Ad

Ad

22 June 2016

ໃຫ້ເອົາໃຈໃສ່ແຜນຜະລິດລູກປາ ເພື່ອວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ມີປະສິດທິຜົນ

          ເພື່ອເຮັດໃຫ້ວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດປ່ອຍປາ 13 ກໍລະກົດທີ່ຈະມາເຖິງນີ້ ໃຫ້ມີຄວາມໝາຍຄວາມສຳຄັນທັງຮັບປະກັນປະລິມານ ແລະ ຄຸນະພາບ ແລະ ເປັນການສ້າງຂະບວນການຂອງມວນໄດ້ຢ່າງກ້ວາງຂວາງ, ດັ່ງນັ້ນ ກົມລ້ຽງສັດ ແລະ ການປະມົງຈຶ່ງໄດ້ອອກແຈ້ງການສະບັບເລກທີ 1385/ກລປ. ລົງວັນທີ 9 ມິຖຸນານີ້ ເຖິງຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງ ແລະ ແຂວງຕ່າງໆໃຫ້ເອົາໃຈໃສ່ກະກຽມແຜນຜະລິດລູກປ່າ ແລະ ປ່ອຍປາໃນວັນໃຫ້ມີປະສິດທິຜົນຄື: 1.ໃຫ້ຂະແໜງລ້ຽງສັດ ແລະ ການປະມົງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວ ຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ,ເພື່ອສ້າງຂະບວນການສະເຫຼີມ ສະຫຼອງໃນວັນປ່ອຍປາ 13 ກໍລະກົດ, ໃຫ້ພ້ອມກັນຈັດຕັ້ງປະຕິບັດຫຼາຍໆກິດຈະກຳໃຫ້ ເປັນຮູບປະທຳຂື້ນຢ່າງຈະແຈ້ງ,ໂດຍສະເພາະແມ່ນການ
ສ້າງແຜນກະກຽມຜະລິດລູກປາ,  ການຈັດຕັ້ງພິທີປ່ອຍປາຢູ່ສະຖານທີ່ຕ່າງໆເຊັ່ນ: ແມ່ນ້ຳ, ອ່າງເກັບນ້ຳ, ໜອງປາທຳມະຊາດ ແລະ ອື່ນໆ, 2.ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ນະຄອນຫຼວງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກ ຄອງທ້ອງຖິ່ນສືບຕໍ່ເຜີຍແຜ່ໂຄສະນາເນື່ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍການປະມົງໃຫ້ແກ່ພະນັກ ງານ,ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈ,ໂດຍຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງວຽກງານປະມົງ, ການອະນຸລັກສົ່ງເສີມການລ້ຽງປາ ແລະ ສັດນ້ຳອື່ນໆຕໍ່ການດຳລົງຊີວິດຂອງປະຊາຊົນ, ໂດຍຜ່ານສືຕ່າງໆເຊັ່ນ: ໜັງສືພິມ,ໂທລະພາບ ແລະ ວິທະຍຸ ເປັນຕົ້ນ, ພ້ອມກັນນັ້ນກໍໃຫ້ແຈກຢາຍປື້ມຄູ່ມື ແລະ ເອກະສານວິຊາການກ່ຽວກັບການຂະ ຫຍາຍພັນປາ ແລະ ວຽກງານຄຸ້ມຄອງການປະມົງ,ເພື່ອເຮັດໃຫ້ຂະບວນການດັ່ງກ່າວ, ກາຍເປັນຂະບວນການຂອງທ່ົວປວງຊົນຢ່າງແທ້ຈິງ.
          3.ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ, ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆປຸກລະ ດົມຂົນຂວາຍ ແລະ ຈັດພິທີປ່ອຍປາລົງໃສ່ໜອງ,ຄອງ,ບຶງ,ແມ່ນ້ຳອ່າງເກັນນ້ຳ ແລະ ບ່ອນອື່ນໆ,ແຕ່ຄວນປ່ອຍປາພັນພ້ືນເມືອງ ແລະ ສັດນ້ຳອື່ນໆທີ່ເໜາະສົມກັບແຫຼ່ງນ້ຳນັ້ນໆ,ເພື່ອຟື້ນຟູລະບົບນິເວດໃຫ້ສົມດູນກັບທຳມະຊາດ,ຫ້າມເດັດຂາດບໍ່ໃຫ້ອົາຊະນິດພັນປາ ຫຼື ສັດນ້ຳຕ່າງຖິ່ນ (ຕ່າງປະເທດ) ໂດຍສະເພາະແມ່ນຊະນິດທີ່ກິດຊີ້ນລົງປ່ອຍໃນແຫຼ່ງນ້ຳທຳມະຊາດຄື: ແມ່ນ້ຳຂອງ ແລະ ສາຂາ, ໜອງທຳມະຊາດ, ດິນບໍລິເວນນ້ຳ ແລະ ອື່ນໆ.
          4. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງ,ແຂວງ,ສົມທົບກັບຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງຊີ້ນຳສູນ,ສະຖານີຜະລິດລູກປາ ແລະ ສັດນ້ຳອື່ນໆຂອງລັດ ແລະ ຟາມເອກະຊົນທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ,ຈົ່ງກະກຽມເອົາໃຈໃສ່ຜະລິດແນວພັນ ປາເພື່ອລ້ຽງ ແລະ ສະໜອງແນວພັນປາໃຫ້ກັບຊາວກະສິກອນ ແລະ ໃນວັນປ່ອຍປາປີນີ້ ໃຫ້ພຽງພໍ.
          5. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງ, ແຂວງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃນທົ່ວປະເທດ, ເປັນເຈົ້າການປະສານສົມທົບກັບອຳນາດການປົກ ຄອງແຕ່ລະຂັ້ນເປີດບັ້ນເຊື່ອມຊຶມ ແລະ ພ້ອມກັນຈັດຕັ້ງປະຕິບັດນິຕິກຳສຕ່າງໆທີ່ກ່ຽວຂ້ອງ ກັບການປະມົງ.

          6. ພາຍຫຼັງສ້າງແຜນກະກຽມຈັດຕັ້ງປະຕິບັດແລ້ວ,ຖ້າພົບຂໍ້ຫຍຸ້ງຍາກໃດໆ,ໃຫ້ຮີບດ່ວນລາຍງານກົມຮັບຜິດຊອບເພື່ອຊ່ວຍເຫຼືອແກ້ໄຂ.

No comments:

Post a Comment