Ad

Ad

20 April 2016

ການກວດກາເປັນ 1 ໃນມາດຕະການຮັກສາຄວາມໝັ້ນຄົງຂອງສະຖາບັນການເງິນ

         ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ​( ທຫລ ) ມີພາລະບົດບາດ ໜ້າທີ່ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຄຸ້ມ​ຄອງສະຖາບັນການເງິນ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ​ພັດທະນາສະຖາບັນການເງິນໃນທົ່ວປະເທດໃຫ້ດໍາເນີນໄປພາຍໃຕ້ລະບຽບ ກົດໝາຍຂອງບ້ານເມືອງ ແນໃສ່ເຮັດໃຫ້ປະ ຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງແຫຼ່ງທຶນຢ່າງງ່າຍດາຍ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ຕາມແນວທາງຂອງພັກ ແລະ ລັດຖະບານ.

          ທ່ານ ດຣ ອາຄົມ ປຣະເສີດ ຄະນະພັກ-ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ​ ໄດ້ຢືນຢັນວ່າ: ໃນປີ 2015 ​ສະ​ຖາ​ບັນ​ການ ເງິນຈຸລະພາກທີ່ຂຶ້ນທະບຽນນໍາ ທຫລ ມີທັງໝົດ 141 ແຫ່ງ ​ເພີ່ມຂຶ້ນ 17 ແຫ່ງ ເມື່ອທຽບໃສ່ປີ 2014, ສະ​ຖາ​ບັນການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ 14 ​ແຫ່ງ  ແລະສະ​ຖາ​ບັນການ​ເງິນ​ຈຸ​ລະ​ພາກ​ທີ່​ບໍ່ຮັບ​ເງິນ​ຝາກ 39 ແຫ່ງ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 32 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 21 ແຫ່ງ, ໂຮງຊວດຈໍາ 28 ແຫ່ງ, ບໍລິສັດຕົວແທນໂອນເງິນດ່ວນ 5  ແຫ່ງ, ສະຖາບັນເງິນຝາກປະຫຍັດໄປສະນີລາວ 1 ແຫ່ງ ແລະ ອອມຊັບພະນັກງານ 2 ແຫ່ງ.
          ໃນປີ 2015​ ຜ່ານມາ, ກົມຄຸ້ມຄອງສະຖາບັນການເງິນ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ໂດຍສຸມໃສ່ກວດກາການປະຕິບັດລະ ບຽບການຮັກສາຄວາມໝັ້ນຄົງຂອງສະຖາບັນການເງິນໂດຍນໍາໃຊ້ຫລັກການ CAMELs ເປັນບ່ອນອີງ, ລະບົບການກວດກາປະຈຸບັນປະກອບດ້ວຍການກວດກາກັບທີ່ປະຈໍາປີ, ການກວດກາກັບທີ່ແບບສຸກເສີນ ແລະ ກວດກາທາງເອກະສານ, ຜ່ານການຄຸ້ມຄອງ ກວດ ກາ ເຫັນວ່າລະບົບສະຖາບັນການເງິນ ມີຄວາມເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ ໂດຍໃນປີ 2015 ມີຍອດຊັບສິນທັງໝົດ 494,76 ຕື້ກ່ວາກີບເພີ່ມຂຶ້ນ 56%, ໜີ້ສິນທັງໝົດ 379,36 ຕື້ກ່ວາກີບເພີ່ມຂຶ້ນ 64%, ທຶນທັງໝົດ 99,82 ຕື້ກ່ວາກີບເພີ່ມຂຶ້ນ 36,53%, ຍອດເຫຼືອເງີນຝາກທັງໝົດ 667,67 ຕື້ກ່ວາກີບ ເພີ່ມຂຶ້ນ 62,41%, ຍອດເຫຼືອເງີນກູ້ທັງໝົດ 319,35 ຕື້ ກ່ວາກີບ ເພີ່ມຂຶ້ນ 35,25% ແລະ ກຳໄລ-ຂາດທຶນທັງໝົດ 13,23 ຕື້ກ່ວາກີບ ຫຼຸດລົງ 20,25% ເມື່ອທຽບໃສ່ປີ 2014.
          ທ່ານ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ໄດ້ກາຍວ່າ: ໃນໄລຍະດຽວກັນກໍໄດ້ມີການກວດກາ ແລະ ຄຸ້ມຄອງບັນດາສະຖາບັນການເງິນທັງໝົດ 6 ຮູບແບບ ແລະ ມີມາດຕະການຈຳນວນໜຶ່ງ ປະຕິບັດຕໍ່ບັນດາສະຖາບັນການເງິນທີ່ດຳເນີນທຸລະກິດບໍ່ສອດຄອງກັບລະບຽບການຄຸ້ມຄອງສະຖາບັນການເງິນ ໂດຍໄດ້ອອກແຈ້ງການຫາບັນດາສະຖາບັນການເງິນທັງໝົດຈຳນວນ 58 ຄັ້ງ, ສຳ ເລັດການກວດກາສຸກເສີນສະຖາບັນການເງິນຈຸລະພາກທັງໝົດ 5 ແຫ່ງ, ສຳເລັດການລາຍງານກ່ຽວກັບບັນດາໂຮງຊວດຈຳທີ່ດຳເນີນທຸລະກິດບໍ່ຖືກຕ້ອງກັບດຳລັດ ແລະ ບົດແນະນຳໃນການຈັດຕັ້ງປະຕິ ບັດ 3 ແຫ່ງ, ຕິດຕາມການແກ້ໄຂຂໍ້ຄົງຄ້າງຂອງສະຖາບັນການເງິນ 17 ແຫ່ງ, ທົ່ວລະບົບສະຖາບັນການເງິນມີໜີ້ NPLs ກວມ 5% ຂອງຍອດສິນເຊື່ອທົ່ວລະບົບ, ນອກນີ້ ສະຖາບັນການເງິນໄດ້ປະຕິ ບັດພາລະບົດບາດສໍາຄັນໃນການປະກອບສ່ວນສະໜອງແຫຼ່ງທຶນໃຫ້ແກ່ປະຊາຊົນເພື່ອທໍາການຜະລິດ ສ້າງເສດຖະກິດຄອບຄົວປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກໃຫ້ດີຂຶ້ນ, ຫັນການເງິນນອກລະບົບເຂົ້າມາເຄື່ອນໄຫວໃນລະບົບຫຼາຍຂຶ້ນກວ່າເກົ່າ.
             ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຂໍ້ສະດວກດັ່ງກ່າວມາຂ້າງເທິງນັ້ນ ກໍຍັງພົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງ ແລະ ສິ່ງທ້າທາຍຕົ້ນຕໍກໍແມ່ນຄວາມສາມາດໃນການຄຸ້ມຄອງບໍ່ສົມຄູ່ກັບຈັງຫວະການເພີ່ມຂຶ້ນຂອງສະຖາບັນການເງິນ ເຊິ່ງສະແດງອອກໃນດ້ານຄວາມຮູ້-ຄວາມສາມາດ ແລະ ປະສົບການຂອງພະນັກງານຄຸ້ມຄອງ-ກວດກາຍັງມີຈໍາກັດ ສ່ວນຫຼາຍເປັນພະນັກງານໜຸ່ມນ້ອຍ, ທາງດ້ານເຄື່ອງມືໃນການຄຸ້ມຄອງສະຖາບັນການເງິນທີ່ໃຊ້ໃນປະຈຸບັນ ໂດຍສະເພາະບັນດາດໍາລັດ, ຂໍ້​ກໍານົດ, ກົດ​ລະບຽບຂອງສະຖາບັນການເງິນຍັງບໍ່ທັນພຽງພໍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ການສ້າງ ແລະ ປັບປຸງປ່ນແປງມີລັກສະນະຊັກຊ້າ.
          ພ້ອມກັນນັ້ນ ມີບາງ​ສະ​ຖາ​ບັນ​ຍັງ​ບໍ່​​ມີສະຕິຕໍ່ການຈັດຕັ້ງ, ບໍ່ປະຕິບັດ​ຕາມດໍາລັດ, ຂໍ້​ກໍານົດ, ກົດ​ລະບຽບ​, ບໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ​ ຈຶ່ງ​ເຮັດ​ໃຫ້​ບໍ່​ສາມາດ​ປະຕິບັດ​ອັດຕາ​ສ່ວນ​ຕ່າງໆ​​ຕາມມາດຖານ​ທີ່ ທຫລ ວາງ​ອອກ, ຄະນະ​ກວດກາພາຍ​ໃນ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​​ບໍ່ເຕັມ​ສ່ວນ ຍັງຢູ່ພາຍໃຕ້ການຊີ້ນຳຂອງຜູ້ອຳນວຍການ​ໃນ​ການ​ຕິດຕາມ​ກວດກາ​ ທຸກ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ, ສະເພາະແຕ່ປີ 2015 ​​ມີສີ່ສະ​ຖາ​ບັນຂາດທຶນ ໂດຍມີສາ​ເຫດ​​ມາ​ຈາກ​ຈຸດບົກຜ່ອງທາງດ້ານບໍລິ ຫານ-ຈັດການ, ການວາງແຜນຍຸດທະສາດ, ການຄຸ້ມຄອງພະນັກງານ, ການຄົ້ນຄ້ວາການຕະຫລາດ ແລະ ການຄຸ້ມຄອງບໍລິຫານສີນເຊື່ອທີ່ຂາດປະສິດທິຜົນ ແລະ ມີ 12 ສະຖາບັນຍັງບໍ່ໄດ້ຮັບການກວດສອບຈາກບໍລິສັດກວດສອບຈາກພາຍນອກ ​ເນື່ອງ​ຈາກ​​ເປັນ​ສະ​ຖາ​ບັນ​ທີ່​​ເປີດ​ໃໝ່ ​ບໍ່​ທັນ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ​ ຈຶ່ງ​ບໍ່​ສາມາດ​ຈ້າງ​ຜູ້​ກວດ​ສອບ​ຈາກ​ພາຍນອກເຂົ້າມາກວດ​​.
           ນອກນີ້ ມີບາງສະຖາບັນບໍ່ມີລະບົບໂປຣແກຣມບັນຊີທີ່ມາດຕະຖານ ມີ​ພຽງ​ການ​ຈົດ​ບັນທຶກ​ບັນຊີ​ປະ​ຈໍາ​ວັນ​ດ້ວຍ​ EXCEL ​ເຮັດ​​ໃຫ້ສະ​ຖາ​ບັນ​ບໍ່​ສາມາດ​ຕິດຕາມ​​ທຸກ​ການ​ເຄື່ອນ​ໄຫ​ວ, ຍັງ​ຂາດ​ພະນັກງານ​ທີ່​ມີ​ຄວາມ​ຮູ້​ດ້ານ​ບັນຊີເພື່ອ​ສະຫຼຸບສັງ​ລວມບັນຊີ​ປະ​ຈໍາ​ວັນ, ປະ​ຈໍາ​ເດືອນ, ປະ​ຈໍາ​ງວດ ​ແລະ ປະ​ຈໍາປີ ​ເຮັດ​ໃຫ້ການ​ສົ່ງ​ລາຍ​ງານ​​ໃຫ້​ແກ່​ຜູ້​ຄຸ້ມ​ຄອງ​ກໍ່​ຄືກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ ທຫລ ບໍ່​ຖືກຕ້ອງ​ກັບ​ບັນຊີ​ຕົວ​ຈິງ​ທີ່​ທາງ​ຄະນະ​ກວດກາ​ໄດ້​ລົງ​ກວດກາ​ຕົວ​ຈິງ, ບໍ່ພໍເທົ່ານັ້ນ ມີບາງ​ສະ​ຖາ​ບັນ​ກໍ່​ບໍ່ໃຫ້ການ​ຮ່ວມ​ມື​ແກ່​ຄະນະ​ກວດ ກາ, ຍັງມີການເຊື່ອງອໍາຂໍ້ມູນ,​ ໃຫ້ຂໍ້ມູນແກ່ຜູ້ກວດກາຜິດພາດ ຈຶ່ງເຮັດໃຫ້ເກີດມີບັນຫາການຮ້ອງຟ້ອງຂໍຄວາມເປັນທໍາໃນບັນຫາລູກຄ້າເງິນຝາກຂອງບາງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ບໍ່ສາມາດຖອນເງິນຈາກບັນຊີເງິນຝາກຂອງຕົນ ແລະ ຍັງມີກໍລະນີລູກຄ້າເງິນກູ້ຈໍານວນຫຼາຍຖືກຫັກເງິນຄໍ້າປະກັນເງິນກູ້ ເຮັດໃຫ້ໄດ້ຮັບເງິນກູ້ບໍ່ເຕັມຈໍານວນ ແຕ່ຄິດໄລ່ດອກເບ້ຍເຕັມຈໍານວນ ແລະ ອື່ນໆ.
          ເພື່ອຮັບປະກັນການເຄື່ອນໄຫວສະຖາບັນການເງິນມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ ທຫລ ຈະສືບຕໍ່ປັບປຸງຍົກປະສິດທິພາບການດໍາເນີນ ແລະ ການຄຸ້ມຄອງສະຖາບັນການເງິນ ໂດຍຈະເອົາໃຈໃສ່ຝຶກອົບຮົມໃຫ້ແກ່ພະນັກງານດ້ານການເມືອງແນວຄິດ, ​ລະບຽບກົດໝາຍ, ຄວາມຮູ້-ຄວາມສາມາດດ້ານວິຊາການ, ກວດກາຄືນຄູ່ມືໃນການກວດກາ, ລະບຽບການທີ່ໃຊ້ໃນການຄຸ້ມຄອງບັນດາສະຖາບັນການເງິນຈຸລະພາກໃຫ້ເໝາະສົມ, ຖອດ​ຖອນ​ບົດຮຽນ​ຄືນກ່ຽວ​ກັບ​ການ​ຂຶ້ນ​ແຜນ​ລົງ​ກວດກາ​, ເດັດຂາດ ແລະ ຂັ້ມງວດຕໍ່ສະຖາບັນການເງິນທີ່ລະເມີດລະບຽບການ, ເອົາ​ໃຈ​ໃສ່​ຕິດຕາມ​ຢ່າງ​ໃກ້ຊິດກັບຄະນະສະພາບໍລິຫານ, ຄະ ນະກຳມະການຕ່າງໆ ແລະ ຜູ້ຈັດການ​ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງຂອງສະຖາບັນ ຫາກແຫ່ງໃດບໍ່ສາມາດລາຍງານການແກ້ໄຂຂໍ້ຄົງຄ້າງໃຫ້ກັບ ທຫລ ໄດ້ພາຍໃນ 1ໄຕມາດ ແລະ ບໍ່ສາມາດປະຕິບັດໄດ້ ກົມຄຸ້ມຄອງສະຖາບັນການເງິນ ຈະນຳໃຊ້ມາດຕະການຕາມທີ່ລະບຸໄວ້ຕາມມາດຕາ 82 ຂອງດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ.

           ໃນສະພາບການໃໝ່ ຍຸກແຫ່ງການເຊື່ອມໂຍງປະຊາຄົມ ອາຊຽນ ມັນໄດ້ເລັ່ງທວງໃຫ້ສະຖາບັນການເງິນຕ້ອງໄດ້ຍົກສູງສະຕິຕໍ່ລະບຽບກົດໝາຍ, ​ເຄົາລົບ ແລະ ປະຕິບັດ​ຕາມດໍາລັດ, ຂໍ້​ກໍານົດ, ກົດ​ລະບຽບ​ທີ່ ທຫລ ວາງ​ອອກ​ໃນ​​ແຕ່​ລະ​ໄລຍະ​, ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ​ທີ່​ທາງ​ຄະນະ​ກວດກາ​ແນະນຳ​ໃນ​ແຕ່ລະ​ປີ ເພື່ອຮັບປະກັນໃຫ້ສະຖາບັນມີຄວາມຍືນຍົງ, ເພີ່ມທຶນໃຫ້ມີຄວາມພຽງພໍໃນການດໍາເນີນທຸລະກິດ ແລະສາມາດຮອງຮັບເປັນທັນສະໄໝ, ເພີ່ມທະວີວຽກງານການກວດກາພາຍໃນໃຫ້ມີຄວາມເຂັ້ມແຂງ, ປະຕິບັດ ລະບອບການກວດສອບພາຍນອກ ແລະ ເຜີຍແຜ່ຖານະການເງິນໃຫ້ຖືກຕ້ອງ, ຮ່ວມມືກັນໃນການດໍາເນີນທຸລະກິດ, ແກ່ງແຍ່ງແຂ່ງຂັນ ບົນຫຼັກການ ແລະ ລະບຽບກົດໝາຍກໍານົດໄວ້, ປັບປຸງໂຄງຮ່າງການຈັດຕັ້ງ ແລະ ລະບົບບໍລິຫານພາຍໃນຂອງສະຖາບັນການເງິນໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ເອົາໃຈໃສ່ກໍ່ສ້າງ,​ ບໍາລຸງ ຖັນແຖວພະນັກງານ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການດໍາເນີນທຸລະກິດໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.       ຂຽນໂດຍ: ຣັດສະໝີ ດວງສັດຈະ

No comments:

Post a Comment