Ad

Ad

22 June 2016

ຫາລືກ່ຽວກັບການສ້າງດຳລັດວ່າດ້ວຍການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ

          ເຊົ້າວັນທີ 21 ມີຖຸນານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບພາກສ່ວນກ່ຽວຂ້ອງ ອື່ນໆ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງດຳລັດວ່າດ້ວຍການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ, ເພື່ອປະກອບຄຳຄິດເຫັນຕໍ່ຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຍິ່ງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະ ມົນຕີກະຊວງຍຸຕິທຳ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງພະລັງງານ ແລະ ບໍ່ແຮ່ເຂົ້າຮ່ວມນຳດ້ວຍ.


          ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ເພື່ອເປັນການປະຕິບັດຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະເປັນຜູ້ຮັບຜິດຊອບໂດຍກົງກ່ຽວກັບວຽກງານດັ່ງກ່າວ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟຂອງລາວ, ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ພ້ອມກັນຄົ້ນຄ້ວາປັບປຸງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ ເພື່ອອອກດຳລັດຂອງທ່ານນາຍົກລັດ ຖະມົນຕີໃຫ້ມີເນື້ອໃນຄົບຖ້ວນ, ສົມບຸນ ແລະ ຮັດກຸມກວ່າເກົ່າ. ເພື່ອນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກກະພາບກັນ.

No comments:

Post a Comment