ຄະນະຮັບຜິດຊອບຈັດພິທີຊາປະນະກິດສົບພະອາຈານໃຫຍ່ມະຫາຜ່ອງສະມາເລີກອະດິດປະທານສູນກາງອົງການພຸດທະສາດສະໜາສໍາພັນລາວ (ອພສ) ໃຫ້ຮູ້ວ່າ: ພິທີດັ່ງກ່າວຈະຈັດຂຶ້ນໃນວັນທີ 20 ທັນວາທີ່ຈະເຖິງນີ້ທີ່ເດີນທາດຫລວງ,
ຊຶ່ງນັບແຕ່ເວລາ 13:00 ໂມງຈະເລີ່ມເຄື່ອນສົບຈາກວັດອົງຕື້ມະຫາວິຫານໄປເດີນທາດຫລວງ
ແລະ ເວລາປະມານ 20:00 ໂມງແມ່ນພິທີວາງເພີງເຢັນ.
ຄະນະຮັບຜິດຊອບດັ່ງກ່າວໃຫ້ຮູ້ວ່າ: ນັບແຕ່ພະອາຈານໃຫຍ່ມະຫາຜ່ອງສະມາເລີກ,ໄດ້ລະສັງຂານໃນວັນທີ
7 ຕຸລາ 2015 ກໍໄດ້ມີບັນດາອອກຕົນຍາດໂຍມທົ່ວສາລະທິດທັງພາຍໃນ ແລະ ຕ່າງປະເທດຫລັ່ງໄຫລເຂົ້າກາບສັກກາຣະສາຣິຣະສັງຂານພະອາຈານໃຫຍ່ຢູ່ວັດອົງຕື້ມະຫາວິຫານ, ເພື່ອສະແດງ





