Ad

Ad

21 June 2016

ງານມະຫາກຳທ່ອງທ່ຽວອານຸລັກອາຊຽນຈະຈັດຂຶ້ນທີ່ແຂວງຈຳປາສັກໃນມໍ່ໆນີ້

     ປັດຈຸບັນບັນດາອະນຸກຳມະການ ພ້ອມດ້ວຍລັດຖະມົນຕີ ທ່ອງທ່ຽວອາຊຽນ, ອາຊຽນ+3 ແລະ ແຂກຮັບເຊີນໄດ້ເດີນທາງເຖິງເມືອງປາກເຊ ແຂວງຈຳປາສັກແລ້ວ ເພື່ອ ເຂົ້າຮ່ວມງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ, ເຊິ່ງຈະໄຂຂຶ້ນໃນວັນທີ 22-23 ມິຖຸນາ 2016 ທີ່ເມືອງປາກເຊ, ຄາດວ່າຈະມີທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ.
             ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວວັດທະ ນະທໍາແລະ ທ່ອງທ່ຽວ ທັງເປັນຫົວໜ້າອະນຸກຳມະການເນື້ອໃນ ແລະ ກອງເລຂາໃຫ້ຮູ້ວ່າ: ສຳລັບຕອນບ່າຍຂອງວັນທີ 21 ມິຖຸນາ ຈະມີກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເພື່ອຜ່ານຮ່າງຖະແຫລງ
ການ ປາກເຊ, ຕອນເຊົ້າວັນທີ 22 ມິຖຸນາ ຈະເປີດງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ ແລະ ໃນຕອນແລງວັນດຽວກັນ ກໍຈະມີກອງປະຊຸມໂຕະມົນລະດັບລັດຖະມົນຕີທ່ອງທ່ຽວອາຊຽນ ເພື່ອຈະໄດ້ພິຈາລະນາ-ຮັບຮອງເອົາຮ່າງຖະແຫລງການປາກເຊ, ສ່ວນຕອນຄ່ຳ ກໍຈະມີງານລ້ຽງຮັບຮອງ ແລະ ເທດສະການອາຫານລາວ, ຊົມການສະແດງສິລະປະ ຈາກແຂວງຈຳປາສັກ, ຊົມລາຍການຮ້ອງເພັງຈາກນັກຮ້ອງຜູ້ມີຊື່ສຽງຂອງລາວ ແລະ ໄທ, ພ້ອມການເດີນແບບອາພອນເພດຊົງລາວ, ໃນຕອນເຊົ້າວັນທີ 23 ມິຖຸນາ ຈະສືບຕໍ່ກອງປະຊຸມຂອງງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ແລະ ຕອນບ່າຍ ຈະມີການຖະແຫລງຂ່າວ ຖະແຫລງການປາກເຊ ກ່ຽວກັບງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ປີ 2016, ເພື່ອຢັ້ງຢືນເຖິງຜົນສໍາເລັດຂອງການເປັນເຈົ້າພາບ ຂອງສປປ ລາວ ທີ່ມຸ່ງຫວັງຢາກໃຫ້ມີການທ່ອງທ່ຽວແບບເຊື່ອມໂຍງ ແລະ ແບບອານຸລັກ ກັບບັນດາປະເທດສະມາຊິກອາຊຽນ ລວມເຖິງບັນດາປະເທດ+3 ໃນຕໍ່ໜ້າ.
      ວັນທີ 24-25 ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຖານະປະເທດເຈົ້າ ພາບຈະໄດ້ຈັດໃຫ້ມີ 2 ລາຍການທັດສະນະສຶກສາ ແກ່ຄະນະຜູ້ແທນທ່ອງທ່ຽວອາຊຽນ, ເພື່ອຊົມແຫລ່ງທ່ອງທ່ຽວຂອງແຂວງຈໍາປາສັກ ເປັນຕົ້ນ ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳຜາສາດຫີນວັດພູຈຳປາສັກ, ເຮືອນວັດທະນະທຳຊົນ ເຜົ່າ ແລະ ແຫລ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດຜາສ້ວມ, ເຂດມະຫານະທີສີພັນດອນ ກໍຄື ອຸທິຍານນ້ຳ ຕົກຕາດຄອນພະເພັງ, ດອນເດດ, ດອນຄອນ, ຕາດສົມພະມິດ (ຫລີ່ຜີ), ຊົມຂົວເກົ່າຝຣັ່ງ-ຫົວລົດໄຟ ແລະ ຈຸດຊົມວິວ-ປາຂ່າ ຢູ່ເຂດຊາຍແດນແມ່ນ້ຳຂອງ ລາວ-ກຳປູເຈຍນຳອີກ.

      ຈາກນັ້ນຄະນະຜູ້ແທນຈະໄດ້ໄປພັກຄ້າງຄືນ ທີ່ເມືອງໂຂງ ເພື່ອມີພິທີບ່າສີສູ່ຂັວນຕາມປະເພນີລາວ, ພ້ອມທັງຊົມໝໍລຳສີ່ພັນດອນ ແລະ ລຳວົງມ່ວນຊື່ນແບບລາວ, ພິເສດບັນດາຜູ້ແທນ ຈະໄດ້ຕື່ນຂຶ້ນມາຊົມຕາເວັນຂຶ້ນໃນຕອນ 5 ໂມງເຊົ້າຂອງວັນທີ 25 ມິຖຸນາ, ພິທີຕັກບາດ, ຊົມຫໍພິພິດທະພັນເມືອງໂຂງ ແລະ ຊົມວິຖີຊີວິດການຫາປາ, ກໍຄືການດຳລົງຊີວິດຂອງຊາວບ້ານຢູ່ເມືອງໂຂງ ພາກໃຕ້ຂອງລາວອີກດ້ວຍ.

No comments:

Post a Comment