມະຫາວິຫານອົງຕື້, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ກ່ຽວກັບການກະກຽມພິທີຊາປານະກິດສົບພຣະອາຈານ ດຣ ມະຫາຜ່ອງ ສະມາເລີກ ອະດດປະທານສູນກາງອົງການພຸດທະສາດສະໜາສາພັນລາວອົງທີ 4 ວ່າ: ພິທີດັ່ງກ່າວຈະຈັດຂຶ້ນຢ່າງສົມກຽດຢູ່ທີ່ເດີນທາດຫລວງໃນວັນທີ 20 ທັນວານີ້ ແລະ ນັບແຕ່ວັນທີ 16-19 ທັນວາ, ແມ່ນດໍາເນີນພິທີຕາມຮີດຄອງປະເພນີເຊັ່ນ: ສູດພຣະພິທໍາທອດຜ້າບັງສຸກຸນ, ຟັງເທດ ແລະ ຕັກບາດຖວາຍສັງຄະທານ.
ທ່ານຮອງເຈົ້າຄອງນະຄອນຫລວງກ່າວວ່າ: ສໍາລັບວັນທີ 20 ທັນວາ 2015 ເລີ່ມແຕ່ເວລາ 8:00-10:00 ໂມງແມ່ນກະກຽມຄວາມພ້ອມທີ່ຈະເຄື່ອນພຣະສົບ, ເວລາ 10:30-11:30 ໂມງແມ່ນຖວາຍພັດຕະຫານເພນ, ເວລາ 11:40-12:00 ໂມງແມ່ນພຣະສົງ ແລະ ອອກຕົນຍາດໂຍມຄາຣະວະພຣະສົບ ແລະ ຫລັງຈາກນັ້ນແມ່ນພິທີອັງເຊີນພຣະສົບຂຶ້ນສູ່ລົດເພື່ອເຄື່ອນໄປເດີນທາດຫລວງ, ໃນຂະບວນແຫ່ປະກອບມີ: ຂະບວນຜູ້ຊົງຄຸນວຸດທິ, ຂະບວນສະຫລຽງພຣະມະຫາເຖຣະສູດຍອດມຸກ, ຂະບວນຈູງພຣະສົບມີພຣະສົງສາມະເນນ 400 ອົງ, ຂະບວນລົດພຣະສົບ, ຂະບວນດົນຕີພື້ນເມືອງລາວ,
ຂະບວນມະຫາຊົນ ແລະ ມີກໍາລັງຊາວໜຸ່ມຫລາຍກວ່າ 2 ພັນຄົນຍືນສອງຂ້າງທາງແຕ່ປະຕູໄຊຮອດເດີນທາດຫລວງ ແລະ ນັບແຕ່ເວລາ 16:15 ໂມງແມ່ນອະນຸຍາດໃຫ້ພຣະສົງສາມະເນນ ແລະ ຍາດໂຍມ​ເຂົ້າ​ວາງດອກໄມ້ທູບທຽນໄປຈົນຮອດເວລາ 21:00 ໂມງແມ່ນພິທີຖວາຍພຣະເພີງສົບ. ສ່ວນວັນທີ 21 ທັນວາ 2015 ເວລາ 9:00 ໂມງແມ່ນພິທີເກັບດູກ, ຕອນຄໍ່າເວລາ 18:00 ໂມງແມ່ນສູດໄຊຍະມຸງຄຸນ, ວັນທີ 23 ທັນວາເປັນມື້ຕັ້ງກອງບຸນ, ສູດໄຊຍະມຸງຄຸນ ແລະ ວັນທີ 23 ທັນວາເວລາ 7:00 ມີພິທີຕັກບາດຖວາຍສັງຄະທານເລິກມຸງຄຸນພຣະສົງ 101 ອົງ.
ຄະນະຮັບພິຊອບຈັດພິທີຊາປານະກິດສົບໃຫ້ຮູ້ວ່າ: ນັບແຕ່ພະອາຈານໃຫຍ່ມະຫາຜ່ອງ ສະມາເລີກ, ໄດ້ລະສັງຂານໃນວັນທີ 7 ຕຸລາ 2015 ກໍໄດ້ມີບັນດາອອກຕົນຍາດ​​ໂຍມທົ່ວສາລະທິດທັງພາຍໃນແລະ ຕ່າງປະເທດຫລັ່ງໄຫລເຂົ້າກາບສັກກາຣະສາຣິຣະສັງຂານພະອາຈານໃຫຍ່ຢູ່ວັດອົງຕື້ມະຫາວິຫານ, ເພື່ອສະແດງຄວາມເຄົາລົບບູຊາ, ຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນແລະຄຸນງາມຄວາມດີຂອງພະອາຈານໃຫຍ່, ໂດຍມີພິທີບຳເພັນກຸສົນຢ່າງຕໍ່ເນື່ອງ, ມີການເຮັດບຸນປະຈຳວັນເປັນຕົ້ນແມ່ນໃສ່ບາດຖວາຍສັງຂະທານ​,​ ສູດພຣະອະພິທັມ, ຖວາຍພັດຕາຫານເພນແລະ ຮັບຕ້ອນການເຂົ້າສັກກາຣະສາຣິຣະສັງຂານຈາກຄະນະພະສົງແລະ ອອກຕົນຍາດ​​ໂຍມ, ສູດພຣະອະພິທັມ, ຟັງເທສະໜາ, ຄາຣາວະຮັບພອນ, ກິດຈະກຳສົນທະນາທັມແລະ ອື່ນໆຕາມປະເພນີ.
ພຣະອາຈານໃຫຍ່ມະຫາຜ່ອງສະມາເລີກ, ເກີດເມື່ອວັນທີ 10 ເດືອນເມສາ 1915 ທີ່ບ້ານກຸງນ້ອຍ, ໝູ່ 6, ຕາແສງກຸດສະກອນ, ເມືອງຕະການພືດຜົນ, ແຂວງອຸບົນຣາຊະທານີ, ປະເທດໄທ, ເປັນບຸດຂອງພໍ່ສີຫາ ແລະ ແມ່ວັນນາ ສະມາເລີກ, ມີພີ່ ນ້ອງຮ່ວມອຸທອນດຽວກັນທັງໝົດ 9 ຄົນ, ໃນນັ້ນຊາຍ 5 ຄົນ, ຍິງ 4 ຄົນ ແລະ ພຣະອາຈານໃຫຍ່ ມະຫາຜ່ອງ ສະມາເລີກ ເປັນລູກຜູ້ທີ 5 ໃນຄອບຄົວ. ພໍຮອດອາຍຸ 20 ປີໄດ້ບວດເປັນພິຂຸຢູ່ວັດໂພສີ, ບ້ານກຸງນ້ອຍ ແລ້ວໄປສຶກສາຄົ້ນຄວ້າກ່ຽວກັບພຸດທະສາດສະໜາ, ນັກທໍາບາລີຈົນມີຄວາມຊ່ຽວຊານ ແລະ ເປັນຄູສອນຫລັກທໍາພຸດທະສາດສະໜາຢູ່ວັດຊະນະສົງຄາມ, ກຸງເທບມະຫານະ ຄອນເປັນເວລາ 16 ປີ.
ໃນຊຸມປີ 1946 ພຣະອາຈານໃຫຍ່ໄດ້ເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ກູ້ຊາດ, ຮອດປີ 1952 ເດີນທາງຈາກປະເທດໄທມາຢູ່ວັດຫລວງ, ເມືອງປາກເຊ, ແຂວງຈໍາປາສັກ, ປີ 1955 ຂຶ້ນມາເປັນຄູສອນຢູ່ສະຖາບັນສຶກສາພຸດທະສາດສະໜາອົງຕື້ແລະ ເປັນເລຂາທິການກໍາມາທິການປົກຄອງສົງທົ່ວປະເທດ, ປີ 1956 ໄດ້ຖືກຊັບຊ້ອນເປັນປະທານອົງການພຸດທະສາດສະໜາ ສໍາພັນລາວ(ອພສ), ເມືອງໂພນທອງ, ແຂວງຈໍາປາສັກ ແລະ ປີ 1970 ເປັນປະທານ ອພສ ແຂວງຈໍາປາສັກ, ປີ 1976 ພຣະອາຈານຖືກສັບຊ້ອນເປັນຫົວໜ້າກໍາມາທິການປົກຄອງສົງ ແລະ ເປັນຮອງປະທານ ອພສ ສູນກາງ, ປີ 1979 ເປັນຫົວໜ້າຊີ້ນໍາວຽກງານການສຶກສາສົງທົ່ວປະເທດ, ທັງເປັນອໍານວຍການສ້າງຄູສົງຊັ້ນຕົ້ນ ແລະ ກາງອົງຕື້, ນະຄອນຫລວງວຽງຈັນ, ປີ 1980 ຖືກແຕ່ງຕັ້ງເປັນຮອງປະທານຄະນະກໍາມະການບໍລິຫານງານປະຈໍາສູນກາງອົງການພຸດທະສາດສະໜາສໍາພັນລາວ, ປີ 1980-1987 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງຊີ້ນໍາວຽກຮອບດ້ານຢູ່ບັນດາແຂວງທົ່ວປະເທດ, ປີ 1988-1995 ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງອໍານວຍການໂຮງຮຽນສ້າງຄູສົງຊັ້ນຕົ້ນ ແລະ ກາງອົງຕື້ເປັນຄັ້ງທີ II, ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ II, III, IV ແລະ Vຖືກແຕ່ງຕັ້ງເປັນຮອງປະທານ ອພສ ສູນກາງ ແລະ ເປັນຫົວໜ້າກໍາມາທິການປົກຄອງສົງທົ່ວປະເທດ ແລະ ປີ 2010 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ VI  ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນປະທານ ອພສ ສູນກາງ ແລະ ເປັນຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຕະຫລອດໄລຍະການເຄື່ອນໄຫວວຽກງານດ້ານ
ພຸດທະສາດສະໜາຜ່ານມາ, ພຣະອາຈານໄດ້ຮັບນາມມະຍົດ ແລະ ການຍ້ອງຍໍຄື: ໃນປີ 2001 ລັດຖະບານມຽນມາໄດ້ຖວາຍນາມມະຍົດອັກຄະມະຫາສັດທໍາມະໂຊຕິກະທະຊະ, ປີ 2010 ຄະນະກໍາມະການສູນກາງແນວລາວສ້າງຊາດໄດ້ປະດັບຫລຽນກາ 60 ປີແນວລາວສ້າງຊາດ ແລະ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ ປະເທດໄທ ໄດ້ຖວາຍນາມມະຍົດດຸດສະ ດີບັນດິດກິດຕິມະສັກ, ປີ 2012 ໄດ້ຮັບລາງວັນສັນຕິພາບໂລກຈາກລັດຖະບານປາກິດສະຖານ ແລະ ລາງວັນສັນຕິພາບໂລກຈາກຈາກປະທານາທິບໍດີປະເທດສີລັງກາ, ປີ 2013 ໄດ້ຮັບຫລຽນໄຊແຮງງານຊັ້ນໜຶ່ງ 1 ໜ່ວຍຈາກລັດຖະບານລາວ ແລະມະ ຫາວິທະຍາໄລມະຫາມຸງກຸດຣາຊະວິທະຍາໄລປະເທດໄທ ຖວາຍດຸດສະດີບັນດິດກິດຕິມະສັກ, ປີ 2014 ມະຫາວິທະຍາໄລພຸດທະສາດສະໜາ ສສ ຫວຽດນາມ ໄດ້ຖວາຍນາມມະຍົດດຸດສະດີບັນດິດກິດຕິມະສັກ ແລະ ປີ 2015 ມະຫາວິທະຍາໄລສັນຕະພົນປະ ເທດໄທໄດ້ຖວາຍນາມມະຍົດດຸດສະດີບັນດິດກິດຕິມາສັກ ແລະ ການຍ້ອງຍໍສັນລະເສີນອື່ນໆຈາກອົງການຈັດຕັ້ງມະຫາຊົນ, ມູນ

ນິທິ, ບຸກຄົນທັງພາຍໃນ ແລະ ຕ່າງປະເທດເປັນຈໍານວນຫລວງຫລາຍ.

No comments:

Post a Comment