Ad

Ad

16 December 2015

ຮອງນາຍົກລັດຖະມົນຕີເນັ້ນຕ້ອງຮີບຮ້ອນແກ້ໄຂບາງບັນຫາເພື່ອຮັບປະກັນໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນສໍາເລັດຕາມແຜນ

ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນທ້າຍອາທິດຜ່ານມາຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໂດຍທ່ານໄດ້ຊີ້ໃຫ້ເຫັນບາງບັນຫາທີ່ລັດຖະບານ, ຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນກ່ຽວຂ້ອງຕ່າງໆຈະຕ້ອງໄດ້ພ້ອມກັນຮີບຮ້ອນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ແກ້ໄຂເພື່ອຮັບປະກັນໃຫ້ໂຄງການລົດໄຟດັ່ງກ່າວໄດ້ດໍາເນີນໄປຕາມແຜນການວາງໄວ້ຄື: ຮີບຮ້ອນວັດແທກເນື້ອທີ່ດິນ, ສິ່ງປຸກສ້າງແລະ ຜົນລະປູກຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການໃຫ້ຊັດເຈນ. ຈາກນັ້ນຄິດໄລ່ຄ່າຊົດເຊີຍໂດຍອີງໃສ່ດຳລັດຂອງນາຍົກ ລັດຖະມົນຕີແລະ ນະໂຍບາຍທີ່ລັດເຮົາໄດ້ປະຕິບັດຜ່ານມາຕໍ່ໂຄງການພັດທະນາຕ່າງໆ, ໂດຍມູນຄ່າການຊົດເຊີຍທັງໝົດຈະໄດ້ບວກເຂົ້າເປັນມູນຄ່າຂອງໂຄງການ
ລວມ, ຮີບຮ້ອນກວດກາເກັບກູ້ລະເບີດຕົກຄ້າງບໍ່ທັນແຕກຕາມແລວທາງລົດໄຟແລະ ຈຸດທີ່ຈະຕັ້ງບ່ອນພັກເຊົາຂອງກຳມະກອນເພື່ອຮັບປະ ກັນຄວາມປອດໄພໃຫ້ແກ່ໂຄງການ, ຮີບຮ້ອນດຳເນີນການດຶງຕາຂ່າຍໄຟຟ້າເພື່ອຮັບໃຊ້ໂຄງການໃນໄລຍະກໍ່ສ້າງ, ຮີບຮ້ອນຄັດເລືອກບຸກຄະລາກອນເພື່ອສົ່ງໄປສຶກສາຮໍ່າຮຽນຕາມຄວາມຕ້ອງການທຸກໆວິຊາເພື່ອໃຫ້ທັນກັບຄືນມາຄຸ້ມຄອງການດຳເນີນງານຂອງໂຄງການນີ້, ສົມທົບລະຫວ່າງຂະແໜງການສູນກາງກັບທ້ອງຖິ່ນ, ​ເພື່ອລະດົມແຮງງານທີ່ຈຳເປັນແລະເອົາເຂົ້າມາເຝິກອົບຮົມເພື່ອປະ ກອບໃຫ້ໂຄງການ, ນອກຈາກນັ້ນຍັງມີວຽກງານອື່ນໆເຊັ່ນ:​ ການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍເຂົ້າ-ອອກຂອງພາຫະນະວັດສະດຸກໍ່ສ້າງ, ​ແຮງງານ, ບັນຫາຕອບສະໜອງສະບຽງອາ ຫານແລະ ອື່ນໆ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ລັດຖະບານຈະສຸມທຸກຄວາມພະຍາຍາມດ້ວຍຄວາມຮັບຜິດຊອບສູງເພື່ອເຮັດໃຫ້ໂຄງການນີ້ໄດ້ດຳເນີນໄປແລະ ສຳເລັດຜົນຢ່າງຈົບງາມ, ຕອບສະໜອງຄວາມມຸ່ງຫວັງຂອງ​​ການນຳ​​ພັກແລະ ລັດເຮົາ, ພ້ອມດ້ວຍຄວາມຄອງຄອຍທີ່ມີມາແຕ່ດົນນານຂອງປະຊາຊົນລາວ,​ ເຮັດໃຫ້ໂຄງການປະກອບສ່ວນຢ່າງສຳຄັນເຂົ້າໃນການຊຸກຍູ້ຈັງຫວະການເຕີບໃຫຍ່ຂອງເສດຖະກິດແຫ່ງຊາດ, ທັງປະກອບສ່ວນເຂົ້າໃນການຫັນປ່ຽນປະເທດເຮົາຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມຈອດ, ສົ່ງເສີມການຮ່ວມມືລະຫວ່າງອາຊຽນກັບ ສປ ຈີນ ແລະ ຂໍຮຽກຮ້ອງດ້ວຍຄວາມຈິງໃຈກັບສະພາແຫ່ງຊາດຈະໃຫ້ການສະໜັບສະໜູນຢ່າງແຂງແຮງ, ​ໃຫ້ການຮ່ວມໄມ້ຮ່ວມມືຢ່າງເອົາຈິງເອົາຈັງກັບລັດຖະບານເພື່ອໃຫ້ໂຄງການທີ່ມີຄວາມໝາຍປະຫວັດສາດແລະ ຍຸດທະສາດຂອງຊາດເຮົາສຳເລັດຜົນຢ່າງຈົບງາມ, ໂດຍສະເພາະຂໍສະເໜີໃຫ້ສະມາຊິກສະພາແຫ່ງຊາດໃນແຕ່ລະແຂວງເປັນຕົ້ນ​: ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ​ແຂວງວຽງຈັນແລະ ນະຄອນຫລວງວຽງຈັນຈົ່ງເພີ່ມທະວີປະສານສົມທົບກັບຄະນະພັກແລະ ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ສຶກສາອົບຮົມ, ປຸກລະດົມປະຊາຊົນເປັນຕົ້ນ:ປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວໃຫ້ເຫັນຄວາມຈຳເປັນແລະ ຄວາມສຳຄັນຍຸດທະສາດຂອງໂຄງການນີ້, ປະກອບສ່ວນດ້ວຍຄວາມເສຍສະລະເພື່ອພາລະກິດລວມຂອງຊາດ.

No comments:

Post a Comment