Ad

Ad

14 March 2016

ການ​ຕິດ​ເຊື້ອ​ພະຍາດຮ້າຍ​ແຮງສໍາລັບ​ຄົນ​ລາວ​ເພີ່ມ​ຂຶ້ນ​ຍ້ອນ​ຫຍັງ

           ມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດລາວໄດ້ເປີດເຜີຍວ່າ: ປັດຈຸບັນປະຊາຊົນລາວທີ່ເປັນພະຍາດຊໍາເຮື້ອຊະນິດບໍ່ຕິດຕໍ່ (NON COMMUNICABLE DISEASE) ຫລືວ່າພະ ຍາດເບົາຫວານ,​ ໄຂ່ຫລັງຊໍາເຮື້ອ, ຄວາມດັນເລືອດສູງແລະ ພະຍາດຫົວໃຈແມ່ນມີທ່າອ່ຽງເພີ່ມຂຶ້ນນັບມື້, ຂະນະດຽວກັນສັງຄົມມີຄວາມເຂົ້າໃຈວ່າພະຍາດອັນຕະລາຍເຫລົ່ານັ້ນແມ່ນເກີດຈາກການໃຊ້ຊີວິດທີ່ບໍ່ຖືກ​​ແບບແຜນເຊັ່ນ: ການເຮັດວຽກໜັກ, ມີຄວາມຕຶງຄຽດຫລາຍ, ບໍ່ອອກກໍາລັງກາຍ, ການກິນອາຫານທີ່ບໍ່ສົມສ່ວນແລະ ອື່ນໆ.​​ ແຕ່ຜົນການສຶກສາຄົ້ນຄວ້າຂອງນັກວິທະຍາສາດການແພດສາກົນໄດ້ຢັ້ງຢືນວ່າ: ພະຍາດຊໍາເຮື້ອອັນຕະລາຍດັ່ງກ່າວແມ່ນເກີດຂຶ້ນນັບແຕ່ໄລຍະທີ່ຍັງເປັນຕົວອ່ອນໃນທ້ອງແມ່ທີ່ຖືພາແລະເມື່ອແມ່ຖືພາຂາດໂພສະນາການທີ່ດີມັນກໍຈະສະແດງອາການອອກມາໃຫ້ເຫັນເມື່ອເດັກເຕີບໃຫຍ່ກ້າວສູ່ໄວກາງຄົນ.

            ການສຶກສາຄົ້ນຄວ້າຍັງຊີ້ໃຫ້ເຫັນອີກວ່າ: ​ເດັກທີ່ຈະເລີເຕີບໂຕບໍ່ດີໃນທ້ອງແມ່ແລະເກີດອອກມາມີນໍ້າໜັກຕໍ່າກວ່າ 2,5 ກິໂລເມື່ອເຕີບໂຕຂຶ້ນມາຈະມັກເປັນພະຍາດເບົາຫວານ, ຄວາມດັນເລືອດສູງ, ພະຍາດໄຂ່ຫລັງແລະ ຫົວໃຈ ຫລາຍກວ່າເດັກທີ່ເກີດມາມີນໍ້າໜັກປົກະຕິຄືແຕ່ 2,5 – 4 ກິໂລ. ດັ່ງນັ້ນ ວົງການແພດສາກົນຈຶ່ງໄດ້ສະຫລຸບວ່າການພັດທະນາຊີວິດຕັ້ງແຕ່ມື້ເລີ່ມຕົ້ນໃນທ້ອງແມ່ຄືຕົວກໍານົດສຸຂະພາບແລະ ພະຍາດໃນອານາຄົດ.
            ທ່ານຮອງຄະນະບໍ່ດີມະຫາວິທະຍາໄລດັ່ງກ່າວ ດຣ ອາລົງກອນເພັງສະຫວັນໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ​ໂພສະນາການນັບແຕ່​​ໄລຍະເລີ່ມຕົ້ນຂອງຊີວິດແມ່ນມີຄວາມສໍາຄັນແລະ ຈໍາເປັນສໍາລັບການພັດທະນາຂອງແມ່ຍິງຖືພາ,​ ເດັກນ້ອຍໃນທ້ອງ, ​ເດັກນ້ອຍເກີດໃໝ່ຈົນເຖິງອາຍຸ 5 ປີ, ຊຶ່ງໝາຍເຖິງນັບແຕ່ການວາງແຜນເບິ່ງແຍງສຸຂະພາບຂອງພໍ່ແມ່ກ່ອນຈະມີລູກ, ການຄວບຄຸມນໍ້າໜັກ, ອາ ຫານຂອງແມ່ໃນໄລຍະຖືພາເປັນຕົ້ນ: ກິນອາຫານທີ່ມີປະໂຫຍ, ຖືກປະເພດແລະ ມີປະລິມານເໝາະສົມ ຈຶ່ງຈະເຮັດໃຫ້ເດັກທີ່ເກີດມາມີຄວາມສົມບູນແລະ ມີສຸຂະພາບທີ່ດີໄດ້.
   ທ່ານຮອງຄະນະບໍ່ດີດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ປະເທດເຮົາເຫັນວ່າແມ່ຍິງຖືພາສ່ວນຫລາຍຍັງບໍ່ທັນຖືສໍາຄັນຕໍ່ບັນຫາໂພສະນາການໃນໄລຍະເລີ່ມຕົ້ນຂອງຊີວິດດີເທົ່າທີ່ຄວນແລະ ຢູ່ບາງທ້ອງຖິ່ນຍັງມີຄວາມເຊື້ອຖື​​ແບບຜິດໆ ເຊັ່ນ​: ​ແມ່ຍິງທີ່ຖືພາຕ້ອງໃຫ້ຄະລໍາການກິນອາຫານປະເພດຊີ້ນ, ປາ, ສັດປີກແລະ ອື່ນ ຈຶ່ງເຮັດໃຫ້ພົບບັນຫາການຂາດສານອາຫານ, ບາງຄົນຍັງບໍ່ມາເກີດລູກຢູ່ໂຮງໝໍ, ຊຶ່ງບັນຫາເຫລົ່ານັ້ນລ້ວນແຕ່ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງແມ່ແລະເດັກ.

            ສປປ ລາວ,​ໄດ້ມີຄວາມພະຍາຍາມຫລຸດຜ່ອນຕົວເລກອັດຕາການຕາຍຂອງແມ່ແລະເດັກລົງແຕ່ລະໄລຍະຄື: ​ໃນປີ 1990 ສະເລ່ຍ 1.600 ຄົນ, ປີ 2015 ຫລຸດລົງເຫລືອ 220 ຄົນແລະ ຮອດປີ 2020 ​​ແມ່ນໃຫ້ຕໍ່າກວ່າ 160 ຄົນຕໍ່ໜຶ່ງແສນຄົນ. ສະນັ້ນ ຢາກບັນລຸຄາດໝາຍດັ່ງກ່າວ, ການ​​ໄດ້ຮັບໂພສະນາທີ່ດີຕັ້ງແຕ່ມື້ເລີ່ມຕົ້ນຂອງຊີວິດ ຫລື ອາຫານການກິນຂອງແມ່ຍິງໃນໄລຍະຖືພາແມ່ນສິ່ງສາຄັນທີ່ສຸດທີ່ຈະປູພື້ນຖານສຸຂະພາບທີ່ແຂງແຮງກໍຄືຄຸນນະພາບຊີວິດຂອງເດັກໃນອະນາຄົດ.

No comments:

Post a Comment