Ad

Ad

22 June 2016

ສະພາພິຈາລະນາຫລາຍບັນຫາສໍາຄັນປະຈໍາເດືອນມິຖຸນາ

          ກອງປະຊຸມຄະນະປະຈໍາສະພາແຫ່ງຊາດປະຈໍາເດືອນມິຖຸນາ 2016 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນານີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເພື່ອປຶກສາຫາລື ແລະ ພິຈານາຫລາຍບັນຫາສໍາຄັນຄື: ພິຈາລະນາປັບປຸງ ແລະ ຍົກເວັ້ນການປະຕິບັດມາດຕາ 13 ຂອງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງປີ 2015, ພິຈາລະນາຮ່າງມະຕິວ່າດ້ວຍລະບຽບການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ, ພິຈາລະນາຮ່າງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະເລຂາທິການສະພາແຫ່ງຊາດ, ສະເໜີຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການກົດໝາຍ, ຍຸຕິທໍາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ,
ແຜນການ, ການເງິນ ແລະ ການກວດສອບ, ວັດທະນະທໍາ-ສັງຄົມ, ການເຄື່ອນໄຫວຂອງກໍາມາທິການບັນດາເຜົ່າ, ຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງການເຄື່ອນໄຫວຂອງກໍາມາທິການຕ່າງປະ ເທດ, ສະຖາບັນຄົ້ນຄວ້ານິຕິກໍາ ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ, ສະເໜີຮ່າງມະຕິຂອງຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ, ນອກນີ້ ຍັງພິຈາລະນາແຜນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ, ລາຍງານຂໍທິດຊີ້ນໍາຕໍ່ 3 ບັນຫາຂອງອົງການກວດສອບແຫ່ງລັດ, ພິຈາລະນາບັນຈຸຊັບຊ້ອນສະມາຊິກສະພາແຫ່ງຊາດຊຸດທີ VIII ເຂົ້າແຕ່ລະກໍາມາທິການ, ພິຈາລະນາແຕ່ງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາລະຫວ່າງສະພາແຫ່ງຊາດລາວກັບລັດຖະສະພາຕ່າງປະເທດ ແລະ ບັນຫາສາຄັນອື່ນໆຈໍານວນໜຶ່ງ.

No comments:

Post a Comment