Ad

Ad

23 June 2016

ໂຄງການໄຟຟ້ານໍ້າງຽບ 1 ສ້າງຊີວິດໃໝ່ໃຫ້ແກ່ປະຊາຊົນທີ່ຈະຍົກຍ້າຍ

ພະນັກງານຂອງໂຄງການໄຟຟ້ານໍ້າງຽບ 1, ພະນັກງານລັດ ແລະ ສະມາຊິກຊຸມຊົນທ້ອງຖິ່ນໄດ້ຮ່ວມປູກຕົ້ນໄມ້ເພື່ອເປັນນິມິດໝາຍໃນການເລີ່ມຕົ້ນຊີວິດໃໝ່ຢູ່ບ້ານຈັດສັນຫ້ວຍສູບສຳລັບປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການ.
ພິທີປູກຕັ້ນໄມ້ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນານີ້, ບ້ານຈັດສັນຫ້ວຍສູບ ທີ່ເມືອງບໍລິຄັນ, ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງທ່ານ ລຳສະໃໝ ວໍລະສານ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ, ທ່ານ ເລັ່ງຊົ່ງ ຕົງສີ ປະທານແນວລາວສ້າງຊາດ ແຂວງໄຊສົມບູນ ແລະ ຊຸມຊົນທ້ອງຖິ່ນເຂົ້າຮ່ວມເປັນຈຳນວນຫລາຍ.

          ບ້ານຈັດສັນຫ້ວຍສູບແມ່ນໜຶ່ງໃນຂົງເຂດທີ່ສຳຄັນທີ່ສຸດທີ່ພວມກຳລັງກໍ່ສ້າງຢູ່ໂຄງການໄຟຟ້ານໍ້າງຽບ 1 ແລະ ນັບຕັ້ງແຕ່ການກໍ່ສ້າງໄດ້ເລີ່ມຂຶ້ນໃນເດືອນຜ່ານມາກໍມີຄວາມຄືບໜ້າດ້ວຍດີ ໂດຍມີ 15 ວຽກງານທີ່ແຕກຕ່າງກັນກໍາລັງຈັດຕັ້ງປະຕິບັດຢູ່ບ້ານແຫ່ງນີ້ເພື່ອສ້າງຊຸມຊົນໃໝ່. ປັດຈຸບັນ ເຮືອນວິນລາ 23 ຫຼັງພວມຢູ່ໃນການກໍ່ສ້າງສຳລັບຊາວບ້ານຫາດຊາຍຄຳຜູ້ທີ່ໄດ້ຕັດສິນໃຈຍົກຍ້າຍມາຢູ່ບ້ານຈັດສັນແຫ່ງນີ້.
ບ້ານຫາດຊາຍຄຳແມ່ນຕັ້ງຢູ່ແຄມຝັ່ງນໍ້າງຽບ ທີ່ເມືອງບໍລິຄັນ, ແຂວງບໍລິຄຳໄຊ ແລະ ແມ່ນໜຶ່ງໃນຫຼາຍໝູ່ບ້ານທີ່ຖືກຜົນກະທົບຈາກໂຄງການໄຟຟ້ານໍ້າງຽບ 1. ເຄິ່ງໜຶ່ງຂອງປະຊາຊົນໃນບ້ານເລື່ອກທີ່ຈະຍ້າຍມາບ້ານຈັດສັນຫ້ວຍສູບ ແລະ ສ່ວນທີ່ເຫຼືອໄດ້ເລືອກເອົາຄ່າຊົດເຊີຍຈາກໂຄງການ ແລະ ຍ້າຍໄປບ່ອນອື່ນດ້ວຍຕົນເອງ.
ນອກຈາກການກໍ່ສ້າງເຮືອນໃຫ້ຜູ້ຍົກຍ້າຍແລ້ວ ຍັງໄດ້ສ້າງທາງເຂົ້າຫາບ້ານ, ຂົວຂ້າມນໍ້າງຽບ, ໂຮງຮຽນອະນຸບານ ແລະ ທີ່ພັກຂອງຄູອະນຸບານ, ຕະຫຼາດ, ຫໍປະຊຸມ ແລະ ບ່ອນຈອດລົດເມ. ນອກຈາກນີ້ທາງໂຄງການກໍຍັງບຸກເບີກທົ່ງນາ, ສວນສຳລັບປູກຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ກະສິກຳ ພ້ອມທັງລະບົບຊົນລະປະທານຢ່າງຄົບຊຸດ. ການກໍ່ສ້າງໄລຍະທຳອິດຂອງບ້ານຈັດສັນຫ້ວຍສູບຄາດວ່າຈະສຳເລັດໃນເດືອນສິງຫາ ປີ 2016 ແລະ ການຍົກຍ້າຍຈັດສັນປະຊາຊົນມາແຫ່ງນີ້ໃນເບື້ອງຕົ້ນມີແຜນພາຍຫຼັງການກໍ່ສ້າງໄດ້ສຳເລັດ.

ໂຄງການໄຟຟ້ານໍ້າງຽບ 1 ແມ່ນໂຄງການທີ່ພວມຢູ່ໃນໄລຍະການກໍ່ສ້າງທີ່ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ໂດຍມີຂີດຄວາມສາມາດໃນການຜະລິດໄຟຟ້າ 290 ເມກາວັດ. ຄາດວ່າການຜະລິດໄຟຟ້າຈະເລີ່ມຕົ້ນໃນເດືອນມັງກອນ 2019, ຊຶ່ງມາຮອດປັດຈຸບັນສຳເລັດແລ້ວ ປະມານ 40%.

No comments:

Post a Comment