Ad

Ad

22 June 2016

ກະຊວງການເງິນສືບຕໍ່ປະກອບຄຳເຫັນໃສ່ຮ່າງວິໄສທັດຮອດປີ 2030 ຂອງຂະແໜງການ

          ວັນທີ 21 ມິຖຸນານີ້, ກະຊວງການເງິນ, ໄດ້ຈັດກອງປະຊຸມປະກອບຄວາມຄິດເຫັນ ໃສ່ຮ່າງວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດພັດທະນາການເງິນແຫ່ງລັດຮອດ ປີ 2025, ຂຶ້ນທີ່ກະຊວງ ຂອງຕົນ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະ ເສີດ ຮອງລັດຖະມົນຕີກະຊວງການເງິນ.
          ທ່ານນາງ ບົວເງິນ ອຸ່ນນະລາດ ວ່າການຫົວຫນ້າກົມງົບປະມານແຫ່ງລັດ, ໄດ້ຂຶ້ນຜ່ານຮ່າງວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດພັດທະນາການເງິນແຫ່ງລັດຮອດ ປີ 2025, ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຕື່ມເຖິງຈຸດປະສົງ ແລະ ລະດັບຄາດຫມາຍຂອງມັນ ເພື່ອປະກອບຄຳຄິດຄຳເຫັນໃສ່ຮ່າງວິໄສທັດດັ່ງກ່າວ, ໄດ້ຢ່າງຄົບຖ້ວນສົມບູນ ເພື່ອພັດທະນາການເງິນແຫ່ງ
ລັດໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງ, ມີຄວາມຫມັ້ນຄົງເປັນລະບົບຄົບຊຸດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຮອດປີ 2025 ເຮັດໃຫ້ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄວາມຫມັ້ນ ທ່ຽງ, ປະກອບສ່ວນໃຫ້ໂຄງປະກອບສິ່ງແວດລ້ອມ, ສ້າງຄວາມອຸດົມຮັ່ງມີ, ຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງປະຊະຊົນບັນດາເຜົ່າໃຫ້ດີຂຶ້ນໃຫ້ ປະເທດເຮົາ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ໃນປີ 2020.

          ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນເພື່ອ ເປັນການລະດົມຄຳຄິດຄຳເຫັນຈາກທຸກພາກສ່ວນຢ່າງລະອຽດເພື່ອສາມາດຍົກໃຫ້ເຫັນບົດຮຽນປະສົມການທີ່ພາໃຫ້ມີຂໍ້ສະດວກຂໍ້-ຫຍຸ້ງຍາກເພື່ອປັບປຸງແກ້ໄຂ, ພ້ອມນັ້ນ ທ່ານ ໄດ້ເນັ້ນຫນັກໃຫ້ທຸກພາກສ່ວນເປັນເຈົ້າການປະກອບຄຳຄິດເຫັນຢ່າງມີຄວາມຮັບຜິດຊອບ, ທັງນີ້ກໍເພື່ອເປັນການພັດທະນາວຽກງານການເງິນໃຫ້ດີຂຶ້ນ, ລວມໄປເຖິງລະດັບ ຄາດຫມາຍຂອງເປົ້າຫມາຍວິໄສທັດໃນແຕ່ລະຂົງເຂດວຽກງານໃຫ້ຖືກຕ້ອງສອດຄ່ອງກັບ ສະພາບການຂະຫຍາຍຕົວ ໃນແຕ່ລະໄລຍະ, ໄປພ້ອມໆກັບການຖອດຖອນບົດຮຽນປະສົບ ການຈາກບັນດາປະເທດໃນພາກພື້ນ ແລະ ສາກົນມາຫມູນໃຊ້ເຂົ້າໃນການພັດທະນາການ ຄຸ້ມຄອງວຽກງານການເງິນປະເທດເຮົາມີຄຸນນະພາບຮອບດ້ານຕີຖ້ອຍປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານໃຫ້ໄດ້ເທື່ອລະກ້າວ. ສັງລວມຕີລາຄາຄືນການເກັບອັດຕາພາສີ-ອາ ກອນຈາກຜູ້ປະກອບການຫົວຫນ່ວຍທຸລະກິດຕ່າງໆໃນໄລຍະຜ່ານມາວ່າມີຄວາມ ຖືກຕ້ອງເຫມາະສົມແລ້ວບໍ? ແລະ ເປັນການສົ່ງເສີມການລົງທຶນຂອງບັນດາຫົວໜ່ວຍທຸລະກິດເຫລົ່ານັ້ນມີການຂະຫຍາຍ ຕົວໄດ້ດີເທົ່າໃດ, ໂດຍສະເພາະ ການກຳນົດອັດຕາພາສີ-ອາກອນຕ່າງໆຄວນມີວິທີການແນວ ໃດເພື່ອປັບປຸງແກ້ໄຂແຕ່ລະດ້ານແຕ່ລະບັນຫາໃຫ້ດີຂຶ້ນ. ທັງນີ້ກໍແມ່ນເພື່ອແນໃສ່ ເຮັດໃຫ້ຮ່າງວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ມີເນື້ອໃນຄົບຖ້ວນສາມາດຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຕາມ ລະດັບຄາດຫມາຍທີ່ພັກ ແລະ ລັດວາງໄວ້. 

No comments:

Post a Comment