Ad

Ad

22 June 2016

ຕາໜ່າງສາທາລະນະສຸກຂະຫຍາຍຕົວກວ້າງຂວາງໄປສູ່ເຂດຊົນນະບົດຫ່າງໄກສອກຫລີກ

    ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຄຳພອນ ພຸດທະວົງ ໃຫ້ຮູ້ໃນກອງປະຊຸມພົບປະພະນັກງານອາວຸໂສບຳນານກະຊວງສາທາລະນະສຸກ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຕາໜ່າງການບໍລິການສາທາລະນະສຸກຢູ່ປະເທດເຮົາໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງໄປສູ່ເຂດຊົນນະບົດຫ່າງໄກສອກຫລີກ ແລະ ມາຮອດປັດຈຸບັນ ພະນັກງານໃນທົ່ວຂະແໜງສາທາລະນະສຸກ ນັບທັງສູນກາງ ແລະ ທ້ອງຖິ່ນມີຫລາຍກວ່າ 20 ພັນຄົນ, ໃນນັ້ນເພດຍິງຫລາຍກວ່າ 12 ພັນຄົນ, ມີໂຮງໝໍເມືອງ 137 ແຫ່ງ ທີ່ສາມາດໃຫ້ບໍລິການກວດທ້ອງ ແລະ ຊ່ວຍເກີດລູກໄດ້, ມີໂຮງໝໍເມືອງປະເພດ (ກ) ຈຳນວນ 20 ເມືອງ ກວມປະມານ 74% ຂອງໂຮງໝໍປະເພດດັ່ງກ່າວ ສາມາດໃຫ້ບໍລິການຜ່າຕັດສຸກເສີນກະທັນຫັນໄດ້, ພ້ອມທັງມີການຈັດຕັ້ງປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ໂດຍບໍ່ເສຍ
ຄ່າ ແລະ ມີກອງທຶນສຳລັບຜູ້ທຸກຍາກຢູ່ 18 ແຂວງທົ່ວປະເທດ ພາຍໃຕ້ທຶນຂອງລັດຖະບານ ແລະ ຈາກອົງການຈັດຕັ້ງສາກົນຕ່າງໆ. ຈາກຜົນສຳເລັດດັ່ງກ່າວຈຶ່ງຊ່ວຍໃຫ້ຂະແໜງສາທາລະນະສຸກສາມາດບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາໄດ້ເປັນຢ່າງດີ ເປັນຕົ້ນການຫລຸດຜ່ອນອັດຕາການຕາຍຂອງແມ່ຈາກ 357 ຄົນ ໃນປີ 2011 ລົງມາເປັນ 220 ຄົນຕໍ່ 1 ແສນຄົນຕໍ່ປີ ໃນປີ 2013 (ຄາດໝາຍແມ່ນ 260 ຄົນຕໍ່ 1 ແສນຄົນ ໃນປີ 2015), ອັດຕາການຕາຍຂອງເດັກລຸ່ມ 1 ປີ ໄດ້ຫລຸດລົງຈາກ 68 ຄົນຕໍ່ 1 ພັນຄົນ ໃນປີ 2011 ລົງມາເປັນ 62 ຄົນຕໍ່ 1 ພັນຄົນ ໃນປີ 2013 ແລະ ຄາດໝາຍແມ່ນ 45 ຄົນຕໍ່ 1 ແສນຄົນ ຂອງການເກີດມີຊີວິດ ແລະ ອັດຕາສ່ວນການເກີດລູກ ໂດຍມີແພດຊ່ວຍເກີດເພີ່ມຂຶ້ນຈາກ 42% ໃນປີ 2011 ໄດ້ເພີ່ມຂຶ້ນເປັນ 58% ໃນປີ 2013 ແລະ ວຽກງານອື່ນໆກໍເຫັນວ່າມີບາດກ້າວເຕີບໃຫຍ່ຂະຫຍາຍຕົວດີເປັນລຳດັບ.

No comments:

Post a Comment