Ad

Ad

22 June 2016

ລັດຖະມົນຕີສຶກສາລົງເປີດການສອບເສັງຈົບຊັ້ນ ມ.7 ສົກປີ 2015-2016

     ວັນທີ 21 ມິຖຸນານີ້ ເຊິ່ງເປັນມື້ເລີ່ມຕົ້ນຂອງການສອບເສັງຈົບຊັ້ນ ມ.7 ໃນສົກຮຽນ 2015-2016 ນີ້, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງໄປຕິດຕາມເປີດການສອບເສັງ ດັ່ງກ່າວ ຢູ່ສູນສອບເສັງ ມສ ວຽງຈັນ ເພື່ອເນັ້ນໃຫ້ຄະນະກຳມະການຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບການສອບເສັງຢ່າງເຂັ້ມງວດ, ຮັກສາຄວາມເປັນເອກະພາບ, ລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມໂປ່ງໃສ ເພື່ອເຮັດແນວໃດໃຫ້ການສອບເສັງຄັ້ງນີ້ບັນລຸຄາດ ໝາຍວາງໄວ້.
    ສຳລັບສູນສອບເສັງ ມສ ວຽງຈັນ ມີນັກສອບເສັງທັງໝົດ 1.300 ກວ່າຄົນ, ຍິງ 710 ຄົນ ທີ່ມາຈາກໂຮງຮຽນ ມ.ປາຍ ຕ່າງໆຈຳນວນ 8 ແຫ່ງ ໃນນະຄອນຫລວງວຽງຈັນ ຄືໂຮງຮຽນ ມສ ວຽງຈັນ, ຫລຽວໂຕ, ພອນສະຫວັນຊົນເຜົ່າ, ນິລະດາ, ສົດທະຈິດ, ເຈົ້າອານຸວົງ, ເພຍວັດ ແລະ ໂຮງຮຽນ ມສ ກ້າວໜ້າ.


     ໃນສົກຮຽນນີ້, ທົ່ວປະເທດມີນັກຮຽນເຂົ້າສອບເສັງຈົບຊັ້ນ ມ.7 ທັງໝົດ 58.090 ຄົນ, ຍິງ 26.980 ຄົນ, ມີ 271 ສູນສອບເສັງ ແລະ ສະເພາະຢູ່ນະຄອນຫລວງວຽງຈັນມີນັກສອບເສັງ 9.500 ຄົນ, ຍິງ 4.800 ຄົນ, ມີ 22 ສູນສອບເສັງດ້ວຍກັນ ແລະ ເປັນປີທຳອິດທີ່ໄດ້ນຳໃຊ້ 4 ວິຊາຫລັກເຂົ້າ ໃນການສອບເສັງ ຄືວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ ແລະ ວິຊາປະຫວັດສາດ. ແຕ່ລະວິຊາຈະມີ 2 ຫົວບົດ ຄືເອ ແລະ ບີ ໂດຍນັກຮຽນແຕ່ລະຄົນຈະໄດ້ຈົກສະຫລາກເລືອກເອົາວ່າຕົນ ເອງຈະໄດ້ຮັບຫົວບົດປະເພດໃດ ແລະ ຄຳຕອບທັງໝົດຈະເປັນແບບປາລະໄນທີ່ເພີ່ມຈາກ 20 ຂໍ້ໃນປີ ຜ່ານມາເປັນ 50 ຂໍ້ ທີ່ນັກສອບເສັງສາມາດເລືອກຕອບໄດ້ຕາມໃຈ ເພື່ອຄວາມສາມາດອັນແທ້ຈິງຂອງຜູ້ ເຂົ້າສອບເສັງ.

No comments:

Post a Comment