Ad

Ad

22 June 2016

ລາວ-ຈີນເພີ່ມທະວີການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນຫລາຍຂຶ້ນ

          ໃນການເດີນທາງໄປເຂົ້າຮ່ວມຮ່ວມງານຕະຫຼາດນັດຄຸນໝິງ ຄັ້ງທີ 24 ແລະ ງານວາງສະ ແດງຈີນ-ອາຊີໃຕ້ ຄັ້ງທີ 4 ທີ່ນະຄອນຄຸນໝິງ ສປ ຈີນ ໃນລະຫວ່າງວັນທີ 11-17 ມິຖຸນາ 2016, ຄະນະຜູ້ ແທນລາວ ນໍາໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນ ຕີ ກໍໄດ້ມີໂອກາດພົບປະເຮັດວຽກ ກັບ ທ່ານ ວາງ ຢາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ.
          ໃນການພົບປະຄັ້ງນີ້, ຝ່າຍຈີນ ໄດ້ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມ 2 ງານດັ່ງກ່າວ ຂອງຄະນະຜູ້ແທນ ແລະ ຜູ້ປະກອບການ ແຫ່ງ ສປປລາວ ເຊິ່ງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຈີນ-ລາວ ກໍ່ຄືຕໍ່ການເຊື່ອມໂຍງເສດຖະກິດຂອງຈີນ ໂດຍສະເພາະ ຂອງແຂວງຢຸນນານ ເຂົ້າກັບເສດຖະກິດຂອງພາກພື້ນອາຊີໃຕ້ ແລະ ອາຊີອາຄະເນ
ຕາມນະໂຍບາຍ “ກ້າວອອກໄປສູ່ໂລກກໍຄືນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງຂອງລັດຖະບານຈີນ ວາງອອກ.  ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແຈ້ງສະພາບພົ້ນເດັ່ນຂອງປະເທດຕົນ ໃຫ້ກັນ ແລະ ກັນຊາບ ແລະ ມີຄວາມເປັນເອກະພາບສູງ ຕໍ່ບັນຫາຕ່າງໆ ທີ່ມີຄວາມສົນໃຈນໍາກັນ ໂດຍສະເພາະ ທັງສອງຝ່າຍ ເຫັນວ່າ ມິດຕະ ພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງຊາດ ລາວ-ຈີນ ໄດ້ມີການພັດທະນາຂະ ຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນຂະແໜງການຕ່າງໆໄດ້ດໍາເນີນໄປຕາມທິດນໍາ ຂອງ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການໄປມາຫາສູ່ກັນ ຢ່າງເປັນປົກກະຕິ ຊ່ຶງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຈີນ ໄດ້ຢ່າງຫຼວງຫຼາຍ ແລະ ປີ 2016 ກໍ່ແມ່ນອີກປີໜຶ່ງ ທີ່ມີຄວາມໝາຍສໍາຄັນແຫ່ງການພົວພັນຮ່ວມມື ລາວ-ຈີນ ເຊິ່ງສອງຝ່າຍໄດ້ຮ່ວມກັນ ໃນ ການຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ.
          ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການຮ່ວມມື ດ້ານເສດຖະກິດ-ເຕັກນິກ ແລະ ການຄ້າ ລະຫວ່າງ ລາວ-ຈີນ  ໃນຊຸມປີຜ່ານມາ ໄດ້ຮັບການຊຸກຍູ້ສ່ົງເສີມຂຶ້ນ ຢ່າງບໍ່ຢຸດຢັ້ງ ເປັນຕົ້ນ ມູນຄ່າການຄ້າລາວ-ຈີນ ໄດ້ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນ ບໍ່ຫຼຸດ 20% ເປັນເວລາ 7 ປີ ຕໍ່ເນື່ອງກັນ, ການລົງທຶນຈາກຈີນ ຢູ່ ສປປ ລາວ ກໍ່ມີທ່າກ້າວຂະຫຍາຍຕົວເປັນລໍາດັບ. ມາເຖິງປັດຈຸ ບັນ, ຈີນ ໄດ້ກາຍເປັນອັນດັທີ 1 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ໂດຍມີໂຄງການລົງທຶນຂອງຈີນ 834 ໂຄງການ, ມີມູນຄ່າການລົງທຶນ 5,48 ຕື້ໂດລາສະຫະລັດ ເຂົ້າໃນຂະແໜງການຫຼັກຕ່າງໆ ເຊັ່ນ: ບໍ່ແຮ່, ພະລັງງານໄຟຟ້າ, ກະສິກຳ, ບໍລິການ ແລະ ຂະແໜງອື່ນໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດລາເຮົາ. ນອກຈາກນັ້ນ, ລັດຖະບານ ແຫ່ງ ສປ ຈີນ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ໃນຫຼາຍຮູບແບບ ແກ່ ສປປ ລາວ ຊ່ຶງມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີອີກດ້ວຍ. ໂອກາດນີ້, ໂດຍຕາງໜ້າ ໃຫ້ ພັກ-ລັດ ແລະ ປະຊາຊົນລາວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ການຮ່ວມມື ຢ່າງຕັ້ງໜ້າ ຕະຫຼອດໄລຍະທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຝ່າຍຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ເພື່ອເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ສຳເລັດໄປດ້ວຍດີ ຕາມແຜນການທີ່ໄດ້ວາງໄວ້.

          ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງລະ ຫວ່າງການນໍາຂັ້ນສູງຂອງສອງປະເທດ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ໃຫ້ສອງຝ່າຍສົ່ງຄະນະຜູ້ແທນຫຼາຍລະດັບ ແລະ ຫຼາຍຮູບແບບ. ໃນນັ້ນ, ທ່ານຮອງນາຍົກ ສອນໄຊ ສີພັນດອນ ໄດ້ສະເໜີຕໍ່ຝ່າຍ ຈີນ ຊ່ວຍພິຈາລະນາຊຸກຍູ້ແກ້ໄຂ ແລະ ສະໜັບສະໜູນຊ່ວຍເຫຼືອ ບາງວຽກງານ ຄື: ສະເໜີໃຫ້ຝ່າຍຈີນ ຊ່ວຍຝ່າຍລາວ ໃນການກໍ່ສ້າງ ແລະ ຝຶກອົບຮົມບຸກຄະລາກອນ ເພື່ອຕອບສະໜອງໃຫ້ກັບການກໍ່ສ້າງ ແລະ ພັດທະນາທຸລະກິດທາງລົດໄຟຢູ່ລາວ; ພ້ອມກັນຊຸກຍູ້ສົ່ງເສີມສິນຄ້າ ແລະ ຜະລິດຕະພັນກະສິກຳຂອງລາວ ໃຫ້ເຂົ້າສູ່ຕະຫຼາດຈີນ ຢ່າງສະດວກ ແລະ ຫຼາຍຂຶ້ນ; ສົ່ງເສີມນະໂຍບາຍຕໍ່ບັນດາແຂວງ ທີ່ມີຊາຍແດນຕິດກັນ ແລະ ຢູ່ໃກ້ກັບ ສປປ ລາວ ກໍ່ຄື ແຂວງຢຸນນານ ແລະ ກວາງຊີ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ກັບ ສປປ ລາວ ໃຫ້ສະດວກຂຶ້ນຕື່ມ ລວມທັງການເສີມຂະຫຍາຍບົດບາດກົນໄກຮ່ວມມື ລະຫວ່າງບັນດາແຂວງພາກເໜືອຂອງລາວ ກັບແຂວງຢຸນນານ ໃຫ້ພົ້ນເດັ່ນຂຶ້ນ; ສືບຕໍ່ພິຈາລະນາໃຫ້ການຊ່ວຍເຫຼືອດ້ານເງິນກູ້ ສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະ ໂຄງການເສັ້ນທາງຍຸດທະສາດ ແລະ ເສັ້ນທາງເຊື່ອມໂຍງກັບພາກພື້ນ, ໂຄງ ການພັດທະນາລະບົບຊົນລະປະທານ; ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວ ເປັນຕົ້ນ ຮ່ວມມືກັນສ້າງ ແຜນແມ່ບົດການຮ່ວມມືທ່ອງທ່ຽວລາວ-ຈີນ, ສ້າງໂຄງການຮອງຮັບການທ່ອງ ທ່ຽວທີ່ຄົບຊຸດໂດຍຮັບປະກັນຜົນປະໂຫຍດຂອງທຸກຝ່າຍ ແນໃສ່ຮອງຮັບນັບທ່ອງທ່ຽວຈີນ ໄປທ່ອງທ່ຽວລາວ ແລະ ນັກທ່ອງທ່ຽວລາວມາທ່ຽວຈີນ ໃຫ້ນັບມື້ນັບເພີ່ມຂຶ້ນ ແລະ ຊຸກຍູ້ໃຫ້ທະນາຄານພັດ ທະນາຈີນ ( CDB ) ມາສ້າງຕັ້ງສາຂາຂອງຕົນຢູ່ ສປປ ລາວ.

No comments:

Post a Comment