Ad

Ad

22 June 2016

ກວດພົບຊິງຊັ່ງບໍ່ໄດ້ມາດຕະຖານຈໍານວນໜຶ່ງຢູ່ຕະຫຼາດໃຫຍ່ຫລາຍແຫ່ງ

          ເຈົ້າໜ້າທີ່ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໄດ້ຢຶດຊິ່ງຊັ່ງສີນຄ້າຂອງຜູ້ຄ້າຂາຍເປັນຈໍານວນຫລາຍໜ່ວຍ, ຫລັງຈາກພົບວ່າຊິງເຫລົ່າ ນັ້ນບໍ່ໄດ້ຕາມມາດຕະຖານວັດແທກທີ່ພາກສ່ວນກ່ຽວຂ້ອງກໍານົດ, ຊຶ່ງຖືເປັນການເອົາປຽບຜູ້ບໍລິໂພກ.  
          ຮອງຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງດັ່ງກ່າວໃຫ້ຮູ້ວ່າ: ພາຍຫລັງພະນັກ ງານຕົນສົມທົບກັບພະນັກງານຈັດສັນຕະຫລາດຕະຫຼາດທົ່ງຂັນຄຳ,ໂພນຕ້ອງຈອມມະນີ,ຫ້ວຍຫົງ ແລະ ໂພນຕ້ອງສະຫວ່າງ ລົງກວດກາຊິງຊັ່ງຂອງບັນດາຊາວຄ້າຂາຍໃນຕະຫລາດດັ່ງກ່າວເລີ່ມແຕ່ວັນທີ 921 ມິຖຸນານີ້, ສາມາດພົບເຫັນຊິງຊັ່ງສີນຄ້າຂອງຊາວຄ້າຂາຍບໍ່
ໄດ້ມາດຕະຖານຫລາຍກວ່າ 10 ໜ່ວຍ, ຈຶ່ງໄດ້ຢຶດເອົາໄປທໍາລາຍຖິ້ມ, ພ້ອມທັງສຶກສາອົບຮົບເຮັດບົດບັນທຶກຕໍ່ຜູ້ກະທໍາຜິດບໍ່ໃຫ້ສວຍໂອກາດນໍາໃຊ້ຊິງທີ່ບໍ່ໄດ້ມາດຕະຖານຄືດັ່ງກ່າວອີກ,ຊຶ່ງເປັນການລະເມີດລະບຽບກົດໝາຍບ້ານເມືອງ, ໂດຍສະເພາະແມ່ນກົດໝາຍວັດແທກ ແລະ ກົດໝາຍອາຍາມາດຕາ 150 ວ່າດ້ວຍການດັດແປງດັດປັບສິ່ງຂອງເພື່ອບໍ່ໃຫ້ໄດ້ມາດຕະຖານ.

          ການລົງກວດກາຊິງຊັ່ງຂອງຊາວຄ້າຂາຍໃນທ້ອງຕະຫລາດໃຫຍ່ເທື່ອນີ້, ພາຍຫລັງເຫັນວ່າປັດຈຸບັນລາຄາສີນຄ້າບາງປະເພດມີການເໜັງຕິງສູງຂຶ້ນເປັນຕົ້ນແມ່ນປະເພດຊີ້ນ, ປາ ແລະ ການສ່ອງແສງຂອງສັງຄົມທີ່ສະເໜີວ່າມີຊາວຄ້າຂາຍເອົາປຽບຜູ້ບໍລິໂພກດ້ວຍການໂລບຕາຊິງຢ່າງແຜ່.

No comments:

Post a Comment