Ad

Ad

23 February 2015

ລັດຖະບານຫາລື​ຫລາຍ​ບັນຫາ​ສຳຄັນປະຈຳເດືອນກຸມພາ

            ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2015 ໄດ້ໄຂຂຶ້ນໃນວັນທີ 19-20 ກຸມພາຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມ ພຽງ ​​ໂດຍໄດ້ພິຈາລະນາຮັບຮອງບົດລາຍງານກ່ຽວກັບບົດສະຫຼຸບຂາດຕົວການ ຈັດຕັ້ງປະ ຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບ​ປະມານ ​ແລະ ​ແຜນ​ເງິນຕາ ປະ​ຈໍາ​ສົກ​ປີ 2013-2014, ພິຈາລະນາ​ຮັບຮອງຕໍ່ການ​ປັບປຸງ​ກົດໝາຍວ່າ​ດ້ວຍ​ທາງຫຼວງເນື່ອງຈາກຜ່ານ​ການຈັດ​ຕັ້ງ​ປະຕິບັດ​ມາ​ຮອດ​ປະຈຸ​ບັນ​ເຫັນ​ວ່າ ​ເນື້ອ​ໃນ​ສ່ວນ​ໜຶ່ງ​ຂອງ​ກົດໝາຍສະບັບ​ດັ່ງກ່າວ ບໍ່ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ໃນ​ປັດຈຸ​ບັນ ​ແລະ ຕໍ່ໜ້າແລະ ໄດ້​ປຶກສາ​ຫາລື​ຕໍ່ຮ່າງ​ດໍາລັດວ່າ​ດ້ວຍ​ລັດ​ວິ​ສາ​ຫະກິດ, ຮ່າງ​ມະຕິ​ຂອງ​ກົມການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດຢ່າງ​ເປັນ​ເອກະ​ພາບ ແລະ ຮ່າງບົດລາຍງານເພີ່ມເຕີມຄວາມຄືບໜ້າການຈັດຕັ້ງປະຕິບັດ ຄໍາ​ສັ່ງ​ສະບັບ​ເລກທີ 13/ນຍ, ລົງ​ວັນ​ທີ 12 ມິຖຸນາ 2012.
            ຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ລວມທັງ​ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນມີນາ 2015ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ເປັນຕົ້ນ: ເອົາໃຈໃສ່ຊີ້ນໍາບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບ​ເລກທີ 328/ລບ ​ເປັນ​ຕົ້ນ: ​ການຈັດ​ຕັ້ງ​ປະຕິບັດພາລະ​ບົດບາດຂອງ​ບັນດາ​ຂະ​ແໜງການຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ໃຫ້ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນ

ອີຢູວາງງົບອີກ 5 ລ້ານກວ່າເອີໂຣ ໃຫ້ຜູ້ສົນໃຈໄປພັດທະນາເຂດພູດອຍພາກເໜືອລາວ



ທ່ານ ຄຸດ ເອເວີເລີດ ຕາງໜ້າສຳນັກງານສະຫະພາບເອີຣົບ ຫລື ອີຢູ (EU) ປະຈຳລາວໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ: ອີຢູ ຈະສະໜອງເງິນຈຳ ນວນ 5,5 ລ້ານເອີໂຣ ໂດຍຜ່ານການສົ່ງບົດສະເໜີຂໍໄປຈັດຕັ້ງປະຕິບັດບັນດາ ໂຄງການທີ່ບໍ່ຫວັງຜົນ ກຳໄລໃນການພັດທະນາແບບຍືນຍົງ, ສົ່ງເສີມການມີສ່ວນ ຮ່ວມຢ່າງສະເໝີພາບໃນເຂດພູສູງທາງພາກເໜືອຂອງລາວ, ໂດຍສະ ເພາະແມ່ນ ເນັ້ນໃສ່ວຽກງານດ້ານກະສິກຳ, ການຄ້ຳປະກັນສະບຽງອາຫານ ແລະ ໂພສະນາ ການທີ່ຍືນຍົງເຊິ່ງເປັນບູລີມະສິດສຳຄັນຂອງແຜນງານການຊ່ວຍເຫລືອຫລາຍປີ ຂອງອີຢູໃນລາວ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍສະຫັດສະວັດທີ 1 ຂອງລາວກ່ຽວກັບການຫລຸດຜ່ອນ ຄວາມທຸກ ຍາກ ແລະ ຄວາມອຶດຫິວຂອງປະຊາຊົນເວົ້າລວມ, ເວົ້າສະເພາະແມ່ນຊ່ວຍເຫລືອປະຊາຊົນທີ່ອາໄສໃນເຂດຊົນນະບົດຫ່າງ ໄກສອກຫລີກເພື່ອຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການຂາດເຂີນອາຫານ ແລະ ສານອາຫານ ລວມເຖິງການສ້າງລາຍຮັບ ດ້ວຍການຜະລິດກະສິກຳ.

ພົບວັດຖຸບູຮານເກົ່າແກ່ຍຸກທົ່ງໄຫຫີນຢູ່ແຂວງຊຽງຂວາງ



    ເມື່ອບໍ່ດົນມານີ້, ນັກບູຮານວິທະຍາຂອງລາວ ແລະ ອົດສະຕາລີ, ໄດ້ພົບວັດ ຖຸບູຮານເກົ່າໃນຍຸກປະມານສັດຕະວັດທີ 16 ຫລາຍປະເພດເຊັ່ນ: ກອກຢາສູບ ດິນເຜົາ, ເງິນຫລຽນ ແລະ ເຄື່ອງປະດັບປະດາຕ່າງໆ ທີ່ພິສູດໄດ້ວ່ານຳເຂົ້າ ມາແຕ່ປະເທດຈີນ ແລະ ຍີ່ປຸ່ນເຊິ່ງເປັນຍຸກດຽວກັນກັບການເກີດມີໄຫຫີນຢູ່ ແຂວງຊຽງຂວາງ ແລະ ການຄົ້ນພົບນີ້ສາມາດຢັ້ງຢືນໃຫ້ເຫັນວ່າໄດ້ມີການ ພົວພັນທາງການຄ້າລະຫວ່າງຄົນທີ່ອາໄສຢູ່ພື້ນທີ່ດັ່ງກ່າວກັບຄົນຢູ່ພື້ນທີ່ອື່ນໆໃນເວລານັ້ນ, ນອກຈາກນີ້ການຄົ້ນພົບ ອາດເຜີຍໃຫ້ເຫັນສະພາບການດຳລົງຊີວິດຂອງກຸ່ມຄົນທີ່ເປັນຜູ້ສ້າງໄຫຫີນນຳດ້ວຍ.
     ທ່ານຮອງຫົວໜ້າກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວຽງແກ້ວ ສຸກສະຫວັດດີ ກ່າວວ່າ: ຢູ່ປະເທດລາວແມ່ນມີແຫລງວັດຖຸບູຮານສຳຄັນຫລາຍແຫ່ງ ແລະ ບັນດາແຫລງເຫລົ່ານັ້ນສາມາດຊ່ວຍໃຫ້ພວກ ເຮົາມີຄວາມເຂົ້າໃຈເຖິງປະຫວັດສາດ, ຮີດຄອງປະເພນີ ແລະ ຄວາມເປັນມາດ້ານຕ່າງໆຂອງພາກພື້ນນີ້ໄດ້ກວ້າງຂວາງ ຫລາຍຂຶ້ນ ແລະ ຜ່ານການຄົ້ນຄວ້າແຫລ່ງວັດຖຸບູຮານຄັ້ງນີ້ ຈະສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວຫລາຍ ແລະ ຈະເກີດປະໂຫຍດດ້ານເສດຖະກິດຂອງແຂວງຊຽງຂວາງອີກດ້ວຍ.

ນັກຮຽນດື້ດ້ານຍົກພວກຕີກັນ ໄດ້ຮັບບາດເຈັບໃນອາທິດຜ່ານມາ



     ໃນທ້າຍອາທິດຜ່ານມາ, ໄດ້ມີນັກຮຽນລວມກຸ່ມອາລະວາດຕີກັນກັບ ນັກຮຽນມັດທະຍົມໂຮງຮຽນ ແຫ່ງໜຶ່ງ ໃນເຂດ ເມືອງຈັນທະບູລີ, ນະ ຄອນຫລວງວຽງຈັນ, ຢ່າງຮ້າຍແຮງ ແລະ ບໍ່ເກງກົວຕໍ່ລະບຽບບ້ານ ເມືອງ, ເຊິ່ງມີຜູ້ໄດ້ຮັບບາດເຈັບ ນຳສົ່ງໄປໂຮງໝໍ ຍ້ອນຖືກງ້າວ.
     ເຫດການດັ່ງກ່າວ ເກີດຂຶ້ນໃນຕອນທ່ຽງຂອງວັນທີ 20 ກຸມພາຜ່ານ ມາ,  ໂດຍນັກຮຽນ ມັດທະຍົມຈາກໂຮງຮຽນເອກະ ຊົນແຫ່ງໜຶ່ງລວມມີ ທັງໝົດ 7 ຄົນ ໄດ້ລວມກຸ່ມກັນເຂົ້າຕີນັກຮຽນມັດທະຍົມອີກແຫ່ງໜຶ່ງ ຢູ່ບ້ານດຽວກັນທີ່ຂຶ້ນກັບເມືອງ ຈັນທະບູລີ, ເຊິ່ງພວກເຂົາໄດ້ໃຊ້ມີດ, ພ້າ ແລະ ງ້າວ ເປັນອາວຸດໄລ່ຕີນັກຮຽນ ທີ່ເປັນກຸ່ມປໍລະປັກ, ເຮັດໃຫ້ຄູ່ກໍລະ ນີໄດ້ຮັບບາດເຈັບ ຄື: ຫົວແຕກຍັງໂຊກດີຄູອາຈານຜູ້ເຫັນເຫດການໄດ້ເຂົ້າຫ້າມເພື່ອໃຫ້ເຫດການດັ່ງ ກ່າວຢຸດຕິລົງ ແລະ ໄດ້ນຳເອົາ ນັກຮຽນຜູ້ບາດເຈັບໄປໂຮງໝໍ ເພື່ອຍິບບາດແພ. ຜູ້ເຫັນເຫດການ ໄດ້ເລົ່າໃຫ້ຟັງວ່າ: ນັກຮຽນທີ່ກໍເຫດອາລະວາດຕີກັນຄັ້ງນີ້ ມີອາຍຸປະມານ 14-15 ປີ ທີ່ຍັງສຶກສາຢູ່ຊັ້ນ

ຊີ້ແຈງການອອກຫວຍພັດທະນາ



ປັດຈຸບັນ, ປາກົດວ່າກະແສວິພາກວິຈານຂອງສັງຄົມຕໍ່ກັບ ການອອກຜົນຫວຍ ພັດທະນາແມ່ນໄດ້ຍິນ ອ່າວໜາຫູ ສົມຄວນໂດຍສະເພາະກ່ຽວກັບບັນຫາຄວາມບໍ່ໂປ່ງໃສຂອງການ ອອກຜົນຫວຍໃນໄລຍະຫລັງມານີ້ເຫັນວ່າມັກອອກເລກໂຕເກົ່າຊ້ຳ ກັນຫລາຍຄັ້ງ ແລະ ບໍ່ມີການຖ່າຍທອດສົດຜ່ານທາງໂທລະພາບ ໃຫ້ສັງຄົມເຫັນກັບຕາ ຄືດັ່ງເມື່ອກ່ອນ.
            ຕໍ່ບັນຫາດັ່ງກ່າວ, ນັກຂ່າວພວກເຮົາໄດ້ສຳພາດທ່ານ ສຸບັນ ເພຍສັກຂາ ຮອງອຳນວຍການບໍລິສັດລັດວິສາຫະກິດ ຫວຍພັດທະ ນາ ໂດຍທ່ານຊີ້ແຈງວ່າ:ການອອກຫວຍແຕ່ລະຄັ້ງແມ່ນຈັດຂຶ້ນຢູ່ສະ ໂມສອນຂອງລັດວິສາຫະກິດຫວຍພັດທະ ນາບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີຕາງໜ້າຈາກສູນກາງແນວລາວສ້າງຊາດ, ກະຊວງ ການເງິນ, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ,ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງ ວ່າການລັດຖະບານ ແລະ ສະພາແຫ່ງຊາດ ເຂົ້າຮ່ວມເປັນຄະນະກຳມະການຄຸ້ມຄອງການອອກຫວຍທຸກຄັ້ງ, ສ່ວນອຸປະ ກອນທີ່ນຳໃຊ້ເພື່ອອອກຫວຍນັບແຕ່ກົງໝູນ ແລະ ໜ່ວຍກົມຕົວເລກແມ່ນເຮັດດ້ວຍຢາງທັງໝົດ, ນອກຈາກນັ້ນ, ກໍໄດ້ຖ່າຍ ທອດສົດອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ ແລະ ສຳລັບ ການບໍ່ມີການຖ່າຍທອດສົດຜ່ານທາງ ໂທລະພາບ

ລາວລາຍງານຄວາມຄືບໜ້າກ່ຽວກັບການຕ້ານການຟອກເງິນ



ກະຊວງການຕ່າງປະເທດຮ່ວມກັບທະນາຄານແຫ່ງ ສປປ ລາວ ໄດ້ຈັດ ກອງປະຊຸມພົບປະກັບບັນດາທູຕານຸທູດຕ່າງປະ ເທດປະຈຳລາວໂດຍມີສະຫະລັດ ອະເມຣິກາ , ອົດສະຕາລີ,  ຝຣັ່ງ,  ຍີ່ປຸ່ນ, .ເກົາຫຼີ,  ຟິລິບປິນ, ອິນເດຍ ແລະ ອັງກິດ, ພ້ອມນີ້ກໍມີອົງການການເງິນສາກົນ ( Word Bank, Asian Devel opment Bank, UNODC )ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມ ພາຜ່ານມາ, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ເຊິ່ງໄດ້ມີການເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະ ສະໜອງໃຫ້ແກ່ການກໍ່ການຮ້າຍຂອງລັດຖະບານ ໃນໄລຍະຜ່ານມາຮອດປະຈຸບັນໃຫ້ແກ່ ສາກົນຮັບຊາບ, ໂດຍ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ( Asia Pacific Group on Money Laundering  “ APG “ ) ເປັນອັນດັບທີ 36 ໃນເດືອນກໍລະກົດປີ 2007. ໃນນີ້ລັດຖະບານໄດ້

ປະດັບ​ຫລຽນ​ກາ​ມິດຕະພາບ​ໃຫ້​ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ



ລັດຖະບານລາວໄດ້​ປະດັບ​ຫລຽນ​ກາ​ມິດຕະພາບ​ໃຫ້​ແກ່​ທ່ານ​ໂກ​ອີ​ຊິທາ​ເກະ​ອີ(Koichi TAKEI) ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ປະ​ຈໍາລາວ. ໃນ​ວັນ​ທີ 20 ກຸມພານີ້ ທີ່​ກະຊວງ​ແຜນການ​ແລະການ​ລົງທຶນ​ທີ່​ຈະ​ໝົດ​ວາລະ​ການ​ເຮັດ​ວຽກ​ຢູ່ລາວ​ໃນ​ທ້າຍ​ເດືອນກຸມພານີ້.​​ ໃຫ້​ກຽດ​ປະດັບ​ຫລຽນ​ກາ​ມິດຕະພາບ​ຄັ້ງ​ນີ້​ໂດຍທ່ານດຣ. ກິ​ແກ້ວຈັນທະ​ບູລີລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານໂກ​ອີ​ຊິທາ​ເກະ​ອີ(Koichi TAKEI) ​ແມ່ນ​ມີ​ຄວາມ​ຫ້າວຫັນ​ໃນ​ການ​ຮ່ວມ​ເຮັດ​ວຽກ​ກັບ​ຝ່າຍ​ລາວ​ໂດຍ​ສະ​ເພາະ, ການ​ສ້າງ​ໂຄງການ, ຕິດຕາມ​ໂຄງການ ​ແລະ ລະດົມ​ຂົນຂວາຍ​ທຶນຮອນ​ຈາກ​ລັດຖະບານ​ຍີ່ປຸ່ນ​​ໃນ​ການ​ປະກອບສ່ວນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ 7, 2011-2015 ຂອງລາວ​ເຊິ່ງ​ເປັນ​ມູນ​ຄ່າ 100 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ.ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ນີ້ແມ່ນ​ເປັນ​ການ​ປະກອສ່ວນ​ອັນ​ສໍາຄັນ​ໃນ​ການ​ຊຸກຍູ້​ເສດ ຖະກິດ​-ສັງຄົມໂດຍ​ສະ​ເພາະການ​ແກ້​ໄຂ​ແລະຫລຸດຜ່ອນ​ຄວາມທຸກ​ຍາກຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

ບຸນປີໃໝ່ປະເພນີປະຈຳຊາດຫວຽດນາມ ແລະ ຈີນ ສຳເລັດ ໄປຢ່າງລາບລື່ນ

     ງານສະຫລອງບຸນປີໃໝ່ປະເພນີປະຈຳປີ 2015 ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ ຢູ່ລາວ, ໂດຍສະເພາະຢູ່ນະ ຄອນ ຫລວງວຽງຈັນ ທີ່ດຳເນີນມາແຕ່ວັນທີ 17-19 ກຸມພານີ້, ເຊິ່ງປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັບຊາວຫວຽດນາມ ແລະ ຊາວຈີນ ທີ່ດຳລົງຊີວິດຢູ່ນະຄອນຫລວງວຽງຈັນ ສະຫລອງບຸນດັ່ງກ່າວດ້ວຍຄວາມເບີກບານມ່ວນຊື່ນ ແລະ ສຳເລັດ ໄປຢ່າງລາບລື່ນເຕັມໄປດ້ວຍຄວາມໝາຍອັນສຳຄັນເລິກເຊິ່ງ ບົນຈິດໃຈແຫ່ງຄວາມສາມັກຄີມິດຕະພາບ ແລະ ມີຄວາມສະ ຫງົບຮອບດ້ານ.
     ຕະຫລອດໄລຍະ 3 ວັນຂອງງານບຸນປະເພນີດັ່ງກ່າວ, ເຊິ່ງຈັດຂຶ້ນຢູ່ຕາມສະຖານທີ່ຕ່າງໆຖ້າທຽບ ໃສ່ໄລຍະດຽວກັນ ຂອງປີຜ່ານ ມາເຫັນວ່າມີຄວາມສະຫງົບໂດຍພື້ນຖານມັນສະແດງອອກໃນການຫລິ້ນ ກິນມີຄວາມເປັນລະບຽບຮຽບຮ້ອຍ, ການສັນ ຈອນທ່ອງທ່ຽວໄປມາບໍ່ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນແຮງເຖິງຂັ້ນເສຍຊີວິດ, ບໍ່ມີອັກຄີໄພເກີດຂຶ້ນຄື ດັ່ງປີກ່ອນໆ ແລະ ພິເສດສຸດແມ່ນບໍ່ມີການຈູດໝາກກະໂພກສົ່ງສຽງດັ່ງຄືດັ່ງທີ່ເຄີຍມີມາ, ຊຶ່ງທັງໝົດເຫລົ່ານີ້ມັນເປັນການ ສະແດງໃຫ້ເຫັນເຖິງຄວາມເຄົາລົບ, ນັບຖືລະບຽບກົດໝາຍ ແລະ ຄຳສັ່ງຕ່າງໆຂອງຂັ້ນເທິງໄດ້ວາງອອກແນ ໃສ່ໃຫ້ທຸກ ຄົນເຊີດຊູສະຕິລະວັງຕົວຂອງຕົນໃຫ້ນັບມື້ສູງຂຶ້ນ, ໂດຍສະເພາະການຫລີ້ນກິນກໍຄືການໄປມາຕ່າງໆເຮັດໃຫ້ແຕ່ລະຄອບຄົວ, ບ້ານ, ເມືອງມີຄວາມສະຫງົບເບີກບານມ່ວນຊື່ນ ປະກອບສ່ວນສຳຄັນເຂົ້າໃນງານສະຫລອງປີໃໝ່ປີນີ້ກາຍເປັນປີມະຫາໄຊ, ມີສັນຕິພາບ ແລະ ສະຖຽນລະພາບຢ່າງແທ້ຈິງ.