Ad

Ad

21 June 2016

20 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມຜູ້ແທນປະຊາຊົນ

           ພິທີລະນຶກວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນຂອງສະພາແຫ່ງຊາດ ຄົບຮອບ 20 ປີ (12 ມິຖຸນາ 1996-12 ມິຖຸນາ 2016) ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ຢູ່ສະພາແຫ່ງຊາດ ໂດຍມີຄະ ນະບັນນາທິການ ແລະ ພະນັກງານໜັງສືພິມດັ່ງກ່າວ ພ້ອມດ້ວຍຜູ້ຕາງໜ້າອົງການສື່ມວນຊົນຈາກຫລາຍຂະແໜງການເຂົ້າຮ່ວມເປັນຈຳນວນ ຫລາຍ.
           ໃນໂອກາດນີ້, ທ່ານຫົວໜ້າກົມສື່ມວນຊົນຂອງສະພາແຫ່ງຊາດ ທັງເປັນຫົວໜ້າບັນນາທິ ການໜັງສືພິມຜູ້ແທນປະຊາຊົນ ທອງດາ ສຸພາສິດ ໄດ້ຂຶ້ນລາຍງານໂດຍຫຍໍ້ປະຫວັດຄວາມເປັນມາຂອງ
ໜັງສືພິມວ່າ: ພາຍຫລັງວາລະສານຜູ້ແທນປະຊາຊົນໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 12 ມິຖຸນາ 1996 ຂອງສະພາແຫ່ງຊາດຊຸດທີ III ເພື່ອຂໍ່ານັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 5 ປີ ຄືວັນທີ 18 ສິງຫາ 1991-15 ສິງຫາ 1996, ທັງເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງ ການໃນການສະໜອງຂໍ້ມູນ-ຂ່າວສານໃນໄລຍະຂອງການດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ ໂດຍເນັ້ນໃສ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.
            ແຕ່ປີ 1996-2006 ວາລະສານຜູ້ແທນປະຊາຊົນໄດ້ຈັດພິມເປັນລາຍໄຕມາດ (3 ເດືອນ) ແລະ ມາຮອດປີ 2007 ຈຶ່ງໄດ້ຈັດພິມເປັນລາຍ 2 ເດືອນ ແລະ ລາຍເດືອນຕາມລຳດັບ, ມາຮອດຕົ້ນປີ 2012 ໄດ້ພິມເປັນສະບັບລາຍອາທິດ ແລະ ຮອດປີ 2014 ຈຶ່ງເພີ່ມເປັນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນພະຫັດ ໃນຈຳນວນ 2.000 ສະບັບຕໍ່ອາທິດ.
            ຕະຫລອດໄລຍະ 20 ປີຜ່ານມາ, ວາລະສານຜູ້ແທນປະຊາຊົນໃນເມື່ອກ່ອນ ກໍຄືໜັງສືພິມຜູ້ແທນປະຊາຊົນໃນປັດຈຸບັນໄດ້ມີການສືບຕໍ່ປັບປຸງທາງດ້ານເນື້ອໃນໃຫ້ມີຫລາກຫລາຍສີສັນທີ່ພົວພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດ, ການເປັນຕົວແທນແຫ່ງສິດຜົນປະ ໂຫຍດຂອງປະຊາຊົນ, ການຕົກລົງບັນຫາພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ ແລະ ອື່ນໆໃນຂອບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມໄດ້ດີຕະຫລອດມາ. ຜົນສຳເລັດທີ່ຍາດມາໄດ້ນັ້ນແມ່ນຍ້ອນການຊີ້ນຳ-ນຳພາຂອງຄະນະປະຈຳສະພາແຫ່ງຊາດ ກໍຄືການສະໜັບສະໜູນຊ່ວຍເຫລືອຂອງບັນດາເພື່ອນຮ່ວມງານ, ຜູ້ປະກອບການທຸລະກິດທັງພາກລັດ ແລະ ເອກະຊົນ, ແມ່ນໝາກຜົນຈາກການຮ່ວມມືຊ່ວຍເຫລືອດ້ານວິຊາການ, ວັດຖຸເຕັກນິກຈາກປະເທດເພື່ອນມິດເວົ້າລວມ, ເວົ້າສະເພາະກໍຄືໜັງສືພິມຜູ້ແທນປະຊາຊົນສະພາແຫ່ງຊາດ ສສ ຫວຽດນາມ ເພື່ອໃຫ້ໜັງສືພິມຂອງສະພາແຫ່ງຊາດກາຍເປັນສື່ສິ່ງພິມໜຶ່ງທີ່ອຸດົມສົມບູນດ້ວຍຂໍ້ມູນຂ່າວສານທີ່ຫລາກຫລາຍ, ເປັນເວທີແລກປ່ຽນຄຳຄິດເຫັນທີ່ສ້າງສັນ ຕິດພັນກັບພາລະບົດບາດຂອງສະພາແຫ່ງຊາດ.


No comments:

Post a Comment