Ad

Ad

17 December 2015

ສະພາຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ

ກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ, ໄດ້ຖືກຮັບຮອງຈາກສະພາແຫ່ງຊາດໃນວັນທີ 15 ທັນວານີ້, ພາຍຫລັງການພິຈາລະນາຄົ້ນຄວ້າ, ປະກອບຄໍາຄິດເຫັນຕໍ່ຮ່າງກົດໝາຍດັ່ງກ່າວຂອງສະມາຊິກສະພາແຫ່ງຊາດເປັນເວລາໜຶ່ງວັນໃນມື້ທີ 8 ຂອງການດໍາເນີນກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII.
ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ກ່າວວ່າ: ການທີ່ສະພາແຫ່ງຊາດໄດ້ເປັນເອກະສັນຮັບຮອງກົດໝາຍດັ່ງກ່າວແລ້ວນັ້ນ, ຈະເຮັດໃຫ້ລັດຖະບານມີເຄື່ອງ ມືທີມີປະສິດທິພາບເພື່ອໃຊ້ເຂົ້າໃນການສ້າງ ແລະ ຄຸ້ມຄອງການລົງທຶນຂອງ
ລັດຫລາຍກວ່າເກົ່າ, ທັງສອດຄ່ອງກັບການສ້າງສະພາປະຊາຊົນຂັ້ນແຂວງ, ທີ່ມີການແບ່ງຂັ້ນຄຸ້ມຄອງລະຫວ່າງທ້ອງຖິ່ນ, ຂະແໜງການ ແລະ ລັດຖະບານ, ລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ນອກຈາກນີ້ຍັງເປັນການເພີ່ມທະວີການຄຸ້ມຄອງລາຍຈ່າຍຂອງໂຄງການລົງທຶນເປັນລະບົບ, ຕິດຕາມການ ຊໍາລະຄ່າໂຄງການດີຂຶ້ນ ແລະ ສາມາດຫລຸດຜ່ອນການເກີດໜີ້ສີນຄຸມເຄືອ, ທັງຮອງຮັບການເຊື່ອມໂຍງພາກພື້ນ ແລະ ສາກົນ.
ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ກົດໝາຍດັ່ງກ່າວປະກອບມີ 7 ພາກ, 9 ໝວດ ແລະ 98 ມາດຕາ, ໃນນີ້ມີບາງເນື້ອໃນສໍາຄັນທີ່ໄດ້ປັບປຸງ ແລະ ເພີ່ມຕື່ມເຂົ້າໃສ່ຮ່າງກົດໝາຍດັ່ງກ່າວເປັນຕົ້ນ: ມາດຕາ 15 ປະເພດໂຄງການລົງທຶນຂອງລັດ, ໄດ້ແບ່ງປະ ເພດໂຄງການຈາກ 3 ມາເປັນ 5 ປະເພດແລະໄດ້ແຍກລະອຽດໄລຍະການຈັດຕັ້ງປະຕິບັດແລະການຊໍາລະໂຄງການ
ແຕ່ລະປະເພດຄື: ໂຄງການປະເພດໜຶ່ງແມ່ນມີມູນຄ່າລົງທຶນຫລາຍກວ່າ 400 ຕື້ກີບຂຶ້ນໄປ ແລະ ມີໄລຍະການຈັດຕັ້ງປະຕິບັດບໍ່ເກີນ 7 ປີ, ປະເພດສອງມີມູນຄ່າ 200-400 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 6 ປີ, ປະເພດສາມມີມູນຄ່າ 100-200 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 5 ປີ, ປະເພດສີ່ມີມຸນຄ່າແຕ່ 20 – 100 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 4 ປີ ແລະປະເພດຫ້າມີມູນຄ່າແຕ່ 20 ຕື້ກີບລົງມາ,ມີໄລຍະປະຕິບັດບໍ່ເກີນ 3 ປີ.

ສໍາລັບໂຄງການປະເພດໜຶ່ງສາມາດຈັດຕັ້ງປະຕິບັດໄດ້ກໍຕໍ່ເມື່ອມີແຫລ່ງທຶນທີ່ແນ່ນອນ ແລະ ຜ່ານການຮັບຮອງຈາກສະພາແຫ່ງຊາດ ແລະ ເພື່ອໃຫ້ການຄຸ້ມຄອງໂຄງການມີຄວາມສອດຄ່ອງ, ມີປະສິດທິພາບດີ. ສ່ວນມາດຕາ 21 ການແບ່ງງົບປະມານການລົງທຶນຂອງລັດມີສອງລະດັບຄື: ການລົງທຶນໃສ່ໂຄງການບູລິມະສິດຂອງລັດຖະບານ, ໝາຍວ່າແມ່ນໂຄງການທີ່ມີຄວາມຈໍາເປັນ, ມີຄວາມສໍາຄັນລະດັບຊາດ ແລະ ມີຄວາມຍືນຍົງ, ການລົງທຶນໃສ່ໂຄງການປົກກະຕິ, ເຊິ່ງແມ່ນທຶນທີ່ພາຍ ຫລັງໄດ້ແບ່ງໃຫ້ໂຄງການບູລິມະສິດຂອງລັດຖະບານແລ້ວມາຈັດສັນໃຫ້ບັນດາແຂວງ ແລະນະຄອນບໍ່ຫລຸດ 60% ຂອງທຶນປົກກະຕິທັງໝົດ, ໃນນີ້ໃຫ້ແຂວງ ແລະ ນະຄອນເປັນຜູ້ຈັດສັນໃຫ້ໂຄງການປະເພດຫ້າບໍ່ຫລຸດ 60% ຂອງທຶນທີ່ໄດ້ຮັບທັງໝົດ.

No comments:

Post a Comment