Ad

Ad

17 December 2015

ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ

ທ້າວ ວາດສະໜາ (ອ໋ອດ) ອາຍຸ 35 ປີພັກເຊົາຢູ່ບ້ານໂພນສະ ຫວັນ ແລະ ທ້າວ ດາວອນ (ເສືອ) ອາຍຸ 25 ປີ ຢູ່ບ້ານສົມສະຫວັນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຖືກສານປະ ຊາຊົນນະຄອນ ຫລວງວຽງຈັນຕັດສີນລົງໂທດໃຫ້ຈໍາຄຸກຕະຫລອດຊີວິດເມື່ອບໍ່ດົນມານີ້, ໃນຂໍ້ຫາຄ້າຂາຍຢາເສບຕິດ, ຊຶ່ງພວກກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຂະນະມີການຊື້ຂາຍຢາເສບຕິດຢູ່ແຄມທາງຕໍ່ໜ້າຕະຫລາດດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ເມື່ອກາງເດືອນມີນາ 2015, ພ້ອມຂອງກາງຢາບ້າຈໍານວນ 10 ມັດ, ໜັກ 2,2 ກິໂລ, ລົດຈັກ 2 ຄັນ, ໂທລະສັບມືຖື 3 ໜ່ວຍ, ຈຶ່ງຍຶດໄວ້ເປັນຫລັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍ. ສ່ວນໝູ່ຮ່ວມຂະບວນການຈໍານວນໜຶ່ງທີ່ພວກກ່ຽວຊັກທອດ, ພວມຢູ່ໃນການຕິດຕາມຂອງເຈົ້າໜ້າທີ່ເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເຊັ່ນກັນ.

No comments:

Post a Comment