Ad

Ad

23 June 2016

ກະສິກຳຜ່ານຮ່າງດຳລັດວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ

       ວັນທີ 21 ມິຖຸນານີ້, ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະ ຊຸມຜ່ານຮ່າງດຳລັດ ວ່າດ້ວຍການຄຸ້ມຄອງຢາປາບາສັດຕູພືດຂື້ນ, ທີ່ກະຊວງດັ່ງ ກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າພະແນກ,ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.

ຮອງລັດຖະມົນຕີກ່າວໃນພິທີວ່າ: ເພື່ອແນ່ໃສ່ຍົກລະດັບນິຕິກຳພາຍໃຕ້ກົດໝາຍ,ທີສາມາດເຊື່ອມໂຍງກັບຂະແໜງການກ່ຽວຂ້ອງ,ເຊື່ອມໂຍງກັບມາດຕະຖານຂອງພາກພື້ນ ແລະ ສາກົນ,.ກ່ຽວກັບຄວາມປອດໄພທາງດ້ານອາຫານ,ເພື່ອເຮັດໃຫ້ການຄຸ້ມຄອງຢາປາບສັດຕູພືດ,ໃນການນຳເຂົ້າ, ການຜະລິດ,
ການຈຳໜ່າຍ ແລະ ການນຳໃຊ້ໃຫ້ມີຄວາມອດໄພຕໍ່ຄົນ, ລັດ ແລະ ສິ່ງແວດລ້ອມ ແລະ ເພື່ອເປັນການກຳນົດຫຼັກການ,ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງຢາປາບສັດຕູພືດທີ່ສາມາດເຊື່ອມໂຍງກັບກົດໝາຍອື່ນໆ ທີ່ກ່ຽວຂ້ອງ,ໂດຍຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະກອບຄວາມຄິດເຫັນໃສ່ຮ່າງດຳລັດດັ່ງກ່າວ ໃຫ້ຮັບປະກັນດ້ານເນື້ອໃນທີ່ຊັດເຈນ, ຮັດກຸມ, ຈະແຈ້ງ , ຄົບຖ້ວນສົມບູນ ແລະ ສາມາດ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນໄດ້.

No comments:

Post a Comment