Ad

Ad

21 June 2016

ພູເບ້ຍມານິງ ໄດ້ຮັບການຢັ້ງຢືນຄວາມເປັນເລີດ ໃນຜົນການດຳເນີນງານດ້ານສິ່ງແວດລ້ອມ

          ບໍລິສັດ ພູເບ້ຍ ມາຍນິງ (PBM), ໄດ້ສືບຕໍ່ປະຕິບັດຄວາມມຸ້ງໝັ້ນຂອງຕົນເພື່ອບັນ ລຸຄວາມເປັນເລີດໃນມາດຕະຖານດ້ານສິ່ງແວດລ້ອມຂອງສາກົນໂດຍໄດ້ຮັບການຢັ້ງຢືນຄືນ ດ້ານຫລັກການຄຸ້ມຄອງສານໄຊຍານາຍຂອງສາກົນ. ອີງຕາມອົງການກວດສອບເອກະລາດ ປີ 2016, ບໍລິສັດ ພູເບ້ຍ ມາຍນິງ ມີຄວາມພາກພູມໃຈປະກາດໃຫ້ຊາບວ່າ: ໂຮງງານ ຜະລິດຄຳ-ເງິນ ບ້ານຫ້ວຍຊາຍ ຍັງຄົງຮັກສາມາດຕະຖານໄດ້ຢ່າງເຕັມສ່ວນຕາມ ຫລັກການຄຸ້ມຄອງສານໄຊຍານາຍຂອງສາກົນ.
          ຫລັກການດັ່ງກ່າວແມ່ນໂຄງການແບບສະໝັກໃຈ, ເຊິ່ງຖືກອອກແບບເພື່ອປັບປຸງ ການຈັດຕັ້ງປະຕິບັດການຄຸ້ມຄອງສານໄຊຍານາຍຂອງສາກົນໃນອຸດສາຫະກຳຂຸດຄົ້ນຄຳ, ການພັດທະນາຫລັກ ການຕ່າງໆແມ່ນສອດຄ່ອງກັບອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ, ເຊິ່ງມີສະຖານບັນຄຸ້ມຄອງສານໄຊຍານາຍສາກົນ (ICM) ເປັນຜູ້ຈັດຕັ້ງປະຕິບັດ.

          ໂຮງງານບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການຄຸ້ມຄອງສານດັ່ງກ່າວຄັ້ງທຳອິດໃນ ປີ 2012 ໃນໄລຍະກ່ອນການດຳເນີນງານ ແລະ ໄດ້ຮັບການຢັ້ງຢືນການຄຸ້ມຄອງເຕັມ ສ່ວນໃນປີ 2013, ທຸກໆສາມປີ ຄະນະກວດສອບເອກກະລາດທີ່ເປັນຊ່ຽວຊານເອກະລາດ ຕ້ອງທົບທວນຄືນການຮັກສາມາດຕະຖານຄຸ້ມຄອງສານໄຊຍານາຍ. ອີງໃສ່ຫລັກການຄຸ້ມ ຄອງ ແລະ 31 ມາດຕະ ຖານຂອງການຈັດຕັ້ງປະຕິບັດ.
          ມາດຕະຖານເຫລົ່ານີ້ ມີອົງປະກອບທີ່ຕິດພັນກັບການຂົນສົ່ງທີ່ປອດໄພ, ເຕັກນິກ ການເກັບຮັກສາສານໄຊຍານາຍຢູ່ສາງ ແລະ ການນຳໃຊ້ສານດັ່ງກ່າວໃນໂຮງງານ, ການ ທົບທວນຫວ່າງບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າ ບໍລິສັດຍັງສາມາດຮັກສາມາຕະຖານໄດ້ ຢ່າງເຕັກສ່ວນໃນທຸກໆຂອດຂອງກຫລັກການທີ່ໄດ້ວາງອອກ ແລະ ໂດຍສະເພາະ ບໍລິສັດ ໄດ້ຮັບການຍ້ອງຍໍເຖິງການວິເຄາະໃນຫ້ອງທົດລອງທີ່ມີຄຸນນະພາບສູງຢູ່ໂຮງງານ.
          ໂຮງງານບ້ານຫ້ວຍຊາຍ ນຳໃຊ້ສານໄຊຍານາຍເຂົ້າໃນຂະຫບວນການຜະລິດປຸງ ແຕ່ງແຮ່, ແຕ່ບໍ່ມີການນຳໃຊ້ສານດັ່ງກ່າວຢູ່ໂຮງງານທອງ-ຄຳພູຄຳຂອງບໍລິສັດ.
          ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ການຢັ້ງຢືນມາດຕະ ຖານດັ່ງກ່າວ ສະແດງໃຫ້ເຫັນວ່າໂຮງງານຜະລິດຄຳ-ເງິນ ບ້ານຫ້ວຍຊາຍສາມາດ ເອກອ້າງຕົນເປັນບ່ອນຂຸດຄົ້ນບໍ່ແຮ່ລະດັບສາກົນຢ່າງແທ້ຈິງ.
          ການຮັກສາມາດຕະຖານເຕັມສ່ວນຕາມຫລັກການດັ່ງກ່າວຮຽກຮ້ອງໃຫ້ມີການນຳໃຊ້ຜູ້ສະ  ໜອງ ແລະ ບໍລິສັດຂົນສົ່ງທີ່ປະຕິບັດໄດ້ຕາມຫລັກການ ແລະ ຍັງລວມທັງການສ້າງ ສາຍງານຄວາມຮັບຜິດຊອບດ້ານຄວາມປອດໄພ, ຄວາມສະຫງົບ, ການປ້ອງກັນການຮົ່ວ ໄຫລ, ການຝຶກອົບຮົມ ແລະ ການຕອບໂຕ້ຕໍ່ເຫດສຸກເສີນ.

          ທ່ານ ຈັນເພັງ ກ່າວຕື່ມວ່າ: ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ປະຕິບັດຕາມມາດຕະ ຖານ ແລະ ການຈັດຕັ້ງປະຕິບັດທີ່ດີທີ່ສຸດດ້ານອຸດສາຫະກຳຂອງສາກົນ ສຳລັບຜົນການ ດຳເນີນງານດ້ານສຸຂະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ.

No comments:

Post a Comment