Ad

Ad

20 April 2016

ຕຳຫລວດ​ຫົວພັນ​ມ້າງ​ເຄືອ​ຂ່າຍຄ້າຂາຍ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ

ຂ່າວ-ພາບ : ຫນັງສືພິມ ປກສ
​          ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສແຂວງຫົວພັນ ສາມາດຈັບຂະບວນການຄ້າຂາຍຢາເສບຕິດຕົວອັນຕະລາຍຄື: ທ້າວຫວາຢົງທໍ່ ອາຍຸ 45 ປີແລະ ທ້າວ ນູຈື່ ອາຍຸ 40 ປີ ທັງສອງ ຢູ່ບ້ານພັນສະຫວັນ, ເມືອງຊຳ​​ໃຕ້, ພ້ອມຂອງກາງເຮໂລອິນ 36 ​ແທ່ງແລະ ຢາບ້ານ 15 ພັນເມັດ.
   ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັບລອບຂົນສົ່ງຢາເສບຕິດເປັນຈຳນວນຫລາຍໄປປະເທດ​​ໃກ້ຄຽງຈຶ່ງໄດ້ນຳກຳລັງຕັ້ງດ່ານກວດກາຫລາຍຈຸດໃນເສັ້ນທາງອອກສູ່ຊາຍ​​ແດນຢູ່ເຂດບ້ານຫ້ວຍລາດ,ເມືອງຊຳໃຕ້ ຫລັງຈາກນັ້ນຈຶ່ງເຫັນເປົ້າໝາຍຂັບຂີ່ລົດຈັກມາສອງຄັນເຈົ້າໜ້າທີ່ຈຶ່ງໄດ້ທຳການກວດຄົ້ນຈຶ່ງພົບເຫັນເຮໂລອິນຈຳນວນ 36 ​ແທ່ງແລະ ຢາບ້າ 15 ພັນເມັດ, ຊຸກເຊື່ອງໄວ້ໃນເປົາປ່ານມັດຢູ່ທ້າຍລົດທັງສອງຄັນຈຶ່ງຈັບຕົວພວກກ່ຽວພ້ອມຢຶດຂອງກາງເພື່ອເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

          ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດທັງໝົດແມ່ນເອົາມາຈາກຂະບວນການຄ້າຢາເສບຕິດໃນແຂວງຫົວພັນເພື່ອຈະເອົາ​​ໄປສົ່ງໃຫ້ລູກຄ້າເຂດຊາຍແດນຫວຽດນາມ.

          ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອວັນທີ 6 ເມສາຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນປະຫານຊີວິດທ້າວ ສືລໍ ອາຍຸ 46 ປີ ຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ ແລະ ທ້າວ ກົງກື ອາຍຸ 41 ປີຢູ່ບ້ານຜາໂດ, ເມືອງແມ່ສອດ, ແຂວງຕາກ (ປະເທດໄທ)ໃນຂໍ້ຫາຄ້າຂາຍຢາເສບຕິດ,ໂດຍທັງສອງຖືກເຈົ້າໜ້າທີ່ຈັບຕົວເມືອງກາງປີ 2015 ໃນເຂດບ້ານທ່າດິນແດງ, ເມືອງໄຊທານີ,ນະຄອນຫລວງວຽງຈັນພ້ອມຂອງກາງເຮໂລອິນຈຳນວນ 48 ແທ່ງ.

No comments:

Post a Comment